HomeBaby-ແມ່ແລະເດັກເດັກນ້ອຍຊາຍໄວອາຍຸ 3 ປີ ຈາກຣັດເຊຍ ດຳນ້ຳໂດຍບໍ່ໃຊ້ອົກຊີໄດ້ເລິກເຖິງ 10 ແມັດ

ເດັກນ້ອຍຊາຍໄວອາຍຸ 3 ປີ ຈາກຣັດເຊຍ ດຳນ້ຳໂດຍບໍ່ໃຊ້ອົກຊີໄດ້ເລິກເຖິງ 10 ແມັດ

Published on

Fedor Afonasiev ເດັກນ້ອຍເພດຊາຍໄວອາຍຸ 3 ປີ ຈາກມອສກູ ປະເທດຣັດເຊຍ ເປັນຜູ້ເຮັດກິດຈະກຳ freediver ຫຼື ການດຳນ້ຳເລິກໂດຍບໍ່ໃຊ້ເຄື່ອງຊ່ວຍຫາຍໃຈ ທີ່ມີອາຍຸນ້ອຍທີ່ສຸດໃນໂລກ ໂດຍກິດຈະກຳດັ່ງກ່າວ ຈຳເປັນຕ້ອງອາໃສຄວາມສາມາດໃນການລອຍນ້ຳ ແລະ ກັ້ນຫາຍໃຈໃນໄລຍະເວລາດົນ

ເຊິ່ງສາເຫດທີ່ ເດັກຊາຍ Fedor Afonasiev ມີຄວາມສາມາດແບບນີ້ ຍ້ອນວ່າ ພໍ່ ແລະ ແມ່ຂອງລາວເປັນຄູຝຶກສອນການດຳນ້ຳແບບ freediver ທີ່ມີຄວາມຊ່ຽວຊານ ແລະ ເລີ່ມຝຶກການເຮັດກິດຈະກຳດັ່ງກ່າວນີ້ໃຫ້ແກ່ລູກຊາຍກໍ່ຄື ເດັກຊາຍ Fedor Afonasiev ຕັ້ງແຕ່ເຂົາອາຍຸໄດ້ 2 ປີ ຈົນຕອນນີ້ເຂົາສາມາດດຳນ້ຳໃນແບບ freediver ໄດ້ເລິກເຖິງ 10 ແມັດ

 

ທີ່ມາ  www.dailymail.co.uk

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...