spot_img
Homeນານາສາລະຫວ້ານຫາງແຂ້ ຊ່ວຍປິ່ນປົວແຜໃນກະເພາະອາຫານ ແລະປ້ອງກັນພະຍາດເບົາຫວານ

ຫວ້ານຫາງແຂ້ ຊ່ວຍປິ່ນປົວແຜໃນກະເພາະອາຫານ ແລະປ້ອງກັນພະຍາດເບົາຫວານ

Published on

ຫວ້ານຫາງແຂ້ ມີສັບພະຄຸນຫຼາຍຢ່າງໃນການຮັກສາແຜໄຟໄໝ້, ນໍ້າຮ້ອນລວກ, ບາດແຜສົດ, ຊ່ວຍບັນເທົາອາການເຈັບປວດຮ້ອນ, ໃຊ້ທາເພື່ອປ້ອງກັນຮອຍບາດທີ່ເປັນມາຕັ້ງແຕ່ນ້ອຍໆ ເຊິ່ງສານທີ່ສາມາດໃຊ້ຮັກສາແຜ ດັ່ງກ່າວໄດ້ ເປັນສານ Gilycoprotein ທີ່ມີຊື່ວ່າ Aloctin A ເປັນ Anti-inflammatory ທີ່ພົບເຫັນໄດ້ໃນທຸກສ່ວນຂອງຫວ້ານ

  1. ວຸ້ນຫວ້ານຫາງແຂ້ ຊ່ວຍປິ່ນປົວແຜໃນກະເພາະອາຫານ, ຊ່ວຍປ້ອງກັນ ແລະຫຼຸດການເກີດບາດແຜໃນກະເພາະອາຫານໃນເວລາທ້ອງວ່າງ, ຊ່ວຍຮັກສາກ່ຽວກັບພະຍາດທາງເດີນຫາຍໃຈ
  2. ຊ່ວຍປ້ອງກັນພະຍາດເບົາຫວານ ດ້ວຍການກິນວຸ້ນ ຫຼືເຮັດເປັນນໍ້າປັ່ນ ວຸ້ນຫວ້ານຫາງແຂ້ໄວ້ກິນກໍໄດ້
  3. ຊ່ວຍແກ້ອາການເຈັບຫົວ, ດ້ວຍການຕັດໃບສົດຂອງຫວ້ານຫາງແຂ້ ແລ້ວເອົາປູນທາໜ້ອຍໜຶ່ງ ແລ້ວເອົາດ້ານທີ່ທາປູນມາແປະໃສ່ຂະມັບຫູ ຈະຊ່ວຍບັນເທົາອາການເຈັບຫົວໄດ້
  4. ຊ່ວຍຫຼຸດກະເພາະລຳໄສ້ອັກເສບ ດ້ວຍການໃຊ້ໃບມາປອກເປືອກເອົາແຕ່ວຸ້ນ ເອົາມາກິນມື້ລະ 2 ເທື່ອ, ເທື່ອລະ 2 ບ່ວງ
  5. ກິນໃຊ້ເປັນຢາລະບາຍ ແລະໃຊ້ຮັກສາອາການທ້ອງຜູກ
  6. ຊ່ວຍຮັກສາພະຍາດສີດວງທະວານ ດ້ວຍການໃຊ້ວຸ້ນແລ້ວເຫຼົາໃຫ້ເປັນປາຍແຫຼມເລັກໜ້ອຍ ແລະເອົາໄປແຊ່ຕູ້ເຢັນຈົນແຂງ ແລ້ວເອົາໄປແປະໃສ່ທະວານໜັກ ເຮັດມື້ລະ 2 ເທື່ອຈົນດີ
  7. ຕົ້ນຂອງຫວ້ານມີລົດຊາດເຢັນ ໃຊ້ດອງກັບເຫຼົ້າແລ້ວເອົາມາກິນຂັບນໍ້າຄາວປາ
  8. ຊ່ວຍບັນເທົາ ແລະແກ້ອາການເຈັບປວດຕາມຂໍ້ ດ້ວຍການກິນວຸ້ນມື້ລະ 2 ບ່ວງ ມື້ລະ 3 ເທື່ອ
  9. ຊ່ວຍຮັກສາບາດແຜສົດ, ແຜຈາກເຄືອງມີຄົມ , ແຜໃນປາກ, ແກ້ຝີ ດ້ວຍການໃຊ້ວຸ້ນຈາກໃບ ເອົາມາແປະບໍລິເວນບາດແຜ ແລະປະໄວ້ ແລ້ວຢອດນໍ້າເມືອກລົງກາງບາດແຜໃຫ້ຊຸ່ມຢູ່ສະເໝີ
  10. ຊ່ວຍຮັກສາບາດແຜໄຟໄໝ້, ນໍ້າຮ້ອນລວກ ຊ່ວຍແກ້ພິດຮ້ອນ, ຫຼຸດອາການເຈັບປວດຮ້ອນຈາກບາດແຜ
  11. ຊ່ວຍກຳຮັກຮອຍບາດແຜ ເຮັດໃຫ້ຮອຍຈາງລົງ ປ້ອງກັນການເກີດຮອຍແປ້ວ
  12. ໃຊ້ວຸ້ນທາສ່ວນທີ່ຕ້ອງການເພື່ອປ້ອງກັນຜິວຈາກແສງແດດ ດ້ວຍການໃຊ້ວຸ້ນທາກ່ອນອອກແດດ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...