spot_img
Homeຂ່າວຕ່າງປະເທດແມ່ນໍ້າແຢງຊີກຽງມີໝອກລອຍປົກຄຸມທົ່ວໜ້ານໍ້າ ງົດງາມຄືກັບວ່າທັ້ງເມືອງລຍຢູ່ເທິງເມກໝອກ.

ແມ່ນໍ້າແຢງຊີກຽງມີໝອກລອຍປົກຄຸມທົ່ວໜ້ານໍ້າ ງົດງາມຄືກັບວ່າທັ້ງເມືອງລຍຢູ່ເທິງເມກໝອກ.

Published on

ກະແສລົມໜາວທີ່ພັດເຂົ້າມາປົກຄຸມພື້ນທີ່ທົ່ວປະເທດຈີນ ເຮັດໃຫ້ແມ່ນໍ້າແຢງຊີກຽງ ເມືອງອູ່ຮັ່ນ ເກີດປະກົດການໜ້າຕື່ນຕະລຶງຂຶ້ນ ເມື່ອມີລະອອງນໍ້າລອຍປົກຄຸມທົ່ວທັງໜ້ານໍ້າ ງົດງາມຄືກັບວ່າເມືອງທັ້ງເມືອງລອຍຢູ່ເທິງເມກກາງອາກາດ.

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 23 ພະຈິກ ທີ່ຜ່ານມາ ທີ່ເມື່ອງອູ່ຮັ່ນ ມົນທົນຫູເປ່ຍ ຫຼັງຈາກກະແສລົມໜາວທີ່ພັດມາເຮັດໃຫ້ອຸນຫະພູມຫຼຸດລົງຢ່າງວ່ອງໄວ ແລະເນື່ອງຈາກອຸນຫະພູມນໍ້າໃນແມ່ນໍ້າແຢງຊີກຽງມີອຸນຫະພູມສູງກວ່າຊັ້ນບັນຍາກາດ ຈຶ່ງເຮັດໃຫ້ເກີດປະກົດການໜ້າຕື່ນຕະລຶງຂຶ້ນ ເມື່ອມີລະອອງນໍ້າລອຍຂຶ້ນມາປົກຄຸມທົ່ວທັ້ງໜ້ານໍ້າກວ້າງຍາວສຸດຫູສຸດຕາ ກາຍເປັນພາບທີ່ເບິ່ງງົດງາມຕະການຕາ ຈົນເບິ່ງຄ້າຍຄືກັບເມືອງທັ້ງເມືອງລ່ອງລອຍຢູ່ກາງເມກໝອກ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...