spot_img
Homeຂ່າວຕ່າງປະເທດຫວາດສຽວ! ຢາສູບໄຟຟ້າລະເບີດຄາຖົງໂສ້ງ ໄດ້ຮັບບາດເຈັບຮຸນແຮງ! (ເບິ່ງຄລິບ)

ຫວາດສຽວ! ຢາສູບໄຟຟ້າລະເບີດຄາຖົງໂສ້ງ ໄດ້ຮັບບາດເຈັບຮຸນແຮງ! (ເບິ່ງຄລິບ)

Published on

ສຳນັກຂ່າວຊີເອັນເອັນ ລາຍງານໃນວັນທີ 25 ພະຈິກນີ້ວ່າ ເກີດເຫດຢາສູບໄຟຟ້າລະເບີດ ໃນຂະນະທີ່ ທ້າວ ໂອຕິສ ກູດິງ ອາຍຸ 31 ປີ ເອົາໃສ່ໄວ້ໃນສົງໂສ້ງຂອງຕົນເອງ ລະຫວ່າງເຮັດວຽກຢູ່ຮ້ານຂາຍເຫລົ້າແວັງແຫ່ງໜຶ່ງ ທີ່ນະຄອນນິວຢອກ ສະຫະລັດອາເມຣິກາ ສົ່ງຜົນເຮັດໃຫ້ຜູ້ກ່ຽວໄດ້ຮັບບາດເຈັບຮຸນແຮງ ໂດຍຄລິບວີດີໂອຈາກກ້ອງວົງຈອນປິດພາຍໃນຮ້ານ ໄດ້ສະແດງໃຫ້ເຫັນ ທ້າວ ກູດິງ ກຳລັງຢືນລົມກັບເພື່ອນຮ່ວມງານຢູ່ດ້ານຫລັງເຄົາເຕີ້ ແລ້ວຢູ່ໆຢາສູບໄຟຟ້າທີ່ໃສ່ໄວ້ໃນຖົງໂສ້ງ ກໍເກີດລະເບີດຂຶ້ນ.

ອຸບັດເຫດດັ່ງກ່າວນີ້ ສົ່ງຜົນເຮັດໃຫ້ ທ້າວ ກູດິງ ໄດ້ຮັບບາດເຈັບເປັນບາດແຜໄຟໄໝ້ລະດັບ 3 (ຜິວໜ້ງຖືກທຳລາຍຕະຫລອດຊັ້ນຄວາມໜາຂອງຜິວໜັງ) ແລະ ຄາດວ່າຈຳເປັນຕ້ອງໄດ້ເຂົ້າຮັບການຜ່າຕັດ, ສ່ວນຄົນອື່ນໆໃນບ່ອນເກີດເຫດ ບໍ່ໄດ້ຮັບບາດເຈັບແຕ່ຢ່າງໃດ.
 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...