spot_img
Homeຂ່າວຕ່າງປະເທດສິ່ງທີ່ບໍ່ຄວນເຮັດ ເມື່ອຢູ່ປະເທດເຫຼົ່ານີ້

ສິ່ງທີ່ບໍ່ຄວນເຮັດ ເມື່ອຢູ່ປະເທດເຫຼົ່ານີ້

Published on

  1. ປະເທດຍີ່ປຸ່ນ: ຫ້າມໃຫ້ທິບ ວັດທະນະທຳຍີ່ປຸ່ນບໍ່ມີການໃຫ້ທິບ ເພາະຄົນຍີ່ປຸ່ນຖືການໃຫ້ບໍລິການເປັນໜ້າທີ່ ບໍ່ໄດ້ເຮັດເພື່ອຫວັງຜົນຕອບແທນ
  2. ປະເທດນອກແວ: ແມ່ນຢູ່ວ່າ ປະເທດນອກແວ ບໍ່ຈິງຈັງກັບເລື່ອງ “ອະນາຈານ” ເຊິ່ງເປັນເລື່ອງປົກກະຕິທີ່ພວກເຂົາປ່ຽນເຄື່ອງນຸ່ງໃນຫາດຊາຍ ແຕ່ຖ້າຫາກເຈົ້າເຫັນກໍຫ້າມເບິ່ງເຂົາເດັດຂາດ
  3. ປະເທດລັດເຊຍ: ຫາກຈະມອບດອກໄມ້ໃຫ້ໃຜຄວນນັບຈຳນວນດອກໃຫ້ດີ ເພາະຄົນມັກມອບດອກໄມ້ທີ່ມີຈຳນວນຄີກໃຫ້ກັນໃນງານສະເຫຼີມສະຫຼອງຕ່າງໆ ສ່ວນຊໍ່ທີ່ມີຈຳນວນດອກໄມ້ເປັນຈຳນວນຄູ່ຈະໃຫ້ໃນງານສົບເທົ່ານັ້ນ, ຫ້າມເອົາເກີບທີ່ໃສ່ຍ່າງຢູ່ນອກ ມາໃສ່ຍ່າງໃນເຮືອນ, ຫ້າມອວຍພອນວັນເກີດ ກ່ອນຮອດມື້ແທ້ ເພາະພວກເຂົາຖືວ່າເປັນລາງຮ້າຍ ອາດເກີດເຫດຮ້າຍກ່ອນຈະຮອດມື້ວັ້ນເກີດ, ຫ້າມຖາມເຖິງປະຫວັດສາດການເມືອງຂອງລັດເຊຍ ໂດຍສະເພາະເມື່ອລົມກັບຄົນທີ່ອາຍຸ 40 ປີຂຶ້ນໄປ
  4. ປະເທດມາເລເຊຍ: ຫ້າມຈັບຫົວ ຫຼືສົ່ງເຄື່ອງຂ້າມຫົວ ແລະຖ້າຫາກຈຳເປັນຕ້ອງຊີ້ ໃຫ້ໃຊ້ນິ້ວໂປ້ຊີ້ ຫ້າມໃຊ້ນິ້ວຊີ້ ໂດຍເດັດຂາດ
  5. ປະເທດອິນເດຍ: ຫ້າມກອດຈູບ ຫຼືຈັບມືກັນໃນບ່ອນສາທາລະນະ ແລະຖ້າເປັນເພດກົງກັນຂ້າມກັນຈັບມືກັນ (shake hands) ໃນທີ່ສາທາລະນະກໍບໍ່ຄວນເຮັດ, ຫ້າມໃຊ້ຕີນເຂ່ຍ ຫຼືໃຊ້ຕີນຖືກສິ່ງທີ່ຖືວ່າສູງກວ່າເຊັ່ນ: ກາສັນຍະລັກຕ່າງໆ ຫຼືໜັງສື
  6. ປະເທດເຢຍລະມັນ: ຫ້າມມີສິ່ງຂອງທີ່ມີກາສັນຍະລັກຂອງພັກນາຊີ ໄວ້ຄອບຄອງ, ຫ້າມເຮັດທ່າທີທັກທາຍແບບນາຊີ ນີ້ຖືວ່າເປັນກົດໝາຍ ແລະມີນັກທ່ອງທ່ຽວຖືກຈັບຂໍ້ຫານີ້ທຸກປີ, ຫ້າມອວຍພອນວັນເກີດກ່ອນຈະເຖິງມືແທ້
  7. ອິນໂດນີເຊຍ: ຫ້າມແຕະຕ້ອງໂຕໃຜ, ຫ້າມຢິບເຄື່ອງ, ຫ້າມກິນ ໂດຍໃຊ້ມືຊ້າຍ ເພາະຄົນອິນໂດນີເຊຍ ໃຊ້ມືຊ້າຍໃນການລ້າງກົ້ນ ຈຶ່ງຖືວ່າບໍ່ສຸພາບ
  8. ປະເທດອີຕາລີ: ເມື່ອເຈົ້າຂອງເຮືອນຕັກອາຫານໃຫ້ຈົ່ງຮັບເອົາ, ຫ້າມປະຕິເສດ ເພາະຖືວ່າບໍ່ສຸພາບ ເຈົ້າຂອງເຮືອນອາດຄິດວ່າເຈົ້າບໍ່ມັກອາຫານທີ່ລາວເຮັດ, ຫ້າມສັ່ງຄາປູຊິໂນ່ຫຼັງອາຫານເຊົ້າ ເພາະມັນຄືກາເຟທີ່ດື່ມກັບອາຫານເຊົ້າເທົ່ານັ້ນ

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...