spot_img
Homeຂ່າວຕ່າງປະເທດຈີນທົດສອບໃຊ້ລົດໄຟແຂວນ ພະລັງງານແບັດເຕີຣີ່ລິຣຽນຂະບວນທໍາອິດຂອງໂລກ

ຈີນທົດສອບໃຊ້ລົດໄຟແຂວນ ພະລັງງານແບັດເຕີຣີ່ລິຣຽນຂະບວນທໍາອິດຂອງໂລກ

Published on

ອີງຕາມສໍານັກຂ່າວຕ່າງປະເທດລາຍງານວັນທີ  21 ພະຈິກ ທີ່ຜ່ານມາວ່າ: ເມືອງເສິງຕູ ເມືອງເອກຂອງມົນທົນເສສວນ ຈັດທົດສອບລະບົບການໃຊ້ງານລົດໄຟແຂວນພະລັງງານແບັດເຕີຣີ່ລິຣຽມຂະບວນທໍາອິດຂອງໂລກ.

ຊຶ່ງຜົນການທົດສອບທີ່ໄດ້ກໍເປັນທີ່ໜ້າພໍໃຈ ໂດຍລົດໄຟແຂວນຂະບວນດັ່ງກ່າວຂັບເຄື່ອນດ້ວຍພະລັງງານແບັດເຕີຣີ່ລິຣຽມ ເປັນມິດກັບສິ່ງແວດລ້ອມ ແລ່ນດ້ວຍຄວາມໄວ 60 ກິໂລແມັດຕໍ່ຊົ່ວໂມງ ເທິງລາງລົດໄຟທີ່ຍາວປະມານ 1.4 ກິໂລແມັດ.

ຄະນະອອກແບບໄດ້ເຮັດການທົດສອບການໃຊ້ງານມາເປັນເວລາ 2 ເດືອນ ເພື່ອກວດສອບປະສິດທິພາບຂອງລົດໄຟແຂວນນີ້ ແລະຜົນການທົດສອບທີ່ໄດ້ກໍສອດຄ່ອງກັບມາດຕະຖານທີ່ກໍານົດໄວ້ ຊຶ່ງທາງຄະນະອອກແບບກໍກໍາລັງທົດສອບການໃຊ້ງານຕໍ່ໄປຢ່າງຮອບດ້ານ ການເປີດໃຫ້ບໍລິການຢ່າງເປັນທາງານໃນອະນາຄົດ.

ທັງນີ້ ໂຄງການລົດໄຟແຂວນນີ້ຖືກວິໄຈ ແລະຜະລິດຂຶ້​ນທີ່ມະຫາວິທະຍາໄລຊີຫນານ  (Southwest Jiaotong University) ຊຶ່ງຈີນຖືເປັນປະເທດທີ່ 3 ຂອງໂລກ ຕໍ່ຈາກ ເຢີຣາມານີ ແລະຍີ່ປຸ່ນທີ່ມີການເປີດໃຊ້ລົດໄຟແຂວນ ພະລັງງານໄຟຟ້າ ແຕ່ແຕກຕ່າງກັນທີ່່ຈີນໃຊ້ພະລັງງານແບັດເຕີຣີ່ລິຣຽມ ແລະມີການຄາດການວ່າໃນອະນາຄົດຈະເປີດໃຫ້ບໍລິການຕາມສະຖານທີ່ທ່ອງທ່ຽວຕ່າງໆ.

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...