spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຖ້າມີອາການເຫຼົ່ານີ້ຕ້ອງລະວັງ 10 ສັນຍາເຕືອນມະເຮັງປາກມົດລູກ

ຖ້າມີອາການເຫຼົ່ານີ້ຕ້ອງລະວັງ 10 ສັນຍາເຕືອນມະເຮັງປາກມົດລູກ

Published on

 

  1. ມີເລືອດອອກຜິດປົກກະຕິ ທີ່ບໍ່ແມ່ນປະຈໍາເດືອນເຊັ່ນ: ເລືອດອອກຫຼັງມີເພດສໍາພັນ, ມີເລືອດອອກຫຼັງໝົດປະຈໍາເດືອນແລ້ວ ແລະເລືອດອອກເປັນໄລຍະຍ ເລືອດອອກຫຼັງຈາກກວດພາຍໃນ.
  2. ເລືອດອອກຫຼັງໄວທອງເຊັ່ນ: ຜູ້ຍິງໄວ 55 ປີ ໝົດປະຈໍາເດືອນໄປ 3 ປີ ແລ້ວມີເລືອດອອກຊ່ອງຄອດອີກ ແບບນີ້ຄວນປຶກສາແພດໝໍ.
  3. ລົງຂາວຜິດປົກກະຕິ ໃຫ້ສັງເກດເບິ່ງອາການແຕກຕ່າງທີ່ເຄີຍເປັນມາເຊັ່ນ: ລົງຂາວມີລັກສະນະເປັນໜອງ, ມີກິ່ນເໝັ່ນ ຫຼືມີລັກສະນະຄ້າຍຄືນໍ້າໄຫຼອອກມາຈາກຊ່ອງຄອດ ແລະອາການລົງຂາວຊຶ່ງອາດຈະມີເລືອດປົນ.
  4. ປັດສະວະຂັດ ມີອາການເຈັບແສບ ປັດສະວະຂັດອາດເປັນສັນຍານເຕືອນມະເຮັງປາກມົດລູກໄດ້ ແລະອາດເກີດໄດ້ສະເໝີຈາກການຕິດເຊື້ອໃນທາງເດີນປັດສະວະ.
  5. ມີອາການເຈັບໃນຂະນະຮ່ວມເພດ ອາດເປັນສັນຍານເຕືອນຂອງມະເຮັງາກົດລູກໄດ້ເຊັນກັນ.
  6. ປະຈໍາເດືອນມາຫຼາຍ ແລະດົນຜິດປົກກະຕິ ສັງເກດຈາກການເປັນປະຈໍາເດືອນຕາມປົກກະຕິ ຫາກມາຫຼາຍ ແລະດົນກວ່າເຄີຍເປັນ ອາດເປັນສັນຍານເຕືອນຂອງມະເຮັງາກມົດລູກໄດ້.
  7. ກັ້ນປັດສະວະບໍ່ຢູ່ ປັນຫານີເປັນປະເດັນສສໍາຄັນຢ່າງໜຶ່ງ ເພາະຈາກສະຖິຕະຜູ້ທີ່ເປັນມະເຮັງປາກມົດລູກ ມັກຈະມີອາການກັ້ນປັດສະວະບໍ່ຢູ່ ແລະມີເລືອດປົນໃນປັດສະວະ.
  8. ເຈັດປວດຕາມຮ່າງກາຍ ສັນຍານເຕືອນທົ່ວໄປຂອງພະຍາດມະເຮັງປາກມົດລູກຄື ອາການເຈັບປວດາມຮ່າງກາຍ ແລະເນັ້ນໂດຍສະເພາະຂາ ແລະຫຼັງ ເນື່ອງຈາກມະເຮັງທີແຜ່ກະຈາຍສ່ງຜົນຕໍ່ລະບົບການໝຸນວຽນຂອງກະແສເລືອດ.
  9. ອ່ອນເພຍ ແລະເມື່ອຍງ່າຍ ອາດເປັນສັນຍານເຕືອນໄດ້ ໂຍສະເພາະຫາກມີອາການອື່ນໆຕາມທີ່ກວ່າມາຂ້າງເທິງຮ່ວມດ້ວຍ ເມື່ອມີມະເຮັງແຜ່ຂະຫຍາຍ ລະບົບການຮັກສາສົມດຸນຂອງຮ່າງກາຍຈະທໍາງານຢ່າງໜັກ ເພື່ອທໍາການຕໍ່ຕ້ານ ແລະກໍາຈັດອອກໄປ.
  10. ນໍ້າໜັກຫຼຸດໂດຍບໍ່ຮູ້ສາເຫດ ຕາມປົກະຕິຮ່າງກາຍຈະສ້າງໂປຣຕີນນ້ອຍຊື່ວ່າ cytokines ເຮັດໜ້າທີ່ກໍາຈັດໄຂມັນສ່ວນເກີນ ເພື່ອບໍ່ໃຫ້ມີຫຼາຍເກີນກວ່າປົກກະຕິ ແລະກໍລະນີດຽວກັນນີ້ ເມື່ອເກີດມະເຮັງ ຮ່າງກາຍກໍຈະສ້າງກົນໄກແບບດຽວກັນນີ້ ທັ້ງທີ່ເອົາບໍ່ໄດ້ອົດອາຫານ ຈຶ່ງເຮັດໃຫ້ນໍ້າໜັກລຸດ ແລະຮ່າງກາຍຈ່ອຍຜອມໄດ້.

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...