spot_img
Homeນານາສາລະເປືອກໝາກມັງກອນກິນໄດ້ ແລະມີຄຸນປະໂຫຍດຫຼາຍ ແຖມຊ່ວຍຢັບຢັ້ງຄວາມຊະລາ

ເປືອກໝາກມັງກອນກິນໄດ້ ແລະມີຄຸນປະໂຫຍດຫຼາຍ ແຖມຊ່ວຍຢັບຢັ້ງຄວາມຊະລາ

Published on

ໃນເປືອກຂອງໝາກມັງກອນ ເຕັມໄປດ້ວຍສານເບຕ້າໄຊຢານິນ ຊຶ່ງເປັນສານຕໍ່ຕ້ານອະນຸມຸນອິດສະລະ ຊ່ວຍຢັບຢັ້ງຄວາມແກ່, ຮອຍຫ່ຽວຕ່າງໆ ຢັບຢັ້ງການເຊື່ອມສະພາບຂອງເຊວສະໝອງ ແລະຊ່ວຍປ້ອງກັນພາວະສະໝອງເຊື່ອມ ນອກຈາກນັ້ນຍັງເຕັມໄດ້ວຍ ສານແອນໂທໄຊຍານິນ, ວິຕາມິນ A, B1, B2, C ທາດເຫຼັກ ແລະແຮ່ທາດອື່ນໆໃນປະລິມານຫຼາຍ.

ທັ້ງນີ້ຍັງມີເມນູລາກຫຼາຍໃນການກິນເປືອກໝາກມັງກອນ:

  1. ກິນໂດຍກົງ ໂດຍໃຊ້ມີດຊອຍເປືອກໝາກມັງກອນອອກມາ ແລ້ວກິນໄດ້ທັນທີ.
  2. ຄັ້ນເປັນນໍ້າ ອາດຈະເຮັດຄືກັບນໍ້າໝາກໄມ້ ໂດຍນໍາມາຄັ້ນ ແລະໃນນໍ້າຕານເພີ່ມຄວາມຫວານ.
  3. ຍໍ້າເປືອກໝາກມັງກ່ອນ ພຽງແຕ່ຊ່ອຍເປັນເສັ້ນໆ ຈາກນັ້ນເອົາມາຈໍ້າກັບນໍ້າມັນງາ, ເກືອ ແລະຊຸບໄກ່ສະກັດ ເຮັດໃຫ້ເຂົ້າກັນຈຶ່ງກິນ.
  4. ເອົາມາທາແປ້ງ ແລ້ວຈືນດ້ວຍໄຟແຮງໆ ແລະຈືນໃຫ້ກອບຈຶ່ງກິນ.
  5. ແກງສົ້ມເປືອກໝາກມັງກອນ ໃຊ້ວິທີແບບແກງສົ້ມທົ່ວໄປ ແຕ່ເພີ່ມເປືອກໝາກມັງກອນ ຊອຍເປັນຕ້ອນໆໃສ່ແທນຜັກໄດ້.

ຄຸນປະໂຫຍດອື່ນໆຂອງເປືອກໝາກມັງກອນ ເຮັດລິບສະຕິກ, ບັດສະອອນ, ສີປະສົມອາຫານ ແລະໃຊ້ເປັນສີຍ້ອມເຊວທາງວິທີຍາສາດໄດ້.

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...