spot_img
Homeຊີວິດແລະຄວາມຮັກຂັ້ນຕອນກະກຽມແຜນຈັດງານດອງແບບຮີບດ່ວນໃນເວລາສັ້ນໆ ຄູ່ໃດມືເວລາກະກຽມງານບໍ່ຫຼາຍຄວນຮູ້

ຂັ້ນຕອນກະກຽມແຜນຈັດງານດອງແບບຮີບດ່ວນໃນເວລາສັ້ນໆ ຄູ່ໃດມືເວລາກະກຽມງານບໍ່ຫຼາຍຄວນຮູ້

Published on

ໃນຄໍລຳ ຊີວິດ ກັບຄວາມຮັກ ວັນນີ້ ແອັດມິນຈະມານຳສະເໜີຂັ້ນຕອນກະກຽມແຜນຈັດງານດອງແບບຮີບດ່ວນໃນເວລາສັ້ນໆ ສຳລັບຄູ່ທີ່ມີເວລາສັ້ນໃນການກະກຽມງານ

ຄົນທີ່ແຕ່ງງານແລ້ວຈະຮູ້ດີວ່າການຈັດງານດອງນັ້ນມັນມີລາຍລະອຽດຫຼາຍຂັ້ນຕອນທີ່ຈະຕ້ອງກະກຽມ ເຊິ່ງຄູ່ບ່າວ-ສາວໃໝ່ທີ່ບໍ່ເຄີຍຜ່ານການແຕ່ງງານມາຈັກເທື່ອອາດເກີດຄວາມກັງວົນໃຈໄດ້ ຍິ່ງງານດອງມີເວລາສັ້ນໃນການກະກຽມງານ ຍິ່ງເຮັດໃຫ້ກຸ້ມໃຈເພາະບາງຄົນກໍ່ບໍ່ຮູ້ວ່າຈະເລີ່ມຈາກຈຸດໃດດີ ສະນັ້ນມື້ນີ້ແອັດມິນເລີຍມີຄຳແນະນຳກ່ຽວກັບເລື່ອງນີ້ມາຝາກກັນ

  1. ກຳນົດງົບປະມານກ່ອນວ່າງົບທີ່ຈະໃຊ້ຈັດງານແຕ່ງມີເທົ່າໃດ
  2. ຂໍຄຳປຶກສາກັບຜູ້ທີ່ມີປະສົບການເຊັ່ນ: ຜູ້ທີ່ເຄີຍຜ່ານການແຕ່ງງານ, ຜູ້ເຖົ້າຜູ້ແກ່
  3. ເຮັດແຜນລາຍລະອຽດໃນງານດອງວ່າມັນມີວຽກໃດແນ່ທີ່ຈະຕ້ອງເຮັດ ວຽກໃດທີ່ຈະຂໍໃຫ້ຄົນອື່ນມາຊ່ວຍເຮັດ, ແລະ ວຽກໃດທີ່ຕົນເອງສາມາດເຮັດໄດ້ ແລ້ວປະຕິບັດໄປຕາມແຜນ ເພື່ອໃຫ້ມັນໄວຂຶ້ນ ແລະ ບໍ່ສັບສົນອີກ
  4. ຕັດສິນໃຈເລື່ອງສະຖານທີ່ຈັດງານ, ອາຫານ, ເຄື່ອງດື່ມໃນມື້ອຸ່ນດອງ ແລະ ມື້ຈັດງານຢ່າງຮີບດ່ວນ ອາຫານຈະຊື້ຂອງສົດມາແຕ່ງເອງ ຫຼື ສັ່ງມາແຕ່ຮ້ານອາຫານເລີຍ ຫຼື ສິເຮັດຈັ່ງໃດ ຢ່າລັງເລໃຈຫຼາຍເພາະຕ້ອງອີງໃສ່ເວລາ ແລະ ງົບປະມານເປັນຫຼັກ
  5. ລາຍຊື່ແຂກສິເຊີນໃຜ, ຈະເຊີນຈັກຄົນ, ເລືອກແບບບັດເຊີນ ແລະ ເລືອກຮ້ານພິມບັດເຊີນ ພ້ອມກຳນົດວັນເອົາບັດເຊີນໃຫ້ຊັດເຈນກັບທາງຮ້ານ
  6. ຕັດສິນໃຈເລື່ອງຊຸດເຈົ້າບ່າວ-ເຈົ້າສາວ ຈະເອົາສີຫຍັງ, ຈະຊື້ແພມາຕັດເອງ ຫຼື ຈະເຊົ່າເອົາຕ້ອງເບິ່ງເວລາເປັນຫຼັກຖ້າຕັດເອົາສິທັນກຳນົດ ຫຼື ບໍ່?
  7. ຕັດສິນໃຈເລືອພຣີເວດດິ້ງງານດອງ, ເລື່ອງຊ່າງຖ່າຍຮູບໃນງານຈະເອົາໃຜ ແລະ ເອົາຢູ່ໃສ
  8. ຕັດສິນໃຈເລື່ອງສາກຖ່າຍຮູບໜ້າງານ, ແຕ່ງລົດເຈົ້າບ່າວ-ເຈົ້າສາວ, ຊໍ່ດອກໄມ້…
  9. ຈອງຊ່າງແຕ່ງໜ້າເຈົ້າສາວ ສິເອົາໃຜດີ? ຖ້າຫາກເຊົ່າຊຸດແຕ່ງງານກໍ່ຄວນຈອງຊ່າງແຕ່ງໜ້າໄວ້ເລີຍກໍ່ດີ
  10. ເລື່ອງເຄື່ອງສົມມາເຖົ້າແກ່ລຸງຕາສອງກ້ຳສອງຝ່າຍສິເອົາຫຍັງດີ? ງົບມີເທົ່າໃດ? ສິເອົາຈັກຊຸດ? ໄປຊື້ມື້ໃດ
  11. ກຳນົດວັນເວລາຢາຍຊອງບັດເຊີນແຂກ ແລະ ແຂກກຸ່ມໃດທີ່ຈະໄປຢາຍເອງ ແຂກກຸ່ມໃດທີ່ຈະໃຫ້ຄົນອື່ນຢາຍຊ່ວຍ
  12. ຈອງຄິວໝໍພອນໄວ້ກ່ອນຮອດມື້ງານແທ້ ເພາະຊ່ວງນີ້ງານດອງຫຼາຍຈັກໜ່ອຍຮອດມື້ງານໝໍພອນສິບໍ່ວ່າງໃຫ້
  13. ຕິດຕໍ່ຄົນເຮັດຊຸດພາຂັວນໄວ້
  14. ຕິດຕໍ່ວົງດົນຕີໄວ້ຈອງຄິວໄວ້ລ່ວງໜ້າກ່ອນວັນງານ
  15. ຕິດຕໍ່ເລື່ອງໂຕະ, ເຕັ້ນ, ຕັ່ງ ແລະ ເຊົ່າເຄື່ອງທີ່ຈຳເປັນຕ້ອງໃຊ້ໃນງານ ເຮັດລາຍລະອຽດໃຫ້ຊັດເຈນວ່າຈະເອົາຫຍັງ? ຈະເອົາໃນຈຳນວນເທົ່າໃດ?

ສິ່ງທີ່ແນະນຳໄປຂ້າງເທິງນີ້ກໍ່ເປັນພຽງລາຍລະອຽດບາງສ່ວນໃນແຜນການຈັດງານດອງ ແຕ່ໃນຄວາມຈິງແລ້ວມັນຍັງມີລາຍລະອຽດຈຸກຈິກກວ່ານີ້ ແລະ ສຳລັບບາງວຽກກໍ່ຄວນຂໍຄຶກປຶກສາຈາກຜູ້ໃຫຍ່, ຍາດພີ່ນ້ອງ, ເພື່ອນສະໜິດ ມາຊ່ວຍເຮັດນຳ ເພື່ອຈະເຮັດໃຫ້ງານດອງຈັດໄດ້ທັນຕາມກຳນົດທີ່ວາງໄວ້

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...