spot_img
Homeຂ່າວພາຍ​ໃນເສດຖະກິດເຂດພາກກາງ ມີໂຄງການລົງທຶນທັງໝົດ 1.113 ໂຄງການ

ເສດຖະກິດເຂດພາກກາງ ມີໂຄງການລົງທຶນທັງໝົດ 1.113 ໂຄງການ

Published on

ອີງຕາມຂໍ້ມູນການລາຍງານ ຂອງລັດຖະບານໃນກອງປະຊຸມໃຫຍ່ສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດການລົງທຶນຂອງລັດໃນສົກປີ 2015-2016 ເສດຖະກິດເຂດພາກກາງ ຂອງລາວສາມາດຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ ແລະເອກະຊົນໄດ້ທັງໝົດ 1.113 ໂຄງການ ມູນຄ່າ 378.224 ລ້ານກີບ, ທຶນຕ່າງປະເທດ 55.267 ລ້ານກີບ, ໃນນັ້ນໄດ້ສຸມໃສ່ການພັດທະນາພື້ນຖານໂຄງລ່າງຖະໜົນ ຫົນທາງເປັນຕົ້ນ: ໂຄງການກໍ່ສ້າງເສັ້ນທາງເຕ 6 ສາມາດປະຕິບັດໄດ້ 35%, ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນແຕ່ແຍກທາງ 12 ລັງຄັງຫາດ່ານນາເພົ້າປະຕິບັດໄດ້ 47,95% ໂຄງການພັດທະນາສູນເສດຖະກິດການຄ້າຄົບວົງຈອນ ໜອງຈັນຕອນໃຕ້ສໍາເລັດກໍ່ສ້າງຮາກຖານເບື້ອງຕົ້ນ, ໂຄງການກໍ່ສ້າງສະຖານີລົດເມມາດຕະຖານສາກົນຂອງນະຄອນຫຼວງປະຕິບັດໄດ້ 13% ແລະໂຄງການກໍ່ສ້າງຕະຫຼາດສະບາຍດີສໍາເລັດພື້ນການກໍ່ສ້າງຮ່າງອາຄານ.

%e0%ba%9e%e0%ba%b2%e0%ba%81%e0%ba%81%e0%ba%b2%e0%ba%87%e0%ba%87

ຄຽງຄູ່ກັນນີ້ ກໍມີການຜະລິດພືດກະສີກໍາທີ່ເປັນສະບຽງອາຫານ ໂດຍສະເພາະແມ່ນການຜະລິດເຂົ້ານາແຊງ, ປູກພືດລະດູແລ້ງເດັ່ນກວ່າໝູ່ແມ່ນປູກພືດຜັກອິນຊີ ຢູ່ນະຄອນຫຼວງວຽງຈັນ ແລະແຂວງບໍລິຄໍາໄຊ ສາມາດເກັບກ່ຽວໄດ້ 36.278 ໂຕນ ໃນເນື້ອ ທີ່ 2.328 ເຮັກຕາ ຊຶ່ງມີການຈັດເປັນກຸ່ມປະຈຸບັນນະຄອນຫຼວງວຽງຈັນສາມາດຈັດຕັ້ງໄດ້ 17 ກຸ່ມສຸມໃສ່ໃນ 6 ຕົວເມືອງຄື: ເມືອງສີໂຄດຕະບອງ, ໄຊເຊດຖາ, ໄຊທານີ, ນາຊາຍທອງ, ຫາດຊາຍຟອງ ແລະເມືອງປາກງື່ມ ທີ່ໄດ້ມີການຈັດໃຫ້ມີຕະຫຼາດນັດຂາຍຜະລິດຕະພັນ ປອດສານພິດໃນສະຖານທີ່ແຕກຕ່າງທີ່ສໍາຄັນ, ນອກນັ້ນເມືອງໄຊທານີ ນະຄອນຫຼວງວຽງຈັນ ຍັງມີການສົ່ງເສີມໃຫ້ປະຊາຊົນປູກພືດຖົ່ວເຫຼືອງ ແລະຄາດຄະເນໃຫ້ໄດ້ 450 ເຮັກຕາ.

%e0%ba%9e%e0%ba%b2%e0%ba%81%e0%ba%81%e0%ba%b2%e0%ba%87%e0%ba%87%e0%ba%87

ພ້ອມດຽວກັນນັ້ນ ກໍຍັງສຶບຕໍ່ ສົ່ງເສີມການຜະລິດເປັນສິນຄ້າ ອຸດສາຫະກໍາ ໂດຍສະເພາະແມ່ນ ຢູ່ເຂດສະຫວັນນະເຂດ ສາມາດຜະລິດເຂົ້າຈ້າວຫອມສະຫວັນ ສົ່ງໄປຂາຍຢູ່ປະເທດຈີນໄດ້ຈໍານວນ 100 ໂຕນ ຊຶ່ງຄາດວ່າໝົດສົກປີ 2015-2016 ຈະສົ່ງອອກໃຫ້ໄດ້ 8.000 ໂຕນ ແລະປູກອ້ອຍ ເພື່ອຜະລິດນໍ້າຕານ ໄດ້ເຖິງ 485.000 ໂຕນ ໃນເນື້ອທີ່ 20.000 ເຮັກຕາ, ການປູກເຂົ້າອິນຊີ ຢູ່ນະຄອນຫຼວງວຽງຈັນ ໄດ້ຊຸກຍູ້ໃຫ້ປະຊາຊົນຜະລິດເປັນສິນຄ້າໂດຍສະເພາະແມ່ນເຂດເມືອງສັງທອງມີເນື້ອທີ່ເຖິງ 396,6 ເຮັກຕາ, ຜົນຜະລິດ 1.896 ໂຕນ, ການປູກສາລີແຂງເພື່ອຜະລິດເປັນອາຫານສັດຢູ່ແຂວງບໍລິຄໍາໄຊມີເນື້ອທີ່ປູກ 2.964 ເຮັກຕາ ຜົນຜະລິດໄດ້ 11.738 ໂຕນ, ຍັງມີການສົ່ງອອກແຮ່ທາດເຊັ່ນ: ເຫຼັກ, ກົ່ວ, ຫີນປູນ, ແລະອື່ນໆເດັ່ນກວ່າໝູ່ແມ່ນແຂວງຄໍາມ່ວນນອກນີ້ຍັງມີການລ້ຽງສັດແບບເປັນຟາມເຫັນວ່າທ່າອຽງເພີ່ມ ຂຶ້ນໂດຍສະເພາະການລ້ຽງປະເພດສັດປີກ, ປາ, ໝູ ແລະສັດໃຫຍ່ເພື່ອ ເປັນສິນຄ້າອຸປະໂພກບໍລິໂພກ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...