spot_img
Homeຂ່າວຕ່າງປະເທດປະທານປະເທດຫວຽດນາມ ຢ້ຽມຢາມກູບາຢ່າງເປັນທາງການ ຮັດແໜ້ນການຮ່ວມມືສອງປະເທດ

ປະທານປະເທດຫວຽດນາມ ຢ້ຽມຢາມກູບາຢ່າງເປັນທາງການ ຮັດແໜ້ນການຮ່ວມມືສອງປະເທດ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ພະຈິກຜ່ານມານີ້ວ່າ ທ່ານ​ ເຈີ່ນ​ດ້າຍກວາງ ປະ​ທານ​ປະ​ເທດ​ຫວຽດ​ນາມ ພ້ອມດ້ວຍພັນ​ລະ​ຍາ ແລະ ຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ໄດ້ເດີນທາງໄປ​ຢ້​ຽມ​ຢາມ​ ສາທາລະນະລັດກູ​ບາ ຢ່າງ​ເປັນ​ທາງ​ການ ໃນ​ລະ​ຫວ່າງວັນ​ທີ 15–17 ພະຈິກ ທີ່​ນະ​ຄອນ​ຫຼວງລາ​ຮາ​ວານ ເພື່ອຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງປະເທດ.

ໃນລະຫວ່າງການພົບປະຫາລືກັນກັບ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ລັດ ແລະ ສະ​ພາ​ລັດ​ຖະ​ມົນ​ຕີ​ກຸູບາ​ (ປະທານາທິບໍດີ) ຣາອູນ ກາສໂຕຣ ສອງຝ່າຍໄດ້ຕົກລົງເຫັນດີສືບຕໍ່ເພີ່ມທະວີການຮ່ວມມື ​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ວິ​ທະ​ຍາ​ສາດ – ເຕັກ​ໂນ​ໂລ​ຊີ, ກະ​ສິ​ກ​ຳ, ​​ຂົງ​ເຂດກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງການ​ທ່ອງ​ທ່ຽວ, ການຜະ​ລິດ​ວັດ​ສະ​ດຸກໍ່​ສ້າງ ແລະ ເຄື່ອງ​ໃຊ້​ສອຍ. ນອກຈາກນັ້ນ, ທັງສອງຝ່າຍ ຍັງໄດ້​ຢືນ​ຢັນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ສະ​ໜັບ​​ສະ​ໜູນເຊິ່ງ​ກັນ​ ແລ ະ​ກັນ ຢູ່​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ​ເພື່ອປະ​ກອບ​ສ່ວນ​​ຢ່າງຕັ້ງ​ໜ້າ ​ເຂົ້າ​ໃນ​ການ​ຕໍ່​ສູ້​ລວມ ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່ສອງພາກ​ພື້ນ​ ແລະ ໃນ​ໂລກ.

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...