spot_img
Homeຂ່າວຕ່າງປະເທດຣັດເຊຍສ້າງປະຫວັດສາດ! ສົ່ງເຮືອບິນຍຸດທະສາດ Tu-95 ອ້ອມເອີຣົບ 11 ພັນກິໂລແມັດ ໄປຖະຫລົ່ມໄອເອັສຢູ່ຊີຣີ!

ຣັດເຊຍສ້າງປະຫວັດສາດ! ສົ່ງເຮືອບິນຍຸດທະສາດ Tu-95 ອ້ອມເອີຣົບ 11 ພັນກິໂລແມັດ ໄປຖະຫລົ່ມໄອເອັສຢູ່ຊີຣີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ພະຈິກນີ້ວ່າ ກອງທັບຣັດເຊຍ ໄດ້ສ້າງປະຫວັດສາດໜ້າໃໝ່ ສົ່ງເຮືອບິນຖິ້ມລະເບີດຍຸດທະສາດ Tu-95 ໃນຍຸກອະດີດສະຫະພາບໂຊວຽດ ບິນຈາກພາກເໜືອຂອງປະເທດ ຂ້າມທະເລເໜືອ ອ້ອມທະວີບເອີຣົບ ອັນເປັນຮັງໃຫຍ່ຂອງກຸ່ມນາໂຕ້ ແລ້ວເຂົ້າສູ່ທະເລເມດິແຕຣານຽນ ກ່ອນຈະເຂົ້າປະຕິບັດການ ຍິງລູກສອນໄຟ X-101 ໃສ່ຖານທີ່ໝັ້ນຂອງກຸ່ມລັດອິດສະລາມ ຫລື ໄອເອັສ ຢູ່ປະເທດຊີຣີ ຊຶ່ງນັບເປັນການໂຈມຕີດ້ວຍເຮືອບິນ Tu-95 ດ້ວຍໄລຍະທາງໄກທີ່ສຸດ ເປັນຄັ້ງປະຫວັດສາດ.

ກະຊວງປ້ອງກັນປະເທດຣັດເຊຍ ໄດ້ເຜີຍແຜ່ຄລິບວີດີໂອ ໃນວັນພະຫັດທີ 17 ພະຈິກ 2016 ຜ່ານມານີ້ ຊຶ່ງສະແດງໃຫ້ເຫັນພາບການຕື່ມນ້ຳມັນກາງອາກາດ ໃຫ້ແກ່ເຮືອບິນ Tu-95 ໂດຍມີເຮືອບິນສູ້ຮົບ Su-30SM ຈຳນວນ 2 ລຳ ເຮັດໜ້າທີ່ບິນຄຸ້ມກັນ ຕາມແບບແຜນການສູ້ຮົບ ແລະ ໂຈມຕີທາງອາກາດດັ້ງເດີມ ທີ່ເຄີຍປະຕິບັດມາຕັ້ງແຕ່ສົງຄາມໂລກຄັ້ງທີ 2, ຈາກນັ້ນ ຍັງສະແດງໃຫ້ເຫັນ ພາບການປ່ອຍອາວຸດນຳວິຖີຈາກເຮືອບິນ Tu-95 ໄປທຳລາຍເປົ້າໝາຍໃນປະເທດຊີຣີ ຂະນະທີ່ເຮືອບິນລຳດັ່ງກ່າວ ຍັງບິນຢູ່ເໜືອນ່ານຟ້າທະເລເມດິແຕຣານຽນ.

ຖ້ອຍຖະແຫລງຂອງ ກະຊວງປ້ອງກັນປະເທດຣັດເຊຍ ຜ່ານທາງເວັບໄຊ ໄດ້ລະບຸວ່າ ” ເຮືອບິນໄດ້ບິນຂຶ້ນຈາກສະໜາມບິນແຫ່ງໜຶ່ງ ໃນດິນແດນສະຫະພັນຣັດເຊຍ ແລະ ຕື່ມນ້ຳມັນກາງອາກາດ 2 ຄັ້ງ ເພື່ອບິນດ້ວຍໄລຍະທາງກວ່າ 11,000 ກິໂລແມັດ ໂດຍໃຊ້ເສັ້ນທາງບິນຂ້າມຜືນນ້ຳທະເລເໜືອ ແລະ ມະຫາສະໝຸດແອັດແລນຕິກຕາເວັນອອກ, ຫລັງຈາກປ່ອຍອາວຸດໂຈມຕີແລ້ວ ເຮືອບິນໄດ້ບິນກັບຄືນໄປຍັງຖານທັບທີ່ຕັງເດີມ ”

ທັງນີ້ ເຮືອບິນຍຸດທະສາດ Tu-95 ຂຶ້ນບິນເປັນຄັ້ງທຳອິດໃນປີ 1953 ແລະ ຖືກບັນຈຸເຂົ້າປະຈຳການ ໃນກອງທັບອາກາດສະຫະພາບໂຊວຽດ ໃນປີ 1956 ເປັນເຮືອບິນໃຊ້ເຄື່ອງຈັກໃບພັດ 4 ໜ່ວຍ ບິນດ້ວຍຄວາມໄວສູງສຸດໄດ້ 920 ກິໂລແມັດຕໍ່ຊົ່ວໂມງ ຊຶ່ງໄດ້ຊື່ວ່າເປັນເຮືອບິນໃບພັດໄວ ທີ່ບິນໄດ້ໄວທີ່ສຸດໃນໂລກ ຕັ້ງແຕ່ເຄີຍມີການສ້າງເຮືອບິນຂຶ້ນມາ, ປັດຈຸບັນນີ້ ເຮືອບິນ Tu-95 ຂອງຣັດເຊຍ ຖືເປັນເຮືອບິນຖິ້ມລະເບີດ ທີ່ໃຫຍ່ທີ່ສຸດໃນໂລກລຸ້ນໜຶ່ງ ຊຶ່ງໃຫຍ່ກວ່າເຮືອບິນຖິ້ມລະເບີດຍຸດທະສາດ  B-52 ຂອງສະຫະລັດອາເມຣິກາ.

ໃນລະຫວ່າງຊຸມປີ 1950 ເຖິງຊຸມປີ 1970 ຜູ້ຜະລິດເຮືອບິນລຸ້ນດັ່ງກ່າວນີ້ ໄດ້ມີການສ້າງ Tu-95 ອອກມາທັງໝົດ 500 ລຳ ຊຶ່ງກະຈາຍຢູ່ໃນກອງກຳລັງຮົບທີ່ສຳຄັນ ຕາມບັນດາສາທາລະນະລັດ ທີ່ຂຶ້ນກັບສະຫະພາບໂຊວຽດ, ປັດຈຸບັນ ກອງທັບອາກາດຣັດເຊຍ ມີເຮືອບິນລຸ້ນດັ່ງກ່າວນີ້ ປະມານ 55 ລຳ.

559000011942802

 

ບົດຄວາມຫຼ້າສຸດ

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...