Homeໜັງໃໝ່ຮູບເງົາຊີຣີເກົາຫຼີໃຕ້ເລື່ອງໃໝ່ The Legend of the Blue Sea ແນວໂຣແມນຕິກແຟນຕາຊີ

ຮູບເງົາຊີຣີເກົາຫຼີໃຕ້ເລື່ອງໃໝ່ The Legend of the Blue Sea ແນວໂຣແມນຕິກແຟນຕາຊີ

Published on

ໃນຄໍລຳໜັງໃໝ່ ມື້ນີ້ ແອັດມິນຈະພາທຸກຄົນມາຕິດຕາມຮູບເງົາຊີຣີທາງຝັ່ງຂອງເກົາຫຼີໃຕ້ກັນແນ່ຈັກໜ່ອຍ ເພາະຕອນນີ້ທາງຊ່ອງຊີຣີ້ດັງຢ່າງ ຊ່ອງ SBS ໄດ້ປ່ອຍຊີຣີເລື່ອງໃໝ່ອອກສາຍຢ່າງ The Legend of the Blue Sea  ພຽງແຕ່ປ່ອຍອອກອາກາດຕອນທຳອິດກໍ່ສາມາດເຮັດເຣດຕິ້ງນຳເປັນອັນດັບທີ 1

ຮູບເງົາຊີຣີ ແນວໂຣແມນຕິກແຟນຕາຊີ The Legend of the Blue Sea ໄດ້ 2 ຊຸບເປີ້ສະຕາແຫ່ງຍຸກມາສະແດງຄູ່ກັນເປັນຄັ້ງທຳອິດ “ຈວນຈີຮຸນ ” ກັບ “ລີມິນໂຮ” ແລະ ຍັງມີນັກສະແດງແຖວໜ້າຫຼາຍຄົນຮ່ວມສະແດງໃນຮູບເງົາຊີຣີເລື່ອງນີ້ນຳດ້ວຍ ຮືມ…! ຈາກການທີ່ແອັດມິນໄດ້ເບິ່ງກໍ່ຮູ້ສຶກວ່າເລື່ອງນີ້ເປັນອີກເລື່ອງໜຶ່ງທີ່ມ່ວນ, ໜ້າລຸ້ນໜ້າຕິດຕາມສຸດໆ ແລະ ຫວັງວ່າຄົງຖືກໃຈຄໍຊີຣີເກົາຫຼີຫຼາຍຄົນແນ່ນອນ ສະນັ້ນ ແອັດກໍ່ບໍ່ພາບທີ່ຈະເອົາເລື່ອງຫຍໍ້ຂອງຊີຣີເລື່ອງນີ້ມາໃຫ້ອ່ານ ແລະ ລິ້ງເຂົ້າເບິ່ງ

blue2

The Legend of the Blue Sea ເລື່ອງຫຍໍ້

ໂດຍເປັນເລື່ອງລາວຂອງນາງເງືອກສາວ ທີ່ຖືກສ້າງຈາກ story collection of “Eou yadam” ໃນນິທານໂຊຊອນ ທີ່ຖືກບັນທຶກໄວ້ ໄດ້ກັບມາເປັນຈິງ ເມື່ອຄິມດັມຮຍອງ ໄດ້ປ່ອຍນາງເງືອກສາວກັບສູ່ທະເລ ເຊິ່ງນາງຖືກຈັບມາໂດຍຊາຍຊາວປະມົງ

ເລື່ອງລາວໄດ້ບອກເລົ່າເຖິງຄວາມຮັກລະຫວ່າງລູກຊາຍຂອງຕະກູນຂຸນນາງໃນຍຸກໂຊຊອນມີນາມວ່າ ດັມລິມ ແລະ ນາງເງືອກສາວ ມີນາມວ່າ ຊິມຊາງ ເຊິ່ງທ່ານສາມາດຕິດຕາມຄວາມຮັກແນວໂຣແມນຕິກຂອງທັງຄູ່ໄດ້ທີ່ນີ້: ລິ້ງເບິ່ງຕອນທຳອິດ ຊີຣີເກົາຫຼີ The Legend of the Blue Sea

ອອກອາກາດທາງຊ່ອງ : SBS
ວັນເວລາ ອອກອາກາດ: ວັນພຸດ-ພະຫັດ ເວລາ 22:00 ໂມງ ຕາມເວລາໃນເກົາຫຼີໃຕ້ ກົງກັບເວລາ 20:00ໂມງ ຕາມເວລາບ້ານເຮົາ ເລີ່ມຕອນທຳອິດ 16 ພະຈິກ 2016

https://youtu.be/paF8HUj6vXc

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...