spot_img
Homeນານາສາລະ12 ຄຸນປະໂຫຍດຈາກແປ້ງເດັກ

12 ຄຸນປະໂຫຍດຈາກແປ້ງເດັກ

Published on

ຄຸນປະໂຫຍດ 12 ຢ່າງໃນແປ້ງເດັກທີ່ຊ່ວຍກໍາຈັດບັນຫາຕ່າງໆໃຫ້ກັບເຮົາໄດ້.

  1. ເຮັດໃຫ້ຂົນຕາໜາຂຶ້ນ: ກ່ອນທີ່ຈະປັດໝາກຄາລ່າໃຫ້ໃຊ້ດັດເຕິ້ຈຸ່ມລົງໄໃນແປ້ງເດັກ ແລະນໍາມາທາໃສ່ຂົນຕາ ຈະຊ່ວຍເຮັດໃຫ້ຂົນຕາໜາ ແລະເປັນແພງາມຂຶ້ນ.
  2. ກໍາຈັດຄວາມມັນ: ແປ້ງເດັກສາມາດດູດຊັບຄວາມມັນໄດ້ດີ ພຽງໂຮຍເດັກລົງໄປ.
  3. ສໍາຫຼັບເຄືອບໃບໜ້າ: ຫາກຕ້ອງການໃຫ້ໃບໜ້າເບິ່ງສົດໃສ ບໍ່ຈໍາເປັນຕ້ອງໃຊ້ແປ້ງພັບ ພຽງແຕ່ໃຊ້ແປ້ງເດັກເຄືອບໄວ້ກໍພໍ.
  4. ກໍາຈັກກິ່ນເໝັ່ນຈາກເກີບ: ແປ້ງເດັກຊ່ວຍໃນການກໍາຈັດກິ່ນ ແລະສິ່ງເປິເປື້ອນໄດ້ດີ ພຽງແຕ່ເອົາແປ້ງເດັກໃສ່ໃນເກີບ ແລະປະໄວ້ຈັກ 1 ຄືນ.
  5. ປ້ອງກັນໜັງສືເກົ່າ: ຫາກໂຮຍແປ້ງເດັກລົງໄປໃນໜັງສືເກົ່າມັນຈະກັບມາຄືໃໝ່ທັນທີ ເນື່ອງຈາກແປ້ງດູດຊັບຄວາມຊື້ນຂອງໜັງສືເກົ່າ.
  6. ໃຊ້ທາຄວາມສະອາດສັດລ້ຽງ: ໃຫ້ໂຮຍແປ້ງໃສ່ຂົນສັດທີ່ຕ້ອງການທໍາຄວາມສະອາດ ແປງຂົນໃຫ້ຮຽບຮ້ອຍ.
  7. ສະຜົມແບບແຫ້ງ: ແປ້ງເດັກຊ່ວຍຟື້ນຟູເສັ້ນຜົມ ພຽງທາແປ້ງໃສ່ເສັ້ມຜົມ ແລະຫວີໃຫ້ຮຽບຮ້ອຍ.
  8. ເມື່ອພື້ນມີສຽງດັງ: ຫາກພື້ນໄມ້ໃນເຮືອນມີສຽງດັງ ໃຫ້ເອົາແປ້ງເດັກໂຮຍໃສ່ເທິງແຜ່ນໄມ້ເພື່ອແກ້ໄຂປັນຫານີ້.
  9. ເຄື່ອງປະດັບພັນກັັນ: ໃຫ້ໂຮຍແປ້ງລົງໄປ ແລະມັນຈະງ່າຍຕໍ່ການເລື່ອນອອກຈາກກັນ.
  10. ໃຊ້ຫລັງຈາກການກໍາຈັດຂົນ: ເພື່ອຫຼຸດຮອຍແດງ ແລະການຄັນຄາຍຜິວ.
  11. ໃສ່ໃນເສື້ອຜ້າ: ເພື່ອຮັກສາຄວາມສະອາດ ແລະສົດຊື່ນໃຫ້ກັບເສື້ອເຊີດສີຂາວ ໃຫ້ໂຮຍແປ້ງລົງໃສ່ໃນເສື້ອ ແລະແຂນເສື້ອ.
  12. ໂຮຍລົງເທິງທາງຍ່າງ: ຫາກໃສ່ຄົງຕີນ ແລະລໍາບາກຕໍ່ການຍ່າງເທິງພື້ນ ໃຫ້ເອົາແປ້ງໂຮຍໃສ່ມັນຈະເປັນປະໂຫຍດຫຼາຍສໍາຫຼັບເຈົ້າ.

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...