Homeນານາສາລະວິທີກໍາຈັດຂົນຂີ້ແຮ້ພາຍໃນ 2 ນາທີ!

ວິທີກໍາຈັດຂົນຂີ້ແຮ້ພາຍໃນ 2 ນາທີ!

Published on

ແນະນໍາວິທີທໍາມະຊາດໃນການກໍາຈັດຂົນຂີ້ແບບງ່າຍໆ ວິທີເຫຼົ່ານີ້ໃຊ້ສ່ວນປະກອບຈາກທໍາມະຊາດທັ້ງໝົດ ມັນເຕັມໄປດ້ວຍສານຕ້ານອະນຸມຸນອິດສະລະ, ວິຕາມິນ ແລະແຮ່ທາດທີຊ່ວຍຖະນຸຖະໜອມຜິວ ແລະຊ່ວຍເຮັດໃຫ້ຜິວເປັ່ງປັ່ງສົດໃສຂຶ້ນ ຄົນສ່ວນໃຫຍ່ລືມໄປວ່າຜິວຫນັງເປັນອະໄວຍະວະທີ່ໃຫຍ່ທີ່ສຸດຂອງພວກເຂົາ ທີ່ຈະຕ້ອງໄດ້ຮັບການເບິ່ງແຍງ ແລະຮັກສາດ້ວຍຄວາມລະມັດລະວັງເຊັນດຽວກັນກັບ ຫົວໃຈ, ສະໝອງ, ໝາກໄຂ່ຫຼັງ ແລະຕັບ ມັນສໍາຄັນຫຼາຍທີ່ຈະເອົາຫຍັງມາທາໃສ່ຕາມຜິວຫນັງຂອງເຈົ້າ ຊຶ່ງນໍາເຂົ້າໄປສູ່ກະແສເລືອດຂອງເຈົ້າ.

ສ່ວນປະກອບ ແລະວິທີເຮັດ:

ວິທີທີ່ 1: ນໍ້າຕານຊາຍ 2 ບ່ວງ ປະສົມກັບນໍ້າໝາກນາວ 1 ບ່ວງ ຫຼັງຈາກນັ້ນນໍາເອົາທາຂີ້ແຮ້ ແລະປະໄວ້ປະມານ 2-3 ນາທີ ແລ້ວເອົາຜ້າປຽກເລັກນ້ອຍເຊັດໃຫ້ສະອາດ ເຮັດທິດລະສອງເທື່ອ.

 

ວິທີທີ່ 2: ໄຂ່ ແລະແປ້ງສາລີ ເອົາແນວລະເຄິ່ງບ່ວງມາປະສົມໃຫ້ເປັນເນື້ອດຽວກັນ ແລ້ວເອົາມາທາຂີ້ແຮ້ປະໄວ້ໃຫ້ແຫ້ງ ແລະລ້າງອອກດ້ວຍນໍ້າສະອາດ.

ວິທີທີ່ 3: ນົມ ແລະຂີ້ມິ້ນ ເອົາຂີ້ມິ້ນ 1 ບ່ວງ ແລະນົມ 2 ບ່ວງປະສົມໃຫ້ເຂົ້າກັນ ແລ້ວເອົາມາທາຂີ້ແຮ້ປະໄວ້ໃຫ້ແຫ້ງ ແລະລ້າງອອກດ້ວຍນໍ້າສະອາດ.

 

 

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...