spot_img
Homeຂ່າວຕ່າງປະເທດຜູ້ນຳຊີຣີລະບຸ ອາເມຣິກາຈະເປັນພັນທະມິດ ໂດຍທຳມະຊາດກັບຊີຣີ ຫາກທ່ານ ທຣັມ ເນັ້ນປາບແຕ່ໄອເອັສ!

ຜູ້ນຳຊີຣີລະບຸ ອາເມຣິກາຈະເປັນພັນທະມິດ ໂດຍທຳມະຊາດກັບຊີຣີ ຫາກທ່ານ ທຣັມ ເນັ້ນປາບແຕ່ໄອເອັສ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ພະຈິກນີ້ວ່າ ໃນລະຫວ່າງການໃຫ້ສຳພາດກັບ ສະຖານີໂທລະພາບ RTP ຂອງປອກຕຸຍການ ທ່ານ ບາຊາ ອັນ-ອັດຊາດ ປະທານາທິບໍດີຊີຣີ ໄດ້ລະບຸວ່າ ທ່ານ ໂດນັນ ທຣັມ ຈະເປັນພັນທະມິດໂດຍທຳມະຊາດຂອງຊີຣີ ຫາກທ່ານມຸ່ງປາບປາມລັດທິກໍ່ການຮ້າຍພຽງຢ່າງດຽວ ຕາມທີ່ໄດ້ໃຫ້ສັນຍາໄວ້ເມື່ອຕອນໂຄສະນາຫາສຽງ, ແນວໃດກໍຕາມ ທ່ານ ອັດຊາດ ກໍຍັງຮູ້ສຶກບໍ່ແນ່ໃຈວ່າ ທ່ານ ທຣັມ ຈະຮັກສາສັນຍາດັ່ງກ່າວນີ້ ຫລື ບໍ່.

ທັງນີ້ ທ່ານ ໂດນັນ ທຣັມ ເຄີຍໄດ້ເວົ້າຕອນຫາສຽງວ່າ ການເຮັດສົງຄາມກັບຊີຣີ ແລະ ກຸ່ມລັດອິດສະລາມ ຫລື ໄອເອັສ ໄປພ້ອມໆກັນນັ້ນ ເປັນຄວາມບ້າ ແລະ ຫາກສະຫະລັດຯຕໍ່ສູ້ກັບຊີຣີ ກໍເທົ່າກັບເປີດສົງຄາມກັບຣັດເຊຍ ອີກດ້ວຍ.

ທ່ານ ອັດຊາດ ກ່າວວ່າ ” ເຮົາຍັງບໍ່ສາມາດບອກໄດ້ວ່າ ເຂົາຈະເຮັດຫຍັງແດ່ ແຕ່ຫາກ ທ່ານ ທຣັມ ຈະຕໍ່ສູ້ກັບຜູ້ກໍ່ການຮ້າຍ ເຮົາທັງສອງຊາດກໍຈະເປັນພັນທະມິດກັນຢ່າງແນ່ນອນ ແລະ ຈະເປັນພັນທະມິດໂດຍທຳມະຊາດກັບຣັດເຊຍ, ອີຣ່ານ ແລະ ອີກຫລາຍໆປະເທດ ”

ທັງນີ້ ລັດຖະບານອາເມຣິກາ ພາຍໃຕ້ການນຳຂອງ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ມີນະໂຍບາຍປາບປາມກຸ່ມໄອເອັສ ແລະ ທັງໄດ້ໃຫ້ການສະໜັບສະໜູນ ກຸ່ມກະບົດທີ່ຕ້ອງການໂຄ່ນລົ້ມອຳນາດ ທ່ານ ບາຊາ ອັນ-ອັດຊາດ ອີກດ້ວຍ ຊຶ່ງບັນດາກຸ່ມກະບົດເຫລົ່ານີ້ ລັດຖະບານຊີຣີ ຖືເປັນກຸ່ມກໍ່ການຮ້າຍ.
 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...