spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ7 ສັນຍານເຕືອນພະຍາດ “ເບົາຫວານ” ບໍ່ຕຸ້ຍກໍເປັນໄດ້

7 ສັນຍານເຕືອນພະຍາດ “ເບົາຫວານ” ບໍ່ຕຸ້ຍກໍເປັນໄດ້

Published on

ມີການສຳຫຼວດພົບວ່າ ຄົນທີ່ເປັນພະຍາດເບົາຫວານບໍ່ຈຳເປັນຕ້ອງຕຸ້ຍສະເໝີໄປ ເພາະຄົນທີ່ຈ່ອຍກໍສາມາດເປັນໄດ້ ດ້ວຍປັດໄຈຄວາມສ່ຽງຫຼາຍຢ່າງ ນອກຈາກພຶດຕິກຳແລ້ວ ກໍຍັງມີເປັນຍ້ອນກຳມະພັນ, ຄວາມຜິດຜໍປົກກະຕິຂອງຮ່າງກາຍ ກໍເປັນສາເຫດໜຶ່ງຂອງການເປັນເບົາຫວານ

  1. ຖ່າຍເບົາຕະຫຼອດຈົນຜິດປົກກະຕິ ຫຼືຮູ້ສຶກປວດເບົາໝົດມື້ ນໍ້າຕານໃນເລືອດສູງ
  2. ຢາກກິນນໍ້າຫຼາຍກວ່າປົກກະຕິ, ຮູ້ສຶກວ່າດື່ມນໍ້າຫຼາຍເທົ່າໃດ ກໍບໍ່ເຊົາຢາກນໍ້າ
  3. ເບື່ອອາຫານ ນໍ້າໜັກຫຼຸດລົງໂດຍບໍ່ຮູ້ສາເຫດ ທັງທີ່ບໍ່ໄດ້ຫຼຸດນໍ້າໜັກ
  4. ອ່ອນເພຍໄປຕາມຮ່າງກາຍ ເມື່ອຍງ່າຍ
  5. ຮູ້ສຶກມຶນຊາ ຕາມຕີນ ແລະມື, ຮູ້ສຶກເຈັບຄືມີເຂັມມາແທງປາຍນິ້ວມື, ນິ້ວຕີນ ຫຼືເອີ້ນວ່າ “ເສັ້ນປະສາດອັກເສບ” ແລ້ວກໍອາດມີອາການແບບນີ້ຫຼາຍຂຶ້ນເລື້ອຍໆ
  6. ຮູ້ສຶກຕາມົວ ເບິ່ງບໍ່ເຫັນແຈ້ງ
  7. ຜິວໜັງແຫ້ງຜິດປົກກະຕິ, ເປັນບາດແຜໄດ້ງ່າຍ ແລະບາດແຜນັ້ນຕິດເຊື້ອໄດ້ງ່າຍ, ບາດນັ້ນບໍ່ດີຈັກເທື່ອ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...