HomeຊີວິດແລະຄວາມຮັກWedding-Sex-loveເປັນຫຍັງຜູ້ຍິງຫຼັງຈາກແຕ່ງງານ ຈຶ່ງມີເຊັກສ໌ໜ້ອຍລົງ? ມື້ນີ້ເຮົາມາໄຂຂໍ້ຂ້ອງໃຈນຳກັນ

ເປັນຫຍັງຜູ້ຍິງຫຼັງຈາກແຕ່ງງານ ຈຶ່ງມີເຊັກສ໌ໜ້ອຍລົງ? ມື້ນີ້ເຮົາມາໄຂຂໍ້ຂ້ອງໃຈນຳກັນ

Published on

ຈາກການສຳຫຼວດພົບວ່າ ຫຼັງຈາກແຕ່ງງານແລ້ວ ຜູ້ຍິງສ່ວນຫຼາຍ ມີຄວາມຕ້ອງການທາງເພດຫຼຸດລົງ ເພາະເຫດໃດນັ້ນ ມື້ນີ້ເຮົາມາໄຂຂໍ້ຂ້ອງໃຈນຳກັນ

  1. ຂາດຄວາມຕື່ນເຕັ້ນ: ກ່ອນແຕ່ງງານແມ່ນຫຍັງກໍຕື່ນເຕັ້ນໝົດ, ເລື່ອງເຊັກສ໌ກໍເປັນເລື່ອງທີ່ຕື່ນເຕັ້ນ ແຕ່ຫຼັງຈາກແຕ່ງງານແລ້ວ ເມື່ອຢູ່ນຳກັນດົນໆ ຕ່າງຄົນຕ່າງຮູ້ໃນກັນ ເຊິ່ງເຮັດໃຫ້ເປັນເລື່ອງທີ່ບໍ່ຕື່ນເຕັ້ນ ແລະບໍ່ຢາກມີເຊັກສ໌
  2. ມີເລື່ອງຫຼາຍຢ່າງໃຫ້ຄິດ: ຊີວິດຫຼັງຈາກແຕ່ງງານ ມັກມີເລື່ອງໃຫ້ຄິດຫຼາຍຢ່າງເຊັ່ນ: ການເຮັດວຽກ, ການລ້ຽງລູກ, ເຮັດໃຫ້ຜູ້ຍິງຫຼຸດຄວາມສົນໃຈໃນເລື່ອງເຊັກສ໌ໜ້ອຍລົງ, ບາງຄັ້ງຄວາມເຄັ່ງຄຽດກໍເປັນສາເຫດໜຶ່ງ ທີ່ເຮັດໃຫ້ໂຮໂມນແຫ່ງຄວາມສຸກຫຼຸດໜ້ອຍຖອຍລົງ ແລະເກີດຄວາມຕ້ອງການໜ້ອຍລົງ
  3. ຜູ້ຊາຍເສື່ອມສະພາບທາງເພດ: ບາງຄັ້ງການທີ່ຜູ້ຍິງບໍ່ມີເຊັກສ໌ນຳ ກໍຂຶ້ນກັບຜູ້ຊາຍ ເພາະບາງຄັ້ງຜູ້ຊາຍອາດເສື່ອມສະພາບທາງເພດເຊັ່ນ: ນົກເຂົາບໍ່ຂັນ, ຫຼັ່ງໄວ, ມີລີລາທີ່ຈືດຊືດ ຈົນເຮັດໃຫ້ຜູ້ຍິງເບື່ອ ແລະບໍ່ຢາກມີເຊັກສ໌ນຳ
  4. ມີລູກແລ້ວ ເຮັດໃຫ້ຄວາມຕ້ອງການຫຼຸດລົງ: ຫຼັງຈາກມີລູກ ໂຮໂມນເພດອາດແປປວນ ແລະເກີດຈາກການເກີດລູກເຮັດໃຫ້ຜູ້ຍິງ ບໍ່ຄ່ອຍມີອາລົມ ແລະບໍ່ຢາກມີເຊັກສ໌ນຳ, ລວມຮອດຮູບຮ່າງທີ່ປ່ຽນໄປຫຼັງຈາກເກີດລູກ ເຮັດໃຫ້ຜູ້ຍິງຮູ້ສຶກອາຍຕົນເອງ ແລະບໍ່ຢາກມີເຊັກໄດ້

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...