4 ປີ ຍົນຕົກ 10 ລຳ ໃນອາຊ່ຽນ

ທ່ານຜູ້ອ່ານຄົງຈະຍັງນຶກອອກເນາະວ່າ ເຫດການໃຫຍ່ໆ ກ່ຽວກັບຍົນຕົກໃນບັນດາປະເທດອາຊຽນກໍຄືໃນລາວມີຄັ້ງໃດແດ່ ແລະຖ້າທ່ານຍັງຈື່ບໍ່ໄດ້ ຫຼືມີບາງເຫດການທີ່ທ່ານບໍ່ໄດ້ຮັບຮູ້ກໍດີ ມື້ນີ້ຜູ້ຂຽນຈະນຳເອົາເຫດການຕ່າງໆ ໂດຍສະຫຼຸບມາເລົ່າສູ່ຟັງ. ພາຍໃນ 4 ປີເຕັມໆ (16 ກໍລະກົດ 2011 – 17 ກໍລະກົດ 2014 ) ແລະມີຍົນຕົກ 10 ເຫດການໃຫຍ່, ມີຍົນເຮລິກັອບເຕີຕົກ 5 ລຳ, ຍົນໂດຍສານ 4 ລຳ, ມີຍົນໂດຍສານເຈືອກອອກນອກທາງແລ່ນ 1 ລຳ, ມີຜູ້ເສຍຊີວິດ 402 ຄົນ(ຕາມທີ່ຖືກເປີດເຜີຍຕໍ່ສື່), ບາດເຈັບສາຫັດ 11 ຄົນ ແລະຫາຍສາບສູນ 239 ຄົນ, ໃນຈຳນວນ 4 ປະເທດ ໄດ້ແກ່ ໄທ, ລາວ, ມາເລເຊຍ, ຫວຽດນາມ ແລະກຳປູເຈຍ.

 

Bell H

ເລິ່ມຈາກວັນທີ 16 ກໍລະກົດ 2011 ຍົນເຮລິຄັອບເຕີ ຮິວອີ້ ຂອງກອງທັບໄທ ໄດ້ປະສົບອຸບັດເຫດໃນຂະນະບິນເຂົ້າປະຕິບັດການກວາດລ້າງຊົນກຸ່ມນ້ອຍທີ່ເຂົ້າໄປບຸກເບີກຖາກຖາງປ່າ ໃນເຂດປ່າແກ້ງກະຈານ, ອຳເພີແກ້ງກະຈານ, ຈັງຫວັດເພັດຊະບູນ. ມີຜູ້ເສຍຊີວິດເປັນທະຫານ 5 ຄົນ.

 

13110555631311055612l

ຕໍ່ມາມື້ທີ 3 ວັນທີ 19 ກໍລະກົດ 2011, ຍົນເຮລິກັອບເຕີ ແບລັກຮອກຂອງກອງທັບໄທຊຸດລຳລຽງທະຫານເຂົ້າໄປເກັບກູ້ຊາກຜູ້ເສຍຊີວິດໃນເຫດການຍົນຮິວອີ້ທີ່ຕົກໃນວັນທີ 16 ກໍລະກົດ 2011 ກໍໄດ້ປະສົບອຸບັດເຫດຊ້ຳອີກ ສົ່ງຜົນໃຫ້ມີຜູ້ເສຍຊີວິດໝົດທັງລຳລວມ 9 ຄົນ.

Q0114503110719111815

ແລະຕໍ່ມາຕື່ມອີກ 5 ວັນ ຄືວັນີ 24 ກໍລະກົດ 2011 ຍົນເຮລິກັອບເຕີເບວລ໌ຂອງກອງທັບໄທຊຸດລຳລຽງແລະກູ້ຊາກຜູ້ປະສົບເຫດ 2 ລຳກ່ອນໜ້ານັ້ນ ກໍປະສົບອຸບັດເຫດອີກເປັນລຳທີ 3 ເກີດໄຟລຸກໄໝ້ຢ່າງໄວວາ ໂຊກດີຍົນໄດ້ຕົກໃນເຂດທີ່ມີປະຊາຊົນອາໄສຢູ່ ຈຶ່ງໄດ້ຮັບການຊ່ວຍເຫຼືອເຮັດໃຫ້ຜູ້ໂດຍສານເສຍຊີວິດພຽງ 3 ຄົນແລະບາດເຈັບສາເຫດອີກ 3 ຄົນ.

 

Image.aspx

ເປັນໄລຍະຫ່າງພໍສົມຄວນຄືຕະຫຼອດປີ 2012 ບໍ່ມີເຫດການຍົນໃນບັນດາປະເທດອາຊ່ຽນ ຖືເປັນປີໂຊກປີໄຊຂອງວຽກງານການບິນຂອງບັນດາປະເທດອາຊ່ຽນກໍວ່າໄດ້. ແຕ່ເມື່ອຮອດວັນທີ 17 ພຶດສະພາ 2013 ເຮືອບິນໂດຍສານຂະໜາດນ້ອຍ ທະວິນອອດເຕີ ຂະນະ 19 ບ່ອນນັ່ງ ຂອງບໍລິສັດລາວເດິນອາກາດພ້ອມດ້ວຍຜູ້ໂດຍສານ 15 ຄົນ ນັກບິນອີກ 2 ຄົນໄດ້ເຈີດລົງຮ່າງຂ້າງສະໜາມບິນແຂວງຫົວພັນ ໃນຂະນະທີ່ກຳລັງແລ່ນບິນຂຶ້ນເພື່ອເດິນທາງໄປຍັງນະຄອນຫຼວງວຽງຈັນ. ໂຊກດີທີ່ມີຜູ້ບາດເຈັບພຽງເລັກໜ້ອຍແລະບໍ່ມີຜູ້ເສຍຊີວິດ ແຕ່ສະພາບຂອງຍົນແມ່ນປີກຫັກໄປຂ້າງໜຶ່ງ.

 

1381938529-630-o

ຖັດຈາກນັ້ນມາ 5 ເດືອນ ຄືວັນທີ 17 ຕຸລາ 2013 ຍົນໂດຍສານ ATR72 ຖ້ຽວບິນ QV301 ອອກບິນຈາກນະຄອນຫຼວງ ວຽງຈັນ ເມື່ອເວລາປະມານ 14 ໂມງ ແລະ 45 ນາທີ ເມື່ອວັນພຸດ ວັນທີ່ 16 ຕຸລາ ລົງໄປ ເມືອງປາກເຊ ແຂວງຈໍາປາສັກ ພາກໃຕ້ຂອງລາວ; ແຕ່ເມື່ອບິນມາເຖິງສນາມບິນເມືອງປາກເຊ ເຮືອບິນລົງບໍ່ໄດ້ເພາະສະພາບອາກາດປັ່່ນ ແລະໄດ້ເກີດເຫດເສົ້າສະຫຼົດໃຈແກ່ປະຊາຊົນລາວທົ່ວປະເທດ ເມື່ອຍົນລຳດັ່ງກ່າວໄດ້ເກີດອຸບັດເຫດແລ້ວລະເບີດລົງແມ່ນ້ຳຂອງເຮັດໃຫ້ຜູ້ໂດຍສານແລະຈຸບິນເສຍຊີວິດທັງໝົດ. ສົ່ງທ້າຍປີ 2013 ພ້ອມກັບງານບຸນຊ່ວງເຮືອປະຈຳປີ. ຈໍານວນຜູ້ເສັຍຊີວິດ 49 ຄົນນີ້ ລວມມີຄົນລາວ 17 ຄົນ, ສ່ວນເຫລືອເປັນຊາວຕ່າງປະເທດ ຄືມີຊາວຝຣັ່ງ 7 ຄົນ, ອັອສເຕຣເລຍ 5 ຄົນ, ໄທ 5 ຄົນ, ເກົາຫລີ 3 ຄົນ, ຫວຽດນາມ 2 ຄົນ ແລະ ຈາກຈີນ ໃຕ້ຫວັນ ການາດາ ແລະ ມາເລເຊັຍປະເທດລະ 1 ຄົນ. ແລະລາຍລະອຽດຂອງສາເຫດການເກີດອຸບັດເຫດຢ່າງແທ້ຈິງນັ້ນຍັງບໍ່ຖືກເປີດເຜີຍຈາກຂັ້ນເທິງທີ່ກ່ຽວຂ້ອງຢ່າງເປັນທາງການເທື່ອ.

PHILIPPINES-MALAYSIA-CHINA-MALAYSIAAIRLINES-TRANSPORT-ACCIDENT

ຕົກມາປີໃໝ່ 2014 ໄລຍະທີ່ແມ່ຍິງທົ່ວໂລກກຳລັງສະເຫຼີມສະຫຼອງວັນແມ່ຍິງສາກົນຢ່າງຄຶກຄື້ນນັ້ນ ກໍໄດ້ເກີດເຫດການອັນສະເທືອນຂວັນ, ເລິກລັບ, ມະຫັດສະຈັນ ທີ່ສຸດເມື່ອເຮືອບິນໂດຍສານ Boeing 777-200 ທ່ຽວບິນ MH370 ພ້ອມດ້ວຍຜູ້ໂດຍສານແລະຈຸບິນ 239 ຄົນ ທີ່ບິນຈາກກົວລາລຳເປີປະເທດມາເລເຊຍ ມຸ່ງໜ້າໄປຍັງປັກກິ່ງ ປະເທດຈີນ ພໍຂຶ້ນບິນໄດ້ບໍ່ທໍ່ໃດນາທີ ແລ້ວໄດ້ຫາຍໄປໃນທ້ອງຟ້າຢ່າງມະຫັດສະຈັນ ແລະຍັງຫາບໍ່ພົບຈົນຮອດມື້ນີ້.

 

NjpUs24nCQKx

ຈາກນັ້ນມາ 3 ເດືອນ ເຫດອັນເສົ້າສະຫຼົດໃຈຄັ້ງທີ 2 ຂອງລາວກໍໄດ້ເກີດຂຶ້ນອີກເມື່ອ ເຮືອບິນໂດຍສານAntonov AN 74-300 ຂອງກອງທັບປະຊາຊົນລາວ ທີ່ໂດຍສານພະນັກງານການນຳຂອງລາວແລະຈຸບິນລວມທັງໝົດ 17 ຄົນ ເດິນທາງໄປຍັງແຂວງຊຽງຂວາງ ເພື່ອຮ່ວມພິທີສະຫຼອງລະນຶກວັນໄຊຊະນະຜ່າວົງປິດລ້ອມສັດຕູຂອງກອງພັນທີ 2 ໄດ້ເກີດອຸບັດເຫດຕົກລົງໃນເຂດບ້ານນາດີ, ເມືອງແປກ, ແຂວງຊຽງຂວາງ ກ່ອນເຮືອບິນໂດຍສານລຳດັ່ງກ່າວຈະລົງເດິ່ນພຽງບໍ່ທໍ່ໃດກິໂລແມັດ. ເຫດການສດັ່ງກ່າວໄດ້ສ້າງຄວາມເສົ້າສະຫຼົດໃຈແກ່ພັກ-ລັດ ແລະປະຊາຊົນລາວຫຼາຍທີ່ສຸດ ເຊິ່ງມີຜູ້ເສຍຊີວິດຄາທີ່ 14 ຄົນ, ບາດເຈັບສາຫັດ 3 ຄົນ ແລະຕໍ່ມາຜູ້ບາດເຈັບອີກຜູ້ໜຶ່ງໄດ້ເສຍຊີວິດ ລວມເປັນເສຍຊີວິດ 15 ຄົນ ແລະລອດຊີວິດ 2 ຄົນ. ເຫດການຄັ້ງນີ້ຍັງຢູ່ໃນຂັ້ນຕອນການຄົ້ນຄວ້າຫາສາເຫດການຕົກຂອງຂັ້ນເທິງຢູ່.

EyWwB5WU57MYnKO

ຕໍ່ມາວັນທີ 7 ກໍລະກົດ 2014 ເຮືອບິນເຮລິຄັອບເຕີຂອງກອງທັບຫວຽດນາມກໍພາຜູ້ໂດຍສານແລະຈຸບິນລວມທັງໝົດ 21 ຄົນປະສົບອຸບັດເຫດຕົກລົງສູ່ພື້ນດິນ ເປັນເຫດໃຫ້ມີຜູ້ເສຍຊີວິດທັນທີ 16 ຄົນ ແລະບາດເຈັບອີກ 5 ຄົນ ສ້າງຄວາມເສົ້າສະຫຼົດໃຈແກ່ພັກ-ລັດແລະປະຊາຊົນຫວຽດນາມຢ່າງຍິ່ງ.

 

CAMBODIA-ACCIDENT

ຕໍ່ມາພຽງອາທິດດຽວ ຄືວັນທີ 14 ກໍລະກົດ 2014 ຍົນເຮລິຄັອບເຕີຂອງກອງທັບກຳປູເຈຍ ກໍເກີດອຸບັດເຫດຕົກລົງໜອງນ້ຳໃກ້ໆ ກັບນະຄອນຫຼວງພະນົມເປັນ ເປັນເຫດໃຫ້ ມີຜູ້ເສຍຊີວິດ 5 ຄົນ ແລະບາດເຈັບສາຫັດ 1 ຄົນ.

images

ແລະຫຼ້າສຸດຖັດຈາກອຸບັດເຫດເຮລິຄັອບເຕີຂອງກຳປູເຈຍຕົກມາພຽງ 3 ວັນ ຄືວັນທີ 17 ກໍລະກົດ 2014 ເຮືອບິນໂດຍສານຂອງສາຍການບິນມາເລເຊຍ ທີ່ນຳພາຜູ້ໂດຍສານພ້ອມດ້ວຍຈຸບິນລວມ 298 ຄົນບິນຂຶ້ນຈາກນະຄອນຫຼວງອຳສະເຕີດຳ ຂອງປະເທດເນເທີແລນ ມຸ່ງໜ້າໄປຍັງນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ແລະໃນຂະນະທີ່ບິນຜ່ານນ່ານຟ້າຂອງປະເທດຢູເຄຣນ ເຊິ່ງເປັນເຂດທີ່ມີສົງຄາມ ຈຶ່ງເຮັດໃຫ້ເຮືອບິນໂດຍສານລຳດັ່ງກ່າວນັ້ນ ຖືກຈະຫຼວດປ້ອງກັນອາກາດທີ່ບໍ່ຮູ້ວ່າເປັນຂອງຝ່າຍໃດ ຍິງຍົນລຳດັ່ງກ່າວໃຫ້ຕົກລົງໃນປະເທດຢູເຄຣນ ໃກ້ກັບຊາຍແດນລະຫວ່າງປະເທດ ຢູເຄຣນແລະລັດເຊຍ ສົ່ງຜົນໃຫ້ຜູ້ໂດຍສານແລະຈຸບິນທັງໝົດຈົບຊີວິດລົງຢ່າງໜ້າສະເທືອນໃຈແກ່ຄົນທົ່ວໂລກ.

 

ທ່ານຜູ້ອ່ານທີ່ຮັກແພງ, ຖ້າເວົ້າເຖິງຍານພາຫະນະທີ່ໃຊ້ໃນການເດິນທາງທີ່ປອດໄພແລ້ວ ເຮືອບິນແມ່ນຍານພາຫະນະສຳລັບການເດິນທາງທີ່ປອດໄພສູງທີ່ສຸດ. ດ້ວຍເຫດໃດເຮືອບິນຈຶ່ງໄດ້ຊື່ວ່າເປັນຍານພາຫະນະທີ່ປອດໄພທີ່ສຸດ? ຄຳຕອບກໍຄືວ່າ ເມື່ອລົດເພ, ເຮົາສາມາດຈອດຂ້າງທາງໄດ້, ເມື່ອເຮືອເພເຮົາຍັງສາມາດລອຍລ່ອງຢູ່ກາງນ້ຳໄດ້ ແຕ່ຖ້າເຮືອບິນເພຫຼືເກີດເຫດສຸກເສີນຂຶ້ນແລ້ວ ມີແຕ່ລົກຢ່າງດຽວ. ດັ່ງນັ້ນ, ມາຕະການຄວາມປອດໄພຂອງເຮືອບິນແລະຖານບັງຄັບການຈຶ່ງຕ້ອງມີປະສິດທິພາບທີ່ສຸດ ອີກທັງນັກບິນກໍຍັງຕ້ອງຄວບຄຸມສຸຂະພາບ ທັງສຸຂະພາບຮ່າງກາຍພາຍໃນແລະພາຍນອກ ແລະສຸຂະພາບຈິດໃຈເປັນປະຈຳສະໝ່ຳສະເໝີ ທັງນີ້ເພື່ອໃຫ້ຮູ້ວ່ານັກບິນຈະມີພາວະພ້ອມບິນໃນທຸກທ່ຽວບິນຢ່າງປອດໄພ. ສະຫຼຸບງ່າຍໆ ກໍຄື ເຮືອບິນມີມາຕະຖານຄວາມປອດໄພສູງກວ່າທຸກຍານພາຫະນະ ຈຶ່ງສາມາດເອີ້ນໄດ້ວ່າ ຍານພາຫະນະທີ່ປອດໄພທີ່ສຸດໃນໂລກກໍຄືເຮືອບິນ.

ແລະຖ້າຖາມວ່າຖ້າເຮືອບິນເປັນພາຫະນະທີ່ປອດໄພທີ່ສຸດໃນໂລກແລ້ວ ເປັນຫຍັງຍັງເກີດເຫດເຮືອບິນຕົກເຮັດໃຫ້ມີຜູ້ເສຍຊີວິດຈຳນວນຫຼວງຫຼາຍຄືທີ່ຜ່ານມາ? ຄຳຕອບກໍຄືວ່າ: ເຮືອບິນທຸກລຳລ້ວນແຕ່ມີຄວາມປອດໄພ ເປັນໄປໄດ້ຍາກແລະໜ້ອຍທີ່ສຸດທີ່ເຮືອບິນຈະເປ່ເພກາງອາກາດ ແຕ່ສະພາບແວດລ້ອມນອກໂຕຂອງເຮືອບິນຕ່າງຫາກທີ່ເຮັດໃຫ້ເຮືອບິນບໍ່ປອດໄພ ເຊັ່ນ ສະພາບອາກາດ, ການຕັດສິນໃຈແລະປະສົບການຂອງນັກບິນ, ຖືກວັດຖຸຕ່າງໆ ຂ້າງນອກກະທົບໃສ່ ເຊັ່ນຖືກໂຈມຕີເປັນຕົ້ນ… ແຕ່ແນວໃດກໍຕາມ, ຄົນທີ່ເສຍຊີວິດຍ້ອນເຮືອບິນຕົກໃນແຕ່ລະປີກໍບໍ່ໄດ້ຖ່ອງສ້ຽວໜຶ່ງຂອງຄົນທີ່ເສຍຊີວິດຍ້ອນອຸບັດເຫດເທິງທ້ອງຖະໜົນ.

 

ສົມສັກ ຂັນດາວົງ ເພຈ Mahason Magazine