spot_img
Homeຂ່າວຕ່າງປະເທດປະທ້ວງ ໂດນັັນ ທຣັມ ດ້ວຍເຈ້ຍໂນດ! ເຕັມກໍາແພງສະຖານີລົດໄຟໃຕ້ດິນ

ປະທ້ວງ ໂດນັັນ ທຣັມ ດ້ວຍເຈ້ຍໂນດ! ເຕັມກໍາແພງສະຖານີລົດໄຟໃຕ້ດິນ

Published on

ການປະທ້ວງຕໍ່ຕ້ານ ໂດນັນ ທຣັມ  ຍັງຄົງມີຕໍ່ເນື່ອງຫຼາຍຮູບແບບ ໂດຍທີ່ນິວຢອກມີການຂຽນຂໍ້ຄວາມເທິງເຈ້ຍໂນດ ຫຼືເຈ້ຍນ້ອຍ ນໍາມາຕິດໃສ່ກໍາແພງສະຖານີລົດໄຟໃຕ້ດິນ.

ສໍານັກຂ່າວຮອຍເຕີລາຍງານໃນວັນທີ 14 ພະຈິກນີ້ວ່າ: ຜູ້ໃຊ້ບໍລິການລົດໄຟໃຕ້ດິນໃນນິວຢອກ ຕ່າງກໍແປກໃຈ ເມື່ອໄດ້ເຫັນກໍາແພງທີ່ສະຖານີລົດໄຟໃຕ້ດິນ ເຕັມໄປດ້ວຍເຈ້ຍໂນດ ຫຼາຍສີສັນ ຂຽນຂໍ້ຄວາມຕໍ່ຕ້ານ ໂດນັນ ທຣັມ ໂດຍສະເພາະແນວຄິດຂອງເຂົາທີ່ຈະສ້າງກໍາແພງກັ້ນລະຫວ່າງສາຫະລັດກັບເມັກຊິໂກ ໂດຍໃຫ້ເມັກຊິໂກເປັນຄົນອອກຄ່າກໍ່ສ້າງເອງ.

ຊາວອາເມລິກັນຈໍານວນຫຼາຍບໍ່ເຫັນດີນໍາແນວຄິດຂອງທຣັມ  ໄດ້ຂຽນຂໍ້ຄວາມວ່າ “ ຄວາມຮັກສໍາຄັນກວ່າການຄຽດຊັງ” ແລະຂໍ້ຄວາມ “ ເຮົາຕ່າງກໍເປັນຜູ້ອົບພະຍົບດ້ວຍກັນທັ້ງນັ້ນ ” ມາຕິດໄວ້ທີ່ກໍາແພງຂອງລົດໄຟໃຕ້ດິນ ທີ່ສະຖານີຢູນຽນສະແຄວຣ ໃນແມນຮັດຕັນ ຊຶ່ງເປັນແນວຄິດຂອງສິລະປິນທີ່ມີຊື່ວ່າ ແມກທິວ ລີວີ ຊາເວຊ ໂດຍເຂົາເອີ້ນວ່າ ການບໍາບັດໂດຍສະຖານີລົດໄຟໃຕ້ດິນ ຊາເວຊ ບອກວ່າຫຼາຍມື້ທີ່ຜ່ານມາຊາວອາເມລິກັນມີຄວາມຄຽດຫຼາຍ ເຂົາຫວັງຈະໃຫ້ພື້ນທີ່ດັ່ງກ່າວເປັນພື້ນທີ່ໃຫ້ຄົນສະແດງຄວາມຄິດເຫັນ ຈຶ່ງໄດ້ເຊີນຊວນຜ່ານທາງອິນສຕາແກຣມ ໃຫ້ຄົນມາຮ່ວມຂຽນໂນດດ້ວຍກັນ ຊຶ່ງນັບເຖິງຕອນນີ້ ມີຂໍ້ຄວາມຕິດຢູ່ທີ່ກໍາແພງແລ້ວບໍ່ຕໍ່າກວ່າ 10,000 ແຜ່ນ.

ສ່ວນຊາວນິວຢອກທີ່ມາຮ່ວມຂຽນຂໍ້ຄວາມປະທ້ວງທຣັມບອກວ່າ ວິທີການນີ້ມີພະລັງຫຼາຍກວ່າການອອກໄປແຮ່ຂະບວນຕາມທ້ອງຖະໜົນ ເພາະທີ່ຜ່ານມາມີຜູ້ຊຸມນຸມຖືກຕໍາຫຫຼວດຈັບ ການສະແດງດ້ວຍວິທີນີ້ ເປັນສຽງຂອງປະຊາຊົນທີ່ຕ້ອງການການປ່ຽນແປງ ແລະບໍ່ຍອມຮັບຜົນການເລືອກຕັ້ງ.

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...