Homeຂ່າວຕ່າງປະເທດແມ່ຍິງຖືພາສອງເທື່ອ ຫ່າງກັນ 10 ມື້ ເຊິ່ງຫາໄດ້ຍາກທີ່ສຸດໃນໂລກ

ແມ່ຍິງຖືພາສອງເທື່ອ ຫ່າງກັນ 10 ມື້ ເຊິ່ງຫາໄດ້ຍາກທີ່ສຸດໃນໂລກ

Published on

ອີງຕາມການລາຍງານຂອງສຳນັກຂ່າວບີບີຊີ ເມື່ອວັນທີ 16 ພະຈິກນີ້ວ່າ ໄດ້ເກີດເລື່ອງສຸດແປກ ແລະຫາໄດ້ຍາກທີ່ສຸດໃນທາງການແພດ ເມື່ອແມ່ຍິງຄົນອອສເຕເລຍ ຖືພາຫ່າງກັນ 10 ມື້ ກ່ອນຈະເກີດລູກສາວສອງຄົນພ້ອມກັນ. ເຊິ່ງກ່ອນໜ້ານີ້ ທາງໝໍໄດ້ກວດພົບວ່າ ແມ່ຍິງຊື່ວ່າ ເຄດ ຮິລ ຖືພາລູກທັງສອງຄົນຫ່າງກັນ 10 ມື້ ເຊິ່ງເປັນກໍລະນີ ທີ່ຫາໄດ້ຍາກທີ່ສຸດ ເຊິ່ງເຄີຍພົບ 10 ກໍລະນີໃນທົ່ວໂລກ

ຊາລ໊ອດ ແລະໂອລິເວຍ ເປັນເດັກນ້ອຍຝາແຝດທີ່ເກີດມາພ້ອມກັນ ເມື່ອສິບເດືອນກ່ອນໜ້ານີ້ ເຊິ່ງມີຮູບຮ່າງ ແລະນໍ້າໜັກທີ່ແຕກຕ່າງກັນ

%e0%bb%81%e0%ba%9d%e0%ba%94

ເຄດ ຮິລ ເວົ້າວ່າ ຕົນເອງ ເຂົ້າຮັບການຮັກສາ ອາການຂອງຮັງໄຂ່ polycystic ovary syndrome ດ້ວຍໂຮໂມນ ເນື່ອງຈາກລາວມີລູກຍາກ ບໍ່ສາມາດຜະລິດໄຂ່ໄດ້ ແຕ່ປາກົດວ່າ ລະຫວ່າງນັ້ນລາວຖືພາຂຶ້ນສອງເທື່ອ ດ້ວຍພາວະທີ່ເອີ້ນວ່າ ຊູເປີຟີເທຊັ່ນ ເຊິ່ງເປັນການຖືພາຕິດຕໍ່ກັນ ເຖິງແມ່ນຈະມີເພດສຳພັນຄັ້ງດຽວ ຈາກປົກກະຕິທີ່ໄຂ່ຕ້ອງໃຊ້ເວລາຮອບເດືອນ ແຕ່ຈາກພາວະນີ້ ຖືພາຕໍ່ກັນໄດ້ເລີຍ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...