spot_img
HomeເກມSuper Mario Run ສຳລັບ iOS ຈະພ້ອມເປີດໃຫ້ດາວໂຫຼດຟຣີໃນວັນທີ 15 ທັນວານີ້ ພ້ອມໂຕເລືອກຊື້ຂາດ 9.99$

Super Mario Run ສຳລັບ iOS ຈະພ້ອມເປີດໃຫ້ດາວໂຫຼດຟຣີໃນວັນທີ 15 ທັນວານີ້ ພ້ອມໂຕເລືອກຊື້ຂາດ 9.99$

Published on

​ຂ່າວດີອີກແລ້ວສຳລັບແຟນໆເກມຂອງ Nintendo ເມື່ອທາງບໍລິສັດໄດ້ອອກມາປະກາດຢ່າງເປັນທາງການແລ້ວວ່າເກມ Super Mario Run ຈະພ້ອມເປີດໃຫ້ບໍລິການສຳລັບລະບົບ iOS ໃນວັນທີ 15 ທັນວານີ້, ພ້ອມກັນ 151 ປະເທດ (ລວມເຖິງປະເທດລາວເຮົາພ້ອມ) ແລະຮອງຮັບ iPhone, iPad ຫຼື iPod ສະເພາະເວີຊັ່ນ iOS 8 ຂຶ້ນໄປເທົ່ານັ້ນ.

ໃນສ່ວນຂອງໂຕເກມແມ່ນຈະເປີດໃຫ້ດາວໂຫຼດໄປຫຼິ້ນໄດ້ຟຣີ ແຕ່ວ່າຈະຫຼິ້ນໄດ້ແຕ່ສະເພາະບາງສ່ວນເທົ່ານັ້ນ, ເຊິ່ງຈະມີໂຕເລືອກໃຫ້ເຮົາຊື້ຂາດໄປເລີຍໃນລາຄາ 9.99$ (ຊື້ເທື່ອດຽວຈະສາມາດເຂົ້າເຖິງທຸກໆຢ່າງໃນເກມໄດ້ເລີຍບໍ່ມີຊື້ອີກ).


ສຳລັບ Gameplay ແມ່ນຍັງຄົງແບບດຽວກັບທີ່ພວກເຮົາເຄີຍຫຼິ້ນຕອນຍັງນ້ອຍຄື: ໂຕເກມຈະໃຫ້ເຮົາໄດ້ແລ່ນເພື່ອເກັບຫຼຽນ, ຫຼີກລ່ຽງອຸປະສັກຕ່າງໆ ແລະສັດຕູຕາມທາງ ແລະກໍລວມໄປເຖິງການໂດດຮູດເສົາເພື່ອສຳເລັດພາລະກິດໃນດ່ານນັ້ນໆນຳ. ນອກຈາກນີ້ໂຕເກມຍັງຮອງຮັບເຖິງ 10 ພາສາຄື: ອັງກິດ, ສະເປນ, ເຢຍຣະມັນ, ຝຣັ່ງ, ອີຕາລີ, ໂປຣຕຸເກດ, ດັດ, ຣັດເຊຍ, ຍີ່ປຸ່ນ ແລະຈີນ

ສ່ວນຜູ້ໃຊ້ລະບົບ Android ບໍ່ຕ້ອງນ້ອຍໃຈໄປ ເພາະທາງ Nintendo ເຄີຍອອກມາປະກາດໄວ້ແລ້ວວ່າຈະສາມາດຫຼິ້ນເກມ Super Mario Run ເທິງລະບົບ Android ໄດ້ແນ່ນອນ, ແຕ່ເຖິງຢ່າງໃດກໍຕາມກໍບໍ່ໄດ້ລະບຸວັນເວລາທີ່ຊັດເຈນ ແຕ່ກໍຄາດວ່າຈະເປັນປີ 2017 ຫຼືປີໜ້ານີ້.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: phonearena

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...