Homeນານາສາລະ7 ເລື່ອງຈິງຂອງຊີວິດແຕ່ງງານ ທີ່ສາວໆອາດບໍ່ເຄີຍຮູ້

7 ເລື່ອງຈິງຂອງຊີວິດແຕ່ງງານ ທີ່ສາວໆອາດບໍ່ເຄີຍຮູ້

Published on

ການແຕ່ງງານອາດເປັນຄວາມຝັນຂອງສາວໆຫຼາຍຄົນ ແລະຄິດວ່າຄືຈຸດໝາຍ ຫຼືຄວາມສໍາເລັດຂອງຄວາມຮັກທີ່ໃຝ່ຝັນມານານ ທັ້ງທີ່ຄວາມຈິງແລ້ວ ຊີວິດການແຕ່ງງານນັ້ນມີຫຍັງຫຼາຍກວ່ານັ້ນ ແລະມີຄວາມຈິງອື່ນທີ່ອາດເບິ່ງຂ້າມໄປ ຫຼືບໍ່ເຄີຍຮູ້ກໍໄດ້ ວ່າການແຕ່ງງານທີ່ແທ້ຈິງມັນເປັນແນວໃດແດ່?

  1. ຊີວິດການແຕ່ງງານບໍ່ແມ່ນການຮັກທີ່ບໍ່ມີຂໍ້ແມ້

ມັນແຝງໄປດ້ວຍຄວາມຊັງ, ຄວາມຂົມຂື່ນ, ການແຍກຕົວຢ່າງໂດດດ່ຽວ ການຫຼັກຫຼັງ, ຄວາມເຈັບປວດ ແລະເຮົາກໍບໍ່ໄດ້ຮູ້ສຶກຮັກສາມີຕະຫຼອດ 24 ຊົ່ວໂມງ ຊຶ່ງເຂົາເອງກໍຄົງຮູ້ສຶກແບບນັ້ນເຊັ່ນກັນ.

  1. ຊີວິດການແຕ່ງງານນັ້ນ ໄດ້ອົດທົນກວ່າທີ່ຄິດ

ເພາະຊີວິດການແຕ່ງງານບໍ່ໄດ້ມີພຽງແຕ່ການສະແດງຄວາມຮັກ ແຕ່ຊີວິດແຕ່ງງານເປັນບົ່ງບອກວ່າເຮົາຕ້ອງຢູ່ດ້ວຍກັນ…ການໄປງານຕ່າງໆກໍຕ້ອງໄປດ້ວຍກັນ ເພາະເຮົາຄືຄູ່ແຕ່ງງານກັນ.

  1. ການແຕ່ງງານບໍ່ສາມາດເຕີມເຕັມຫຍັງໃຫ້ເຈົ້າໄດ້

ຫາກເຈົ້າຮູ້ສຶກວ່າທີ່ຄົກັນເປັນແຟນຢູ່ມັນບໍ່ພໍ ຢາກແຕ່ງງານເພື່ອສ້າງຄວາມສົມບູນໃນຊີວິດ ຂໍບອກເລີຍວ່າ ການແຕ່ງງານນັ້ນບໍ່ໄດ້ຊ່ວຍຫຍັງ ຢ່າໄປຄາດຫຍັງຫຼາຍເກີນໄປ.

  1. ການແຕ່ງງານບໍ່ໄດ້ເຮັດໃຫ້ເຈົ້າພໍໄດ້

ການແຕ່ງງານບໍ່ແມ່ນສັນຍານໃນຄວາມສໍາເລັດຂອງຊີວິດຄູ່ ຢ່າຄິດວ່າແຕ່ງງານແລ້ວຈະບໍ່ມີເລື່ອງຄຽດ, ບໍ່ມີປັນຫາ ມັນໄດ້ພຽງແຕ່ໄລຍະທໍາອິດເທົ່ານັ້ນ ແຕ່ບໍ່ຕະຫຼອດໄປ ຄໍາຖາມຈະມີເພີ່ມຂຶ້ນເລື່ອຍໆ ແລະເຈົ້າຕ້ອງຍອມຮັບ ແລະແກ້ປັນຫາໃຫ້ໄດ້.

  1. ການແຕ່ງງານອາດນໍາເລື່ອງຮ້າຍໆເຂົ້າມາເພີ່ມໄດ້

ຊີວິດແຕ່ງງານອາດມາພ້ອມຄໍາຂີ້ຕົວະ ການທໍາຮ້າຍຄວາມໄວ້ເນື້ອເຊື່ອໃຈ, ທໍາຮ້າຍຄວາມຝັນ ການແຕ່ງງານທີ່ດີນັ້ນກໍສາມາດມີໄດ້ ແຕ່ກໍຢ່າລືມເພື່ອໃຈກັບດ້ານມືດຂອງຊີວິດແຕ່ງງານ.

  1. ການແຕ່ງງານບໍ່ມີເສັ້ນຂີດຈໍາກັດ

ບໍ່ມີໃຜບອກວ່າສິ່ງໃດດີ, ສິ່ງໄດ້ປົກກະຕິ, ສິ່ງໃດຍອມຮັບໄດ້ ແລະສິ່ງໃດບໍ່ຄວນຍອມຮັບ ບໍ່ມີໃຜກ້າຕັດສິນໃຈບອກໄດ້ໝົດ ເພາະມີພຽງເຈົ້າ ແລະອີກຝ່າຍເທົ່ານັ້ນທີ່ຈະຮູ້ວ່າຄວນແກ້ໄຂປັນຫາຕໍ່ໜ້າແນວໃດ ແລະກໍຢ່າຖາມຫາຄໍາຕອບທີຖືກຕ້ອງທີ່ສຸດເລີຍ ເພາະບໍ່ມີຢູ່ຈິງ.

  1. ຊີວິດການແຕ່ງງານ ຍິ່ງໃຫຍ່ກວ່າເຈົ້າ ແລະຍິ່ງໃຫຍກວ່າເຈົ້າທັງສອງຄົນ

ຄວາມຮັກມັນບໍ່ໄດ້ມີຮູບແບບຕາຍຕົວວ່າຮັກກັນເຮົາຈະຕ້ອງນອນດ້ວຍກັນ ຄວາມຮັກມີຮູບແບບລາກຫຼາຍທີ່ບໍ່ຕາຍຕົວໃຫ້ຄົ້ນຫາ ແລະພົບເຈີ ເພາະສະນັ້ນຢ່າກໍານົດເກນຫຍັງໃຫ້ຫຼາຍເລີຍ ສໍາຄັນກໍຄື ການສະແດງຄວາມຮັບຜິດຊອບ, ຄວາມໝັ້ນຄົງໃນຄວາມສໍາພັນ ກ່ອນທີ່ຈະຮັກຈະໝົດອາຍຸໄປຕ່າງຫາກ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...