Homeຂ່າວຕ່າງປະເທດຍົກນິ້ວເລີຍ! ລົດກວາດຖະໜົນຕິດໄມ້ກວາດ 16 ດ້ານ

ຍົກນິ້ວເລີຍ! ລົດກວາດຖະໜົນຕິດໄມ້ກວາດ 16 ດ້ານ

Published on

ສຸດຍອດລົດກວາດຖະໜົນເມືອງຈີນ ຕິດຕັ້ງໄມ້ກວາດໄມ້ໄຜ່ກວ່າ 16 ດ້ານ ປະສິດທິພາບສຸດຍອດ

ເວັບໄຊຂ່າວປະເທດຈີນລາຍງານວ່າ ເມື່ອວັນທີ 12 ພະຈິກ ທີ່ຜ່ານມາ ລົດກວາດຖະໜົນຄັນໜຶ່ງທີ່ກໍາລັງກວາດທໍາຄວາມສະອາດຢູ່ຖະໜົນແຫ່ງໜຶ່ງຂອງເມືອງອັນລູ່ ໃນເມືອງຊ່ຽວກ່ານ ມົນຫົນເຫີເປ່ຍ ທີ່ເຮັດໃຫ້ຜູ້ຄົນທີ່ຍ່າງເຖິງກັບຢຸດເບິ່ງ ແລະຈົກເອົາໂທລະສັບອອກມາຖ່າຍຮູບກັນເປັນແຖວ.

ໂດຍລົດກວາດຖະໜົນຄັນດັ່ງກ່າວແປກປະຫຼາດ ແລະໜ້າສົນໃຈຫຼາຍ ທີ່ມີໄມ້ກວາດເຖິງ 16 ດ້ານຕິດຕັ້ງໃນລໍ້ເຫຼັກ ຈາກນັ້ນ ນໍາໄປຕໍ່ພວງທ້າຍກັບລົດແທກເຕີຂະໜາດນ້ອຍ ແລ້ວໝຸນກວາດອະນາໄມໄປຕາມທ້ອງຖະໜົນ.

ຕາມການລາຍງ່າຍບອກວ່າ: ລົດກວາດຖະໜົນນີ້ຈະກວາດອະນາໄມໄປຕາມພື້ນຖະໜົນຍາວເຖິງ 20 ກິໂລແມັດຕໍ່ມື້ ຊຶ່ງມັນມີປະສິດທິພາບການເຮັດວຽກຄືກັບມີພະນັກງານ 20 ຄົນທີ່ເຮັດວຽກໝົດມື້ເລີຍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...