Homeຂ່າວຕ່າງປະເທດວ່ອງໄວທັນໃຈ! ຍີ່ປຸ່ນສ້ອມແປງຂຸມຍັກໃນຟຸກຸໂອກະ ສໍາເລັດແລ້ວໃຊ້ເວລາພຽງ 5 ວັນ

ວ່ອງໄວທັນໃຈ! ຍີ່ປຸ່ນສ້ອມແປງຂຸມຍັກໃນຟຸກຸໂອກະ ສໍາເລັດແລ້ວໃຊ້ເວລາພຽງ 5 ວັນ

Published on

ອີງຕາມສໍານັກຂ່າວປະເທດຍີ່ປຸ່ນລາຍງານໃນວັນທີ 14 ພະຈິກວ່າ: ຈາກກໍລະນີ ຖະໜົນບໍລິເວນໃກ້ກັບສະຖານີລົດໄຟຮາກາຕະ ກາງເມືອງຟຸກຸໂອກະ ປະເທດຍີ່ປຸ່ນ ເກີດຍຸບຕົວລົງເປັນຂຸມຂະໜາດໃຫຍ່ກວ້າງ 30 ແມັດ ແລະເລິກ 15 ແມັດ, ເຫດເກີດເມື່ອວັນທີ 8 ພະຈິກ 2016 ຜ່ານມາ. ຫຼັງຈາກນັ້ນເຈົ້າໜ້າທີ່ໄດ້ເຂົ້າປະຕິບັດງານສ້ອມແຊມຂຸມຍັກຢ່າງຕໍ່ເນື່ອງ ໂດຍໄດ້ໃຊ້ລົດເຄນລະບົບໄຮໂດຣລິດຊ່ວຍໃນການຖົມດິນປະສົມປູນສີມັງປະມານ 3,000 ແມັດກ້ອນລົງໃນຂຸມ ການສ້ອມແປງດໍາເນີນໄປໄດ້ຢ່າງວ່ອງໄວ ໂດຍຕັ້ງເປົ້າໝາຍໃຫ້ແລ້ວໃນວັນທີ 13 ພະຈິກ ຜ່ານມາ.

ລ່າສຸດ (ວັນທີ 14 ພະຈິກ) twitfukuoka.com ເວັບໄຊຂ່າວຂອງເມືອງ ຟຸກຸໂອກະ ລາຍງາຍວ່າການຊ້ອມແປງຖະໜົນທີ່ເກີດຂຸມຍັກສໍາເລັດຮຽບຮ້ອຍແລ້ວຕັ້ງແຕ່ຕອນແລງຂອງວັທີ 13 ພະຈິກ ຜ່ານມາ. ລໍຖ້າໃຫ້ເຈົ້າໜ້າທີ່ກວດສອບ ແລະຢືນຢັນຄວາມປອດໄພໃນຕອນເຊົ້າຂອງວັນທີ 14    ມື້ນີ້ກ່ອນເປີດການສັນຈອນ ຄາດວ່າໜ້າຈະເປີດໃຊ້ໄດ້ຕາມປົກກະຕິໃນຕອນບ່າຍຂອງວັນທີ 14   ( ມື້ນີ້  ).

 

ອີງຕາມສໍານັກຂ່າວປະເທດຍີ່ປຸ່ນລາຍງານໃນວັນທີ 14 ພະຈິກວ່າ: ຈາກກໍລະນີ ຖະໜົນບໍລິເວນໃກ້ກັບສະຖານີລົດໄຟຮາກາຕະ ກາງເມືອງຟຸກຸໂອກະ ປະເທດຍີ່ປຸ່ນ ເກີດຍຸບຕົວລົງເປັນຂຸມຂະໜາດໃຫຍ່ກວ້າງ 30 ແມັດ ແລະເລິກ 15 ແມັດ, ເຫດເກີດເມື່ອວັນທີ 8 ພະຈິກ 2016 ຜ່ານມາ. ຫຼັງຈາກນັ້ນເຈົ້າໜ້າທີ່ໄດ້ເຂົ້າປະຕິບັດງານຊ້ອມແຊມຂຸມຍັກຢ່າງຕໍ່ເນື່ອງ ໂດຍໄດ້ໃຊ້ລົດເຄນລະບົບໄຮໂດຣລິດຊ່ວຍໃນການຖົມດິນປະສົມປູນສີມັງປະມານ 3,000 ແມັດກ້ອນລົງໃນຂຸມ ການຊ້ອມແປງດໍາເນີນໄປໄດ້ຢ່າງວ່ອງໄວ ໂດຍຕັ້ງເປົ້າໝາຍໃຫ້ແລ້ວໃນວັນທີ 13 ພະຈິກ ຜ່ານມາ.

ລ່າສຸດ (ວັນທີ 14 ພະຈິກ) twitfukuoka.com ເວັບໄຊຂ່າວຂອງເມືອງ ຟຸກຸໂອກະ ລາຍງາຍວ່າການຊ້ອມແປງຖະໜົນທີ່ເກີດຂຸມຍັກສໍາເລັດຮຽບຮ້ອຍແລ້ວຕັ້ງແຕ່ຕອນແລງຂອງວັທີ 13 ພະຈິກ ຜ່ານມາ. ລໍຖ້າໃຫ້ເຈົ້າໜ້າທີ່ກວດສອບ ແລະຢືນຢັນຄວາມປອດໄພໃນຕອນເຊົ້າຂອງວັນທີ 14    ມື້ນີ້ກ່ອນເປີດການສັນຈອນ ຄາດວ່າໜ້າຈະເປີດໃຊ້ໄດ້ຕາມປົກກະຕິໃນຕອນບ່າຍຂອງວັນທີ 14   ( ມື້ນີ້  ).

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...