ກໍາຈັດສິວຫົວດໍາດ້ວຍວິທີງ່າຍໆ ໃຊ້ເວລາພຽງ 5 ນາທີ

%e0%b8%aa%e0%b8%b4%e0%b8%a7%e0%b8%ab%e0%b8%b1%e0%b8%a7%e0%b8%94%e0%b8%b3ສິວຫົວດໍາສ່ວນຫຼາຍມັກເກີດຢູ່ດັງ, ແກ້ມ, ຄໍ ແລະຫຼັງ ແນ່ນອນວ່າບໍ່ມີໃຜມັກ ດັ່ງນັ້້ນຜູ້ຄົນສ່ວນຫຼາຍຕ່າງກໍຊອກຫາວິທີໃນການກໍາຈັດສິວຫົວດໍາ ໂດຍບໍ່ໄດ້ຄໍານຶງເຖິງສາເຫດທີ່ເຮັດໃຫ້ເກີດຈຸດດ່າງດໍາຕາມໃບໜ້າ.

ສິວຫົວດໍາ, ຮູຂຸມຂົນອຸດຕັນ ໂດຍປົກກະຕິຈະປະກົດຕົວອອກມາ ແມ່ນມີຜົນມາຈາກການກິນອາຫານທີ່່ບໍ່ດີ ພາວາທີ່ຂາດຄວາມສົມດຸນຂອງຮອກໂມນ ເຮັດໃຫ້ຜິວມັນ ແລະຜົມມັນ.

ເຖິງວ່າເຈົ້າຈະມັກການຮັກສາເຫຼົ່ານີ້ ແຕ່ຄໍາຖາມຖັດໄປຂອງເຈົ້າ ອາດຈະເປັນວິທີການກໍາຈັດສິວຫົວດໍາເມື່ອມັນປະກົດອອກມາ. ຕໍ່ໄປມາກໍາຈັດສິວຫົວດໍາດ້ວຍວິທີທີ່ແສນງ່າຍໂດຍສ່ວນປະກອບຈາກທໍາມະຊາດ.

ສ່ວນປະກອບມີໝາກນາວ ½ ໜ່ວຍ ແລະນໍ້າຜີ້ງ

%e0%ba%a7%e0%ba%b4%e0%ba%97%e0%ba%b5%e0%ba%ae%e0%ba%b1%e0%ba%81%e0%ba%aa%e0%ba%b2%e0%ba%aa%e0%ba%b4%e0%ba%a7

ວິທີກຽມ: ຢົດນໍ້າເຜີ້ງໃສ່ໜ້ອຍໜຶ່ງລົງເທິງໝາກນາວທີ່ຜ່າເຄິ່ງ ແລ້ວເອົາທາຄ່ອຍໆໃຫ້ທົ່ວໃບໜ້າ ໂດຍໃຫ້ຄວາມສໍາຄັນເປັນພິເສດບໍລິເວນຜິວທີ່່ມີປັນຫາ ປະໄວ້ປະມານ5-7 ນາທີ ຈຶ່ງລ້າງອອກ ແລະຕ້ອງລ້າງໜ້າດ້ວຍນໍ້າເປັນສະເໝີ ຫຼັງຈາກໃຊ້ວິືທີນີ້ຄັ້ງທໍາອິດ ຈະສາມາດສັງເກດເຫັນວ່າສະພາບຜິວດີຂຶ້ນ ຜິວຈະນຸ້ນ ແລະສະອາດ ແລະໃຊ້ວິທີນີ້ໄດ້ຕາມຄວາມຕ້ອງການ.