spot_img
Homeຂ່າວຕ່າງປະເທດຈີນ ເລີ່ມສ້າງທ້ອງຟ້າຈຳລອງໃຫຍ່ສຸດໃນໂລກ

ຈີນ ເລີ່ມສ້າງທ້ອງຟ້າຈຳລອງໃຫຍ່ສຸດໃນໂລກ

Published on

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ສປ ຈີນ​ໃຊ້​ງົບປະມານ 528 ລ້ານ​ຢວນ ​ເລີ່​ມສ້າງ​ທ້ອງຟ້າ​ຈຳ​ລອງ​ໃຫຍ່​ທີ່​ສຸດ​ໃນ​ໂລກ​ຢູ່​ຊຽງ​ໄຮ້ ​ແລະ ຈະ​ເປີດ​ໃຫ້​ບໍລິການ​ໃນ​ປີ 2020.

ທ້ອງຟ້າ​ຈຳລອງ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ແຫ່ງ​ນີ້ ຕັ້ງ​ຢູ່​ທີ່ Lingang area ຂອງ​ປູ​ຕົງ ຊຶ່ງ​ປະກອບ​ດ້ວຍ​ອາຄານ​ຫຼັກ, ອາຄານ​ແສງ​ອາທິດ, ບ່ອນ​ສັງ​ເກດ​ການ​ສຳລັບ​ເຍົາວະ​ຊົນ, ຫໍ​ຊົມ​ດາວ​ສຳລັບ​ເຜີຍ​ແພ່​ຄວາມ​ຮູ້​ດ້ານ​ດາຣາສາດ ​ແລະ ຍັງ​ອະນຸຍາດ​ໃຫ້​ຜູ້​ເຂົ້າ​ຊົມ​ຮຽນ​ຮູ້​ດາຣາສາດ​ດ້ວຍ​ວິທີ​ການ​ອື່ນໆ​ທີ່​ໜ້າ​ສົນ​ໃຈ, ທັງ​ນີ້ ທ້ອງຟ້າ​ຈຳລອງ​ດັ່ງກ່າວ​ໃຊ້​ງົບປະມານ​ໃນ​ການ​ກໍ່ສ້າງ 528 ລ້ານ​ຢວນ ​ແລະ ຈະ​ເປີດ​ໃຫ້​ບໍລິການ​ໃນ​ປີ 2020, ນອກຈາກ​ນີ້ ການ​ອອກ​ແບບ​ຂອງ​ອາຄານ​ຍັງ​ເຮັດ​ໃຫ້​ຕົວ​ເອງ​​ຄືກັບ​ເປັນ​ເຄື່ອງມື​ທາງ​ດາຣາສາດ ທີ່​ສາມາດ​ບອກ​​ເວລາ ​ແລະ ທິດ​ທາງ​ໄດ້ ​ໂດຍ​ເຕັກ​ໂນ​ໂລ​ຊີ​ທີ່​ໃຊ້​ສຳລັບ​ທ້ອງຟ້າ​ຈຳລອງ​ແຫ່ງ​ນີ້​ເປັນ​ເຕັກ​ໂນ​ໂລ​ຊີ​ສີ​ຂຽວ ​ແລະ ອັດ​ສະ​ລິ​ຍະ ​ໂດຍ​ໃຊ້​ພະລັງງານ​ແສງ​ອາທິດ ມີ​ລະບົບ​ກັກ​ເກັບ​ນ້ຳ​ຝົນ​.

ການ​ອອກ​ແບບ​ທັງ​ໝົດ​ກໍ່​ເພື່ອ​ຕ້ອງການ​ໃຫ້​​ເໝືອນກັບ​ເປັນ​ການ​ເຊື່ອມ​ຕໍ່​ມະນຸດ​ກັບ​ຈັກກະວານ​ໄວ້​ດ້ວຍ​ກັນ, ທ່ານ ຫລິນ ສິງ ຫົວໜ້າ​ຝ່າຍ​ຈັດ​ສະ​ແດງ​ຂອງ​ທ້ອງຟ້າ​ຈຳລອງ​ກ່າວ​ວ່າ ຜູ້​ເຂົ້າ​ຊົມ​ຈະ​ໄດ້​ເພີດ​ເພີນ​ໄປ​ກັບ​ລະບົບ​ສຸລິຍະ ​ແລະ ກາ​ແລັກ​ຊີ ​ໄດ້​ຮຽນ​ຮູ້​ໂຄງ​ສ້າງ​ລັງສີ​ຄອສມິກ ​ແລະ ທິດ​ສະ​ດີກາ​ນຂະຫຍາຍຕົວ​ຂອງ​ຈັກກະວານ ຊຶ່ງ​ເອີ້ນ​ໄດ້​ວ່າ ​ເປັນ​ພື້ນ​ທີ່​ຈັດ​ສະ​ແດງ​ທາງ​ດາຣາສາດ​ທີ່​ພິ​ເສດ​ໃນ​ຈີນ ນອກຈາກ​ນີ້​ບໍລິ​ເວນ​ດ້ານ​ນອກ​ຂອງ​ອາຄານ ​ເຮົາ​ຍັງ​ມີ​ສວນ​ໃຫ້​​ເດັກ​ນ້ອຍ​ສາມາດ​ເຂົ້າ​ແຄມ​ໃນ​​ໄລຍະ​ລະດູ​ຮ້ອນ ​ເພື່ອ​ສັງ​ເກດ​ທ້ອງຟ້າ ​ແ​ລະ ດວງ​ດາວ​ໃນຍາມ​ຄໍ່າ​ຄືນ.

ຈາກໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...