spot_img
Homeຂ່າວຕ່າງປະເທດເຈົ້າຂອງຊຳຊຸງ ຄອງແຊ໋ມຮັ່ງມີສຸດຂອງອາຊີ

ເຈົ້າຂອງຊຳຊຸງ ຄອງແຊ໋ມຮັ່ງມີສຸດຂອງອາຊີ

Published on

ວາລະສານ​ຟອບຂອງ​ອາ​ເມ​ລິກາ​ເປີດ​ເຜີຍ​ຜົນ​ການ​ສຳ​ຫຼວດຕະກຸນ​ທີ່​ຮັ່ງມີ​ທີ່​ສຸດ 50 ອັນ​ດັບ​ທຳ​ອິດ​ຂອງ​ອາຊີ​ປະຈຳ​ປີ 2016 ຕະກູນ​ອີ​ແຫ່ງ​ຊຳ​ຊຸງ​ຄອງ​ແຊ໋ມ ສ່ວນ​ຕະກຸນ​ເຈີ​ຍຣະວະມົນ ​ຕິດ​ອັນ​ດັບ​ມະຫາ​ເສດຖີ​ຮັ່ງມີ​ເປັນອັນ​ດັບ 2 ຂອງ​ອາຊີ.

ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ມະຫາ​ເສດຖີ​ຕະກຸນ​ອີ​ຂອງ ສ ​ເກົາຫຼີ ຊຶ່ງ​ເປັນ​ຜູ້​ກໍ່​ຕັ້ງ​ກິດຈະການ​ເຄືອ​ຊຳ​ຊຸງ​ຕິດ​ອັນ​ດັບ 1 ມະຫາ​ເສດຖີ​ອາຊີ​ທີ່​ມີ​ຊັບ​ສິນ​ລວມຫຼາຍ​ທີ່​ສຸດ​ໃນ​ປີ​ນີ້​ຄິດ​ເປັນ​ມູນ​ຄ່າ​ຫຼາຍ​ກວ່າ 29,6 ຕື້​ໂດ​ລາ​ສະຫະລັດ ​ໂດຍ​ລາຍ​ໄດ້​ຂອງ​ຕະກຸ​ນປະມານ 35% ມາ​ຈາກ​ບໍລິສັດ​ຊຳ​ຊຸງ ອິ​ເລັກ​ໂຕ​ນິກ ​ແຕ່​ກິດຈະການ​ເຄືອ​ຊຳ​ຊຸງ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ໜັກ​ໃນ​ປີ​ນີ້ ຈາກ​ກໍລະນີ​ທີ່​ໂທລະສັບ​ສະມາດ​ໂຟນ ຮຸ່ນ​ຊຳ​ຊຸງ ກາ​ແລກ​ຊີ ​ໂນ​ດ 7 ມີ​ບັນຫາ​ແບ​ດ​ເຕີຣີຮ້ອນ ​ແລະ ​ເກີດ​ໄຟ​ໄໝ້ ​ເຮັດ​ໃຫ້​ຕ້ອງ​ເອີ້ນ​ຄືນ​ສິນຄ້າ​ຫຼາຍ​ລ້ານ​ໜ່ວຍ​ທົ່ວ​ໂລກ ​ແລະ ຍຸຕິ​ການ​ຜະລິດ​ສະມາດ​​ໂຟນຮຸ່ນ​ດັ່ງກ່າວ.

ສ່ວນ​ຕະກຸນ​ເຈີ​ຣະວະມົນ ​ເຈົ້າ​ຂອງ​ກິດຈະການ​ເຄືອ​ຈະ​ເລີ​ນ​ໂພ​ກພັນ(ຊີ​ພີ)ຂອງ​ໄທ ຕິດ​ອັນ​ດັບ​ເສດຖີ​ຮັ່ງມີ​ເປັນອັນ​ດັບ 2 ຂອງ​ອາຊີ ມີ​ຊັບສິນ​ລວມ​ໃນ​ປີ​ທີ່​ຜ່ານ​ມາ​ຫຼາຍ​ກວ່າ 27,7 ຕື້​ໂດ​ລາ, ອັນ​ດັບ 3 ຄື ຕະກຸນ​ອຳ​ພານີ ​ເຈົ້າ​ຂອງ​ກິດຈະການພະລັງງານ​ເຊື້ອ​ເພີງ​ຂອງ​ອິນ​ເດຍ ມີ​ຊັບ​ສິນ​ລວມຫຼາຍ​ກວ່າ 25,8 ຕື້​ໂດ​ລາ.

ຂາວຈາກໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...