spot_img
Homeຂ່າວຕ່າງປະເທດພົບເຊື້ອໄຂ້ຫວັດສັດປີກ ສາຍພັນ H5N8 ລະບາດຢູ່ 6 ປະເທດເອີຣົບ

ພົບເຊື້ອໄຂ້ຫວັດສັດປີກ ສາຍພັນ H5N8 ລະບາດຢູ່ 6 ປະເທດເອີຣົບ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ພະຈິກນີ້ວ່າ ພົບການແຜ່ລະບາດຂອງເຊື້ອໄວຣັສ ໄຂ້ຫວັດສັດປີກ ສາຍພັນ H5N8 ໃນ 6 ປະເທດທົ່ວເອີຣົບ ສ້າງຄວາມເປັນຫ່ວງຕໍ່ຜົນກະທົບໃຫຍ່ຫລວງ ດ້ານອຸດສາຫະກຳທີ່ກ່ຽວຂ້ອງກັບສັດປີກ ທົ່ວທັງທະວີບດັ່ງກ່າວ ໂດຍໃນອາທິດນີ້ ມີລາຍງານພົບການລະບາດຂອງເຊື້ອພະຍາດນີ້ ຢູ່ບໍລິເວນພາກເໜືອປະເທດເຢຍລະມັນ, ຂະນະດຽວກັນກໍພົບການລະບາດທີ່ຄ້າຍຄືກັນ ໃນຝູງນົກປ່າຫລາຍຊະນິດ ທີ່ປະເທດສະວິດ, ໂປໂລຍ ແລະ ໂອຕຣິດ, ສະເພາະຢູ່ໂປໂລຍນັ້ນ ທາງການໄດ້ອອກມາຢືນຢັນແລ້ວວ່າ ເປັນພະຍາດໄຂ້ຫວັດສັດປີກ ສາຍພັນ H5N8.

ດ້ານກະຊວງສາທາລະນະສຸກ ປະເທດໂກຣອາຊີ ກໍໄດ້ອອກມາເປີດເຜີຍວ່າ ພົບການແຜ່ລະບາດຂອງເຊື້ອພພະຍາດນີ້ ໃນຝູງຫົງ ຢູ່ພື້ນທີ່ພາກຕາເວັນອອກຂອງປະເທດ, ສ່ວນຢູ່ຮົງກາຣີ ກໍມີການຢືນຢັນ ພົບຫົງຕິດເຊື້ອດັ່ງກ່າວ 1 ກໍລະນີ ຢູ່ບໍລິເວນຊາຍແດນທີ່ຕິດກັບປະເທດແຊັກບີ.

ກ່ອນໜ້ານີ້ ໃນວັນພຸດທີ 9 ພະຈິກຜ່ານມາ ລັດຖະບານໂຮນລັງ ກໍໄດ້ອອກຄຳສັ່ງໃຫ້ຊາວກະສິກອນ ທີ່ລ້ຽງສັດປີກໃນປະເທດຂອງຕົນ ດຳເນີນມາດຕະການສະກັດກັ້ນການຕິດເຊື້ອຈາກນົກປ່າ ສູ່ສັດປີກທີ່ລ້ຽງຢູ່ພາຍໃນຟາມຂອງຕົນ.

ທັງນີ້ ເຊື້ອໄວຣັສໄຂ້ຫວັດສັດປີກ ສາຍພັນ H5N8 ຖືເປັນໄວຣັສ ທີ່ພົບເຫັນອັດຕາການແຜ່ກະຈາຍສູງ ໃນລະຫວ່າງນົກ ແລະ ສັດປີກດ້ວຍກັນ, ແນວໃດກໍຕາມ ຍັງບໍ່ທັນເຄີຍເຫັນການຕິດເຊື້ອພະຍາດດັ່ງກ່າວນີ້ ໃນມະນຸດເທື່ອ.
 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...