Homeຂ່າວຕ່າງປະເທດGoPro ສັ່ງຮ້ອງຄືນ Karma ຫຼັງເຄື່ອງດັບກາງອາກາດ

GoPro ສັ່ງຮ້ອງຄືນ Karma ຫຼັງເຄື່ອງດັບກາງອາກາດ

Published on

GoPro ຮ້ອງຄືນໂດຣນຮຸ່ນ Karma ທັງຢືນຢັນຄືນເງິນໃຫ້ລູກຄ້າຈຳນວນເຕັມໃນຊ່ວງທ້າຍເດືອນຕຸລາທີ່ຜ່ານມາ GoPro ໄດ້ເລີ່ມຈຳໜ່າຍໂດຣນ Karma ອີກຄັ້ງໃນລາຄາ 799 ໂດລາມີການຂາຍອອກປະມານ 2,500 ຊິ້ນແຕ່ຫຼ້າສຸດທາງ GoPro ໄດ້ຮ້ອງຄືນສິນຄ້າຮຸ່ນດັ່ງກ່າວພ້ອມຢືນຢັນຄືນເງິນເຕັມຈຳນວນໃຫ້ລູກຄ້າ.

ການຮ້ອງຄືນໂດຣນ Karma ຜ່ານແວັບໄຊຄັ້ງນີ້ເກີດຈາກທາງ GoPro ພົບວ່າໂດຣນ Karma ຈຳນວນໜຶ່ງເກີດດັບກາງອາກາດໃນລະຫວ່າງໃຊ້ງານໂດຍສະເພາະໂດຣນເກີດດັບກາງອາກາດທີ່ກຳລັງທະຍານກາງອາກາດ ແລະ ຕົກລົງມາອາດເກີດຈາກສິ່ງທີ່ບໍ່ຄາດຄິດຂຶ້ນໄດ້.

ແນວໃດກໍຕາມການປະກາດດັ່ງກ່າວສົ່ງຜົນຕໍ່ຄວາມເຊື່ອມໝັ້ນນັກລົງທຶນຫຼັງຈາກທີ່ຫຸ້ນ GoPro ຕົກລົງກວ່າ 20% ກ່ອນໜ້ານີ້ແຕ່ເມື່ອມີຂ່າວການຮ້ອງຄືນສິນຄ້າດັ່ງກ່າວໄດ້ເຮັດໃຫ້ຫຸ້ນ GoPro ຕົກລົງອີກ 9% ໃນການຊື້ຂາຍຊົ່ວໂມງຖັດໄປ.

ຂ່າວຈາກໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສານປະຊາຊົນແຂວງວຽງຈັນ ຕັດສິນຈຳເລີຍ 14 ຄົນ ໃນຂໍ້ຫາຄ້າຢາເສບຕິດ ແລະ ຄາດຕະກຳ

ໃນວັນທີ 27 ສິງຫາ 2026 ຜ່ານມານີ້ ສານປະຊາຊົນ ແຂວງວຽງຈັນ ຕັດສິນຈໍາເລີຍ ຈໍານວນ 14 ຄົນ ຍິງ 1 ຄົນ...

ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ ບວກຄູ່ຮ່ວມເຈລະຈາ

ໃນລະຫວ່າງວັນທີ 31 ສິງຫາ-1 ກັນຍາ 2026 ທີ່ ນະຄອນຫຼວງບິສະເກັກ, ສາທາລະນະລັດ ກຽກກິດສະຖານ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ...

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ

ໃນຕອນບ່າຍວັນທີ 31 ສິງຫາ 2026 ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ນູຣລານ...

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2026 -2027 - ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ,...