Homeຂ່າວທ້ອງຖິ່ນຜົນກະທົບເລື່ອງການເກັບລາຍຮັບ ຢູ່ດ່ານສາກົນວັງເຕົ່າ

ຜົນກະທົບເລື່ອງການເກັບລາຍຮັບ ຢູ່ດ່ານສາກົນວັງເຕົ່າ

Published on

ຈາກການນໍາເຂົ້າສິນຄ້າທີ່ມີທ່າອ່ຽງຫຼຸດລົງ ການປ່ຽນຖານການນໍາເຂົ້າສິນຄ້າ ຂອງຫຼາຍບໍລິສັດ ໄປເຂົ້າທາງແຂວງ ອື່ນ ບວກກັບສະພາບຄວາມຝືດເຄືອງທາງດ້ານການເງິນ ສົ່ງຜົນກະທົບບໍ່ໜ້ອຍຕໍ່ການເກັບລາຍຮັບຂອງດ່ານສາກົນວັງເຕົ່າ ໃນຂະນະທີ່ການເກັບຄ່າຜ່ານທາງເມືອງໂພນທອງກໍເປັນບັນຫາ ເຮັດໃຫ້ຫຼາຍບໍລິສັດທີ່ນໍາເຂົ້າ-ອອກສິນຄ້າ ໄດ້ພາກັນປ່ຽນເສັ້ນທາງໄປນໍາເຂົ້າທີ່ແຂວງອື່ນ.

ຕາມການເປີດເຜີຍຂອງທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າດ່ານສາກົນ ວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ໃຫ້ຮູ້ເມື່ອບໍ່ດົນມານີ້ກ່ຽວກັບສະພາບການເກັບລາຍຮັບ ແລະການເຂົ້າ-ອອກສິນຄ້າ ລະຫວ່າງຊາຍແດນຂອງສອງປະເທດວ່າ: ສໍາລັບວຽກງານການເກັບລາຍຮັບເຂົ້າງົບປະມານ ນອກຈາກໃນຄະນະພັກພວກເຮົາໄດ້ມອບໝາຍໃຫ້ ແຕ່ລະສະຫາຍໃນຄະນະຮັບຜິດຊອບແລ້ວພວກເຮົາຍັງໄດ້ລະດົມຂົນຂວາຍຜູ້ປະກອບການໃຫ້ນໍາເຂົ້າ-ສົ່ງອອກຖືກຕ້ອງຕາມລະບຽບກົດໝາຍ ເພື່ອນໍາເງິນເຂົ້າງົບປະມານໃຫ້ໄດ້ຢ່າງຄົບຖ້ວນ ແລະທັນເວລາທີ່ໄດ້ກໍານົດໄວ້, ຊຶ່ງສະແດງອອກໃນແຜນການເກັບລາຍຮັບໃນສົກປີ 2015-2016 ໃຫ້ໄດ້ 700 ກວ່າຕື້ກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 10 ເດືອນຜ່ານມາ ພວກເຮົາສາມາດເກັບລາຍຮັບໄດ້ທັງໝົດ 522 ກວ່າຕື້ກີບ, ເທົ່າກັບ 70 ກວ່າສ່ວນຮ້ອຍ ຖ້າທຽບໃສ່ໄລຍະດຽວກັນກັບປີຜ່ານມາແມ່ນຫຼຸດລົງ 7%.

ຫົວໜ້າດ່ານຢໍ້າວ່າ: ສາເຫດທີ່ເຮັດໃຫ້ການເກັບລາຍຮັບໄດ້ຕໍ່າກວ່າປີຜ່ານມາ ແມ່ນມາຈາກຫຼາຍສາເຫດ, ເປັນຕົ້ນແມ່ນບັນຫາຄວາມຝືດເຄືອງທາງດ້ານການເງິນ ເຮັດໃຫ້ຫຼາຍບໍລິສັດເກີດມີໜີ້ສິນຕໍ່ກັນ ແລ້ວກໍກະທົບເຮັດໃຫ້ການນໍາເຂົ້າ-ສົ່ງອອກສິນຄ້າຫຼຸດລົງ, ອີກບັນຫາຄືປະຈຸບັນມີຫຼາຍບໍລິສັດທີ່ເຄີຍນໍາເຂົ້າ-ສົ່ງອອກສິນຄ້າຜ່ານດ່ານ ໄດ້ປ່ຽນຖານໄປບ່ອນອື່ນຄືການນໍາໃຊ້ເສັ້ນທາງແຂວງອື່ນ ສະນັ້ນຈິ່ງເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານປີນີ້ ບໍ່ໄດ້ຕາມແຜນການ.

ຕໍ່ກັບການເກັບຄ່າຜ່ານທາງເມືອງໂພນທອງ ທ່ານຫົວໜ້າດ່ານຍອມຮັບວ່າ: ບັນຫານີ້ໄດ້ເຮັດໃຫ້ຫຼາຍບໍລິສັດທີ່ນໍາເຂົ້າ-ສົ່ງອອກສີນຄ້າ ໄດ້ພາກັນໄປນໍາໃຊ້ເສັ້ນທາງຢູ່ແຂວງອື່ນ ແລະນັ້ນກໍໝາຍຄວາມວ່າການເກັບຄ່າຜ່ານເສັ້ນ ທາງດັ່ງກ່າວກໍເປັນຜົນກະທົບຕໍ່ການເກັບລາຍຮັບຂອງແຂວງຈໍາປາສັກ.

ແນວໃດກໍຕາມທາງຫົວໜ້າດ່ານສາກົນວັງເຕົ່າ ກໍຍັງເຊື່ອໝັ້ນວ່າ: ໃນໄລຍະ 2 ເດືອນຂ້າມຜ່ານພວກເຮົາຈະສູ້ຊົນເຮັດໃຫ້ການເກັບລາຍຮັບໃຫ້ໄດ້ໃນລະດັບ 90 ກວ່າຕື້ກີບ, ພ້ອມດຽວກັນນີ້ ແມ່ນຈະໄດ້ສືບຕໍ່ສຸມໃສ່ໃນ 3 ໜ້າວຽກໃຫຍ່ຄື: ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ວຽກງານການເກັບລາຍຮັບເຂົ້າງົບປະມານ ແລະວຽກງານການກໍ່ສ້າງພື້ນຖານໂຄງລ່າງ ການປະດັບປະດາ ແລະຄວາມເປັນລະບຽບຮຽບຮ້ອຍພາຍໃນຂອບເຂດຮັບຜິດຊອບ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...