ອາຊຽນ-ຈີນ ເພີ່ມທະວີການຮ່ວມມື ຕ້ານອາຊະຍາກຳຂ້າມຊາດ ຢ່າງມີປະສິດທິຜົນ

ໃນ​ວັນ​ທີ 9 ພະຈິກນີ້ ທີ່​ນະຄອນຫລວງ​ວຽງ​ຈັນ, ​ພາຍ​ໃຕ້​ການ​​ເປັນ​ປະ​ທານ​ຂອງ ສປປ ລາວ ໄດ້​ຈັດ​ກອງ​ປະຊຸມ ຫົວໜ້າ​ອົງການ​ໄອ​ຍະ​ການ ອາ​ຊຽນ-ຈີນ ຄັ້ງ​ທີ 10 ຂຶ້ນ ​ພາຍ​ໃຕ້​ຫົວ​ຂໍ້ “​ເພີ່ມ​ທະວີ​ການ​ຮ່ວມ​ມື ​ໃນ​ການ​ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ ຢ່າງ​ມີ​ປະສິດທິ​ຜົນ” ​ໂດຍ​ລົງ​ເລິກ​ບັນ​ຫາ​ຢາ​ເສບ​ຕິດ ​ແລະ ການ​ຄ້າ​ມະນຸດ ​ໂດຍ​ການ​ເປັນ​ປະທານ​​ຂອງ ​ທ່ານ ຄຳ​ສານ ສຸ​ວົງ ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ແຫ່ງ ສປປ ລາວ, ມີ​ທ່ານ ຊາວ ຈ້ຽນມິ​ງ ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ແຫ່ງ ສປ ຈີນ ​ແລະ ຫົວໜ້າ​ໄອ​ຍະ​ການ​ສູງ​ສຸດ​ ຈາ​ກບັນດາ​ປະ​ເທດ​ອາ​ຊຽນ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ອາ​ຊຽນ​ເຂົ້າ​ຮ່ວມ.

ທ່ານ ຄຳ​ສານ ສຸ​ວົງ ​ກ່າວ​ວ່າ: ປັດຈຸ​ບັນ ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ ​ໂດຍ​ສະ​ເພາະ ​ບັນຫາ​ຢາ​ເສບ​ຕິດ ​ແລະ ການ​ຄ້າ​ມະນຸດ ​ໄດ້​ກາຍ​ເປັນ​ ບັນ​ຫາ​ລວມຂອງ​ໂລກ ອັນ​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ໝັ້ນຄົງຂອງ​ບັນດາ​ປະ​ເທດ ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ​ໃນ​ແຕ່ລະ​ປີ ບັນຫາ​ອາ​ຊະ​ຍາ​ກຳຂ້າມ​ຊາດ ບໍ່​ພຽງ​ແຕ່​ສ້າງຄວາມ​ເສຍ​ຫາຍ​ແກ່​ຊີວິດ ​ແລ​ະ ຊັບ​ສິນ​ຂອງ​ປະຊາຊົນ​ ຢ່າງ​ມະຫາສານ ​ແຕ່​ຍັງ​​ເປັນ​ອຸປະສັກ​ຕໍ່​ການ​ພັດທະນາ​ ເສດຖະກິດ-ສັງຄົມ ​ຂອງ​ບັນດາ​ປະຊາ​ຊາດ ​ແລະ ການ​ຮ່ວມ​ມື ​ໃນ​ພາກ​ພື້ນ​. ດັ່ງ​ນັ້ນ​, ອົງການ​ໄອ​ຍະ​ການ​ສູງ​ສຸດ ​ຂອງ​ບັນດາປະ​ເທດ​ສະມາຊິກ​ອາ​ຊຽນ ​ເຫັນ​ໄດ້​ຄວາມ​ສຳຄັນ​ ໃນ​ການ​ຮ່ວມ​ມືກັບ​ອົງການ​ໄອ​ຍະ​ການປະຊາຊົນ​ສູງ​ສຸດຂອງ ສປ ຈີນ ​ເພື່ອ​ຕໍ່ສູ້​ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ ໃນ​ພາກ​ພື້ນ ອັນ​ເປັນ​ການ​ປະກອບສ່ວນ ​ເຂົ້າ​​ໃນພາລະກິດປົກ​ປັກ​ຮັກສາ ​ແລະ​ ສົ່ງ​ເສີມ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ໝັ້ນຄົງ​ ໃນ​ພາກ​ພື້ນ​ກໍ​ຄື​ໃນ​ໂລກ.

ພ້ອມ​ດຽວ​ກັນ ​ທ່ານ ຄຳ​ສານ ສຸ​ວົງ ໄດ້​ກ່າວ​ຕື່ມ​ວ່າ: ຍ້ອນ​ເຫັນ​ໄດ້​ ຄວາມ​ອັນຕະລາຍ ​ແລະ ຄວາມ​ເສຍ​ຫາຍ ​ອັນ​ໃຫຍ່​ຫລວງ ສປປ ລາວ ຈະ​ເພີ່ມ​ທະວີ ​ການຈັດ​ຕັ້ງ​ປະຕິບັດ​ຍຸດ​ທະ​ສາດ ​ແລະ ນິຕິ​ກຳ​ຕ່າງ​ໆຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ແນ່​ໃສ່​ສະກັດ​ກັ້ນ, ຕ້ານ​ອາ​ຊະ​ຍາ​ກຳ ​ຢາ​ເສບ​ຕິດ ​ແລະ ການ​ຄ້າ​ມະນຸດ​​ ໂດຍ​ມິ​ທິດ​ທາງຄື: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ ​ແລະ ອາ​ຊຽນ ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ ​ໂດຍ​ສະ​ເພາະອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ ແລະ ການ​ຄ້າ​ມະນຸດ ​ເພື່ອ​ນຳ​ເອົາ​ຕົວ​ຜູ້​ກະທຳ​ຜິດ​ມາ​ລົງ​ໂທດ​ຕາມ​ກົດໝາຍ​ຢ່າງ​ສັກສິດ ດ້ວຍ​ການ​ໃຫ້ການ​ຮ່ວມ​ມືເຊິ່ງກັນ ​ແລະ ກັນ, ການ​ຮ່ວມ​ມື​ທາງອາຍາ ​ແລະ ການ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ ​ໂດຍ​ຜ່ານ​ກົນ​ໄກ​ທີ່​ເໝາະ​ສົມ​ຕາມ​ສົນທິສັນຍາ​ທີ່​ໄດ້​ເຊັນ​ກັນ; ເອົາ​ໃຈ​ໃສ່​ໃນ​ການ ຈັດ​ຕັ້ງ​ປະຕິບັດ​ຖະ​ແຫລ​ງການ​ຮ່ວມ ​ລະຫວ່າງ​ຫົວໜ້າ​ອົງການ ​ໄອ​ຍະ​ການ​ສູງ​ສຸດ ອາ​ຊຽນ-ຈີນ ​ໃຫ້​ເປັນ​ຮູບ​ປະ​ທຳ ​ໂດຍ​ມີ​ກົນ​ໄກ​ປະສານ​ງານ​ທີ່​ຄ່ອງ​ແຄ້ວ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ ​ແລະ ອາ​ຊຽນ​ ໃຫ້​ຊັດ​ເຈນທັນ​ກັບສະພາບ​ການ; ຜັນ​ຂະຫຍາຍ​ບັນດາ​ຂໍ້​ກຳນົດ, ກົດໝາຍ ​ແລະ ສົນທິສັນຍາທີ່​ກ່ຽວຂ້ອງ​ກັບ ​ຄະດີ​ຢາ​ເສບ​ຕິດ ​ແລະ ການ​ຄ້າ​ມະນຸດ ​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ​ຢ່າງ​ມີ​ປະສິດທິ​ຜົນ; ພ້ອມ​ທັງ​ປັບປຸງ​ ປະສິດທິພາບ ​ແລະ ຂີດ​ຄວາມ​ສາມາດ ​ໃນ​ການ​ປະຕິບັດພາ​ລະ​ບົດບາດ, ໜ້າ​ທີ່​ຂອງ​ອົງການ​ໄອ​ຍະ​ການ​​ ໃຫ້​ທຽບ​ເທົ່າ​ກັບ​ບັນ​ດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ເທື່ອລະ​ກ້າວ.

ກອງ​ປະຊຸມ​ດັ່ງກ່າວ ຍັງ​ເປັນ​ການ​ຢືນ​ຢັນຄືນຄວາມ​ໝາຍ​ໝັ້ນ ທີ່​ຈະ​ສືບ​ຕໍ່​ຮ່ວມ​ມື​ກັນອັນ​ສອດ​ຄ່ອງ​ກັບ ​ແຜນ​ປະຕິບັດ​ງານ​ອາ​ຊຽນ-ຈີນ 2016-2020 ​ແລະ ​ເຈດ​ຕະນາ​ລົມ​ທາງ​ການ​ເມືອງຂອງ​ຜູ້ນຳ ອາ​ຊຽນ-ຈີນ ທີ່​ຈະ​​ເສີມ​ຂະຫຍາຍ​ການ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ແລະ ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ຈະ​ປອບ​ສ່ວນ​ສຳຄັນ ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ວຽກ​ງານ​ ໄອ​ຍະ​ການ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ​ເກົ່າ​ ​ໂດ​ຍຜ່ານບັນດາ​ສົນທິສັນຍາ ​ແລະ ຖະ​ແຫລ​ງການ​ທີ່​ໄດ້​ເຊັນ​ຮ່ວມ​ກັນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!