Homeນານາສາລະບໍ່ຄວນດື່ມນໍ້າໝາກພ້າວຊ່ວງເປັນປະຈໍາເດືອນ

ບໍ່ຄວນດື່ມນໍ້າໝາກພ້າວຊ່ວງເປັນປະຈໍາເດືອນ

Published on

ທີ່ຈິງແລ້ວແມ່ນຖືກສອນຕໍ່ໆກັນມາຕັ້ງແຕ່ສະໄໝປູ່ຍ່າຕານາຍ ວ່າຫ້າມດື່ມນໍ້າໝາກພ້າວຊ່ວງທີ່ກໍາລັງເປັນປະຈໍາເດືອນ ເພາະມັນຈະເຮັດໃຫ້ປະຈໍາເດືອນມາໜ້ອຍກວ່າປົກກະຕິ ປະຈໍາເດືອນມາຢຸດໆຢ່ອນໆ ຫຼືບໍ່ກໍເຮັດໃຫ້ປະຈໍາເດືອນເລື່ອນມາບໍ່ປົກກະຕິ.

ດື່ມນໍ້າໝາກພ້າວອ່ອນໃນຊ່ວງທີ່ເປັນປະຈໍາເດືອນຈະມີຜົນເຮັດໃຫ້ປະຈໍາເດືອນຢຸດ ຫຼືກາຍມາໜ້ອຍ ແລະເຮັດໃຫ້ເປັນປະຈໍາເດືອນຄັ້ງຕໍ່ໄປຊ້າກວ່າປົກກະຕິ.

ໂດຍທົ່ວໄປບໍ່ໄດ້ຫ້າມດື່ມ ຄວາມຈິງກໍຄືນໍ້າໝາກພ້າວຈະມີສານອາຫານແບບດຽວກັບຮອກໂມນເພດ ມີຜົນຕໍ່ປະຈໍາເດືອນໄດ້ ອາດເຮັດໃຫ້ປະຈໍາເດືອນຢຸດ ແຕ່ບໍ່ເປັນຄືກັນທຸກຄົນທັ້ງທີ່ຂຶ້ນກັບປະລິມານຂອງນໍ້າໝາກພ້າວທີ່ດື່ມ ປະລິມານຮອກໂມນໃນນໍ້າໝາກພ້າວແຕ່ລະໜ່ວຍກໍບໍ່ເທົ່າກັນ ແລະການຕອບຮັບຂອງຮ່າງກາຍແຕ່ລະຄົນກໍແຕກຕ່າງກັນ.

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...