spot_img
Homeນານາສາລະວິທີເຮັດໃຫ້ຄິ້ວໜາງ່າຍໆ ດ້ວຍຫົວຜັກບົ່ວ

ວິທີເຮັດໃຫ້ຄິ້ວໜາງ່າຍໆ ດ້ວຍຫົວຜັກບົ່ວ

Published on

ສາວໆຫຼາຍຄົນ ມີປັນຫາເລື່ອງຂົນຄິ້ວບາງ, ຄິ້ວໂລ້ນ ແບບວ່າຖ້າບໍ່ແຕ່ງໜ້າກໍຂໍແຕ້ມຄິ້ວກ່ອນອອກໄປນອກກໍຍັງດີ ຫຼືບາງຄົນໄປສັກຄິ້ວສາມມິຕິ, ແປດມິຕິ ເຈັບກໍອົດທົນເພື່ອຄວາມງາມ ຕໍ່ນີ້ໄປຈະບໍ່ເສຍເວລາກັບການແຕ້ມຄິ້ວອີກ ດ້ວຍວີທີງ່າຍໆເຊັ່ນ: ໂດຍໃຊ້ຕົວຊ່ວຍຈາກທໍາມະຊາດ ນັ້ນກໍຄືຫົວຜັກບົ່ວ

ວີທີ: ເອົາຫົວຜັກບົ່ວມາບີບຄັ້ນເອົານໍ້າຂອງມັນ ໂດຍການຜ່າເຄິ່ງຕາມແນວຕັ້ງ ໃຊ້ບ່ວງຂູດໆເຄິ່ງກາງໃຫ້ແຕ່ລະຊັ້ນລອກອອກມາເປັນແຜ່ນໆ ແລ້ວເອົາສໍາລີແຕະເພື່ອໃຫ້ນໍ້າຫົວຜັກບົ່ວຊຶມເຂົ້າໄປ ຈາກນັ້ນນໍາໄປທາໃສ່ຄິ້ວແຕ່ຕ້ອງລູບໄປຕາມລວງຂອງຂົນຄິ້ວ ປະໄວ້ປະມານ 30 ນາທີ ແລ້ວຈຶ່ງລ້າງອອກ ໃຊ້ວິທີນີ້ພຽງແຕ່4-5 ຄັ້ງຕໍ່ອາທິດ ເປັນເວລາ 2 ເດືອນ ຂົນຄິ້ວກໍຈະເລີ່ມໜາຂຶ້ນ ແລະບໍ່ຈໍາເປັນຕ້ອງໃຊ້ສໍແຕ້ມຄິ້ວອີກຕໍ່ໄປ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...