Homeນານາສາລະ10 ວິທີຮັບມືຈາກການເມົາຄ້າງ ດ້ວຍວິທີງ່າຍໆ ດື່ມຫຼາຍປານໃດກໍໄດ້ຜົນ

10 ວິທີຮັບມືຈາກການເມົາຄ້າງ ດ້ວຍວິທີງ່າຍໆ ດື່ມຫຼາຍປານໃດກໍໄດ້ຜົນ

Published on

ນັກດື່ມຫຼາຍໆຄົນຄົງບໍ່ມີໃຜທີ່ບໍ່ເຄີຍມີອາການເມົາຄ້າງ ບາງຄົນເຖິງກັບເສຍວຽກເສຍງາກັນເປັນແຖວ ໂຊກຮ້າຍທີ່ຕອນນີ້ຍັງບໍ່ມີແກ້ໃຫ້ເຊົາໄດ້ທັນທີ ແຕ່ຍັງມີຫຼາຍວິທີທີ່ຈະຊ່ວຍບັນເທົາການເມົາຄ້າງໃຫ້ດີຂຶ້ນໄດ້ ເຊັ່ນ:

  1. ກິນນໍ້າໝາກກອກ 1 ບ່ວງກ່ອນໄປດື່ມສິ່ງມຶນເມົາ ພຽງເທົ່ານີ້ກໍສາມາດຊ່ວຍຮ່າງກາຍຢັບຢັ້ງການດູດຊຶມແອວກໍຮໍໄດ້ເຊັນກັນ
  2. ດື່ມນໍ້າຫຼາຍໆ ແນ່ນອນວ່າຍິ່ງດື່ມຫຼາຍເທົ່າໃດຮ່າງກາຍຍິ່ງຂາດນໍ້າ ແລະອາການເມົາຄ້າງກໍຍິ່ງເພີ່ມຂຶ້ນ ຢາກໃຫ້ເຊົາເມົາຄ້າງວິທີງ່າຍໆຄືການເພີ່ມນໍ້າໃຫ້ຮ່າງກາຍ ໂດຍການດື່ມນໍ້າໃຫ້ຫຼາຍໆ ຫຼັງຈາກການຕື່ນນອນ ເພາະການດື່ມນໍ້າຈະຊ່ວຍຂັບແອວກໍຮໍອອກມາເປັນປັດສະວະ ບໍ່ດົນອາການເຈັບຫົວ ແລະທ້ອງໄສ້ປັ່ນປ່ວນກໍຈະເຊົາປານປິດຖື້ມ
  3. ດື່ມນໍ້າຂີງ ພຽງແຕ່ຕົ້ມຂີງສົດທີ່ຕັດໄວ້ປະມານ 10-12 ຕ້ອນ, ໃນນໍ້າປະລິມານ 4 ຖ້ວຍ ຈາກນັ້ນບີບນໍ້າໝາກນາວລົງເຄິ່ງໜ່ວຍ ແລະນໍ້າເຜິ້ງອີກເຄິ່ງຖ້ວຍ ໂດຍສ່ວນປະກອບເຫຼົ່ານີ້ຈະຊ່ວຍຫຼຸດອາການເມົາຄ້າງໄດ້ໄວ ເພາະຈະໄປຮັກສາສະຖຽນລະພາບຂອງລະດັບນໍ້າຕານໃນເລືອດໄດ້ດີອີກດ້ວຍ
  4. ດື່ມນໍ້າໝາກໄມ້ຈະເຮັດໃຫ້ເຮົາສົດຊື່ນ ເຊຶ່ງເປັນຕົວເລືອກທີ່ດີຂອງຄົນເມົາຄ້າງ ເພາະວິຕາມິນ ແລະແຮ່ທາດໃນນໍ້າໝາກໄມ້ຈະຊ່ວຍໃຫ້ມີແຮງຫຼາຍຂຶ້ນ ໃນນໍ້າໝາກໄມ້ມີປະລິມານຟຣຸກໂຕສສູງ ກໍຄືນໍ້າຕານທີ່ເຮັດໜ້າທີ່ໃຫ້ພະລັງງານແກ່ຮ່າງກາຍ ເຊັນດຽວກັບການເຮັດໜ້າທີຂອງຕັບ ຂໍແນະນໍາໃຫ້ດື່ມນໍ້າໝາກໄມ້ທີ່ມີວິຕາມິນຊີສູງ ເຊັ່ນ: ນໍ້າໝາກເລັ່ນ ແລະນໍ້າສົ້ມ
  5. ເຄື່ອງດື່ມເກືອແຮ່ຊ່ວຍໄດ້ ເຄື່ອງດື່ມເກືອແຮ່ຈະຊ່ວຍແທນປະລິມານນໍ້າທີ່ຮ່າງກາຍສູນເສຍໄປໄດ້ ແລະຍັງຊ່ວຍເພີ່ມພະລັງງານໃຫ້ຮ່າງການເຮົານໍາ ແຕ່ຄວນລະວັງເກືອແຮ່ທີ່ມີ ຄາເຟອີນເພາະວ່າຄາເຟອີນຈະຍິ່ງເຮັດໃຫ້ຮ່າງກາຍຂາດນໍ້າຫຼາຍກວ່າເກົ່າ
  6. ຢ່າປະໃຫ້ທ້ອງຫວ່າງໃນຕອນເຊົ້າ ແນ່ນອນຖ້າມີອາການເມົາຄ້າງແລ້ວເຮັດໃຫ້ບໍ່ຢາກກິນຫຍັງເລີຍໃນຕອນເຊົ້າ ມັນຍິ່ງເຮັດໃຫ້ອາການໜັກຂຶ້ນໄປກວ່າເກົ່າ ສະນັ້ນອາຫານຈິງສໍາຄັນຫຼາຍ ເພາະການກິນເຂົ້າເຊົ້າຈະໄປຊ່ວຍເຕີ່ມພະລັງງານກັບຄືືນສູ່ຮ່າງ ຫຼັງຈາກດື່ມໜັກມາໝົດຄືນ ແລະເພື່ອປ້ອງກັນບໍ່ໃຫ້ປວກຮາກ
  7. ດື່ມນໍ້າໝາກພ້າວ ຫຼັງຈາກທີ່ຮ່າງກາຍເສຍນໍ້າຫຼາຍເນື່ອງຈາກການດື່ມ ຖ້າທ່ຽວຖ່າຍເບົາຖີ່ໆຮ່າງກາຍກໍຈະສູນເສຍໂພແທສຊຽມຫຼາຍກ່າວປົກກະຕິ ແລະເມື່ອຮ່າງກາຍມີໂພແທສຊຽມຕໍ່າ ກໍຈະຮູ້ສຶກອ່ອນເພຍ ມີງານວິໄຈອອກມາວ່າ:ນໍ້າໝາກພ້າວມີປະລິມານຂອງໂພແທສຊຽມຫຼາຍກວ່າເຄື່ອງດື່ມເກືອແຮ່ເຖິງ 5 ເທົ່າ
  8. ກິນນໍ້າແກ້ງຜັກ ເພາະນໍ້າຕົ້ມຜັກເປັນແຫຼ່ງລວມວິຕາມິນ ແລະແຮ່ທາດຊັ້ນດີ ຖ້າມີອາການເຈັບຫົວ, ທ້ອງໄສ້ປັ່ນປ່ວນ ລອງຊົດນໍ້າແກ້ງຜັກຮ້ອນໆ ແລ້ວຈະຮູ້ສຶກດີຂຶ້ນ
  9. ຫຼີກຫຼຽງເຄື່ອງດື່ມທີ່ມີຄາເຟອີນ ເຊັ່ນການເຟ ມັນຍິ່ງເຮັດໃຫ້ຮ່າງກາຍຂາດນໍ້າຫຼາຍກວ່າເກົ່າ ນອກຈາກນີ້ຄາເຟອີນຈະເຮັດໃຫ້ຫຼອດເລືອດຕີບລົງ ແລະເຮັດໃຫ້ຄວາມດັນເລືອດສູງຂຶ້ນ ສົ່ງຜົນໃຫ້ອາການເມົາຄ້າງໜັກກວ່າເກົ່າ
  10. ກິນໄຂ່ ໄຂ່ປະກອບໄດ້ວຍກົດອະມີໂນທີ່ຮ້ອງວ່າ cysteine ຊຶ່ງເປັນສິ່ງທີ່ດີຕໍ່ຮ່າງກາຍ ຫຼັງຈາກດື່ມມາຫຼາຍ ຈົນມີອາການເມົາຄ້າງ cysteine ຈະໄປເຮັດໜ້າທີ່ຖອນຜິດທີ່ເຮັດໃຫ້ຮ່າງກາຍບໍ່ຮູ້ສຶກດີຫຼັງດື່ມສິ່ງມຶນເມົາເຂົ້າໄປ ດ້ວຍການທໍາຄວາມສະອາດສານຜິດທີ່ຫຼົງເຫຼືອໃນຮ່າງກາຍ ນອກຈາກນີ້ການກິນໄຂ່ສາມາດຊ່ວຍໃຫ້ຮ່າງກາຍແຂງແຮງຂຶ້ນ ແລະພະລັງງານຫຼາຍຂຶ້ນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...