spot_img
Home​ຂ່າວບັນເທິງມິສແກຣນອິນເຕີເນຊັນເນລ 2016 ມີແຜນຈະມາຢ້ຽມຢາມລາວ ໃນກາງເດືອນ ພະຈິກນີ້

ມິສແກຣນອິນເຕີເນຊັນເນລ 2016 ມີແຜນຈະມາຢ້ຽມຢາມລາວ ໃນກາງເດືອນ ພະຈິກນີ້

Published on

ຕາມແຫລ່ງຂ່າວອ້າງອີງຈາກເຟສບຸກ MISS GRAND LAOS ໄດ້ເປີດເຜີຍເມື່ອວັນທີ 6 ພະຈິກ 2016 ທີ່ຜ່ານມາວ່າ “ອາລິດກາ ປຸຕີ ເປີຕີວີ” ມິສແກຣນອິນເຕີເນຊັນເນລ 2016 ພ້ອມດ້ວຍ “ຝ້າຍ ສຸພາພອນ ມະລິຊ້ອນ” ຮອງອັນດັບສອງ ຈະເດີນທາງມາຢ້ຽມຢາມ ແລະ ເຮັດກິດຈະກຳເພື່ອສັງຄົມໃນ ສປປ ລາວ ຫຼັງຈາກຮັບຕຳແໜ່ງ ໃນວັນທີ 13-16 ພະຈິກ 2016

6344

ກິດຈະກຳທີ່ມິສແກຣນອິນເຕິເນຊັນເນລ 2016 ຈະມາປະຕິບັດພາລະກິດໃນ ສປປລາວ ເມື່ອວັນທີ 13-16 ພະຈິກ 2016 ຈະມີດັ່ງລຸ່ມນີ້:

1.ຮ່ວມກິດຈະກຳວັດທະນະທຳຂອງລາວ
-ຕັກບາດ
-ວຽນທຽນພະທາດຫລວງວຽງຈັນ
-ຖ່າຍຮູບກັບປະຕູໄຊ
-ຮ່ວມກິດຈະກຳການສະແດງປະເພນີຂອງລາວ
-ນັ່ງເບີ່ງມວຍລາວ

2.ມາບໍລິຈາກມອບສິ່ງຂອງຊ່ວຍເຫລືອເດັກນ້ອຍດອຍໂອກາດ ໃຫ້ແກ່ເດັກນ້ອຍພິການ ຫູຫນວກ ຕາບອດ

3.ໂປຣໂມດມິດສະແກຣນໃນລາວ
-ຫ້າງວຽງຈັນເຊັນເຕີ້
-ເຮັດກິດຈະກຳລູກຄ້າຜູ້ສະຫນັບສະຫນູນ

ການມາຂອງສອງສາວງາມຈາກເວທີລະດັບໂລກໃນຄັ້ງນີ້ ທາງທີມງານ ມິສແກຣນອິນເຕີເນຊັນເນລ 2016 ເປີດໂອກາດໃຫ້ຊ່າງພາບເຂົ້າໄປຖ່າຍທຳ ເກັບຂ່າວ໌ ຖ່າຍຮູບພາບໄດ້ ຫາກພາກສ່ວນໃດສົນໃຈກໍ່ສາມາດຕິດຕໍ່ ຫຼື ອິນບັລອກໄປທີ່ ເພສ: ISS GRAND LAOS ເພື່ອແຈ້ງເຈດຈຳນົງໄດ້

ຂໍ້ມູນທີ່ມາຈາກເຟສບຸກ: MISS GRAND LAOS

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...