spot_img
Homeຂ່າວເຫດການຮອງປະທານປະເທດ ເຂົ້າຮ່ວມງານສະຫລອງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 20 ປີ

ຮອງປະທານປະເທດ ເຂົ້າຮ່ວມງານສະຫລອງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 20 ປີ

Published on

ພິທີສະເຫຼີມສະຫຼອງ ມະຫາວິທະຍາໄລແຫ່ງຊາດລາວ ຄົບຮອບ 20 ປີ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 5 ພະຈິກນີ້, ທີ່ເດີ່ນກິລາ ມຊ ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ມີທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທູຕານຸທູດ, ອົງການຈັດຕັ້ງສາກົນປະຈໍາລາວ ພ້ອມດ້ວຍຄູ-ອາຈານ, ນັກຮຽນ-ນັກສຶກສາເຂົ້າຮ່ວມຫລາຍກວ່າ 1.000 ຄົນ.

ທ່ານ ສົມສີ ຍໍພັນໄຊ ຜູ້ວ່າການແທນ ອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ ໄດ້ຂຶ້ນກ່າວຄຳເຫັນວ່າ: ຜ່ານໄລຍະ 20 ປີແຫ່ງການກໍ່ຕັ້ງ ແລະ ເຕີບໃຫຍ່ຂະຫຍາຍຕົວ, ປັດຈຸບັນ, ມຊ ປະກອບມີ 12 ຄະນະວິຊາ, ໃນນັ້ນ, ມີຫຼັກສູດການຮຽນ-ການສອນທັງໝົດ 178 ຫຼັກສູດ, ປະກອບມີຫຼັກສູດປະລິນຍາເອກ 3 ຫຼັກສູດ,ປະລິນຍາໂທ 52 ຫຼັກສູດ, ປະລິນຍາຕີ 100 ຫຼັກສູດ, ຕໍ່ເນື່ອງປະ ລິນຍາຕີ 22 ຫຼັກສູດ ແລະ ອະນຸປະລິນຍາ 1ຫຼັກສູດ. ເຊິ່ງມີນັກນຶກສາໄດ້ສໍາເລັດການສຶກສາຜ່ານຫຼັກສູດເຫຼົ່ານີ້ໄປແລ້ວ 89.956 ຄົນ, ຍິງ 31.147 ຄົນ. ທ່ານກ່າວວ່າ: ເພື່ອພັດທະນາ ມຊ ໃຫ້ໄປຕາມວິໄສທັດ ແລະ ແຜນຍຸດທະສາດ ໃນຊຸມປີຕໍ່ໜ້າ ຕ້ອງໄດ້ສູ້ຊົນເພື່ອພັດທະນາ ມຊ ໃຫ້ໄດ້ມາດຕະຖານ ເທົ່າທຽມກັບບັນດາມະຫາວິທະຍາໄລ ໃນພາກພື້ນ ແລະ ສາກົນ.

ໃນພິທີສະເຫຼີມສະຫຼອງ ມຊ ຄົບຮອບ 20 ປີ, ທ່ານຮອງປະທານປະເທດ ໄດ້ໃຫ້ທິດຊີ້ນຳວ່າ: ໃນໄລຍະ 20 ຜ່ານມາ ມະຫາວິທະຍາໄລແຫ່ງຊາດລາວ ສາມາດກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ຫຼາຍສາຂາວິຊາຊີບ ໃນລະດັບອະນຸປະລິນຍາ, ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ອອກຮັບໃຊ້ສັງຄົມນັບເປັນແສນຄົນ, ໃນຈໍານວນນີ້ມີຫຼາຍໆຄົນໄດ້ກາຍເປັນພະນັກງານການນໍາລະດັບຕ່າງໆ, ກາຍເປັນພະນັກງານວິຊາການທີ່ມີຄວາມຮູ້ຄວາມສາມາດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄືການສ້າງສາພັດທະນາປະເທດຊາດ ຊຶ່ງມີທັງຢູ່ໃນກົງຈັກຂອງພັກລັດ ແລະ ເອກະຊົນ, ຜົນສໍາເລັດ ແລະ ຜົນງານດັ່ງກ່າວ ໄດ້ມາຈາກຄວາມພະຍາຍາມອົດທົນ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການຂອງ ການນໍາ, ຄຸ-ອາຈານ, ພະນັກງານ ມຊ ແລະ ການປະກອບສ່ວນຂອງທຸກອົງການຈັດຕັ້ງສັງຄົມ ທັງພາກລັດ-ເອກະຊົນ ບົນພື້ນຖານເພື່ອນມິດ, ອ້າຍນ້ອງ, ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ. ທ່ານກ່າວຢ້ຳວ່າ: ໃນກອງປະຊຸມຄັ້ງທີ10 ຂອງພັກ ໄດ້ຖືເອົາການພັດທະນາຊັບພະຍາກອນມະນຸ ດເປັນປັດໄຈຕັດສິນການພັດທະນາປະເທດຊາດໃນໄລຍະໃໝ່. ດັ່ງນັ້ນ, ເຮົາສ້າງຄົນຮຸ້ນໃໝ່ໄດ້ພວກເຮົາຈຶ່ງຈະມີທຸກຢ່າງຕາມຄວາມມຸ້ງມາດປາດຖະນາຂອງປະຊາຊົນລາວ.

ຫຼັງຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ປະດັບຫຼຽນໄຊແຮງງານຊັ້ນ 2 ໃຫ້ ມຊ ທີ່ມີຜົນງານດີເດັ່ນ ໃນການສ້າງບຸກຄະລາກອນຕະຫຼອດໄລຍະ 20 ຜ່ານມາ ແລະ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກໍໄດ້ມອບນາມມະຍົດໃຫ້ຄູ-ອາຈານດີເດັ່ນຈໍານວນ 14 ທ່ານ,  ແລະ ຫຼຽນໄຊແຮງງານຊັ້ນ 2 ຈໍານວນ 236 ທ່ານ ແລະ 8 ກົມກອງ, ຫຼຽນໄຊແຮງງານຊັ້ນ 3 ຈໍານວນ 254 ທ່ານ ແລະ 17 ກົມກອງ, ຫຼຽນກາແຮງງານ 258 ທ່ານ ແລະ  3 ກົມກອງ, ໃບຍ້ອງຍໍຂັ້ນລັດຖະບານ 178 ທ່ານ ແລະ ຂັ້ນກະຊວງສຶກສາທິການ ແລ ະກິລາ ຈໍານວນ 138 ທ່ານ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...