spot_img
Homeຂ່າວຕ່າງປະເທດເຈົ້າ​ຄອງ​ນະຄອນ​ເມືອງ​ອາ​ບູ​ເອຣາ​ແຂວງ​ເລຍ​ເຕ ຟິລິບ​ປິນຖືກຍິງເສຍຊີວິດ ຫຼັງພົວພັນຄ້າຢາ

ເຈົ້າ​ຄອງ​ນະຄອນ​ເມືອງ​ອາ​ບູ​ເອຣາ​ແຂວງ​ເລຍ​ເຕ ຟິລິບ​ປິນຖືກຍິງເສຍຊີວິດ ຫຼັງພົວພັນຄ້າຢາ

Published on

  ເຈົ້າ​ຄອງ​ນະຄອນ​ທາງ​ພາກ​ກາງຂອງ​ຟິລິບ​ປິນ ທີ່​ຖືກ​ກ່າວ​ຫາ​ພົວພັນ​ຂະ​ບວນການ​ຄ້າ​ຢາ​ເສບ​ຕິ​ດ ​ແລະ ກັກ ຂັງຢູ່​ໃນ​ຄຸກ ຖືກ​ຕຳຫຼວດ​ຍິງ​ເສຍ​ຊີວິດ​ໃນ​ວັນ​ທີ 5 ພະຈິກ​ທີ່​ຜ່າ​ນມາ ​ໂດຍ​ຕຳຫຼວດ​ອ້າງ​ຜູ້​ຕາຍ​ຕໍ່ສູ້​ຂັດ​ຂື່ນ ຂະນະ​ເຂົ້າ​ກວດ​ຄົ້ນ​ຫາ​ອາວຸດ ​ແລະ ຢາ​ເສບ​ຕິດ​ຢູ່​ໃນຄຸກ.

ຕາມ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ: ທ່ານ ​ໂຣລັນ​ໂດ ​ເອສປິ​ໂນ​ຊາ ​ເຈົ້າ​ຄອງ​ນະຄອນ​ເມືອງ​ ອາ​ບູ​ເອຣາ​ ແຂວງ ​ເລຍ​ເຕ ທາງ​ພາກ​ກາງຂອງ​ຟິລິບ​ປິນ ທີ່​ເຄີຍ​ຖືກ​ທ່ານ ​ໂຣດຣິ​ໂກ ດູ​ເຕີ​ເຕ ປະທານ​າທິບໍດີ​ຟິລິບ​ປິນລະບຸ​ວ່າ ​ເປັນ​ໜຶ່ງ​ໃນ​ເຈົ້າ​ໜ້າ​ທີ່​ລັດ​ຫຼາຍ​ກວ່າ 160 ຄົນ ທີ່​ຕ້ອງ​ສົງ​ໄສ​ພົວພັນ​ກັບ​ຂະ​ບວນການ​ຄ້າ​ຢາ​ເສບ​ຕິດ ຖືກ​ຕຳຫຼວດ​ສືບສວນ​ອາດຊະຍາ​ກຳ​ຍິງ​ເສຍ​ຊີວິດ ພ້ອມ​ກັບ​ ຣາອູ​ລຍັບ ຜູ້​ຕ້ອງ​ຂັງ​ອີກ​ຄົນ ພາຍ​ໃນ​ຄຸກ​ແຂວງ​ເລຍ​ເຕ​ໃນ​ວັນ​ທີ 5 ພະຈິກ​ທີ່​ຜ່ານ​ມາ​ຫຼັງ​ເກີດ​ຍິງ​ຕໍ່ສູ້​ກັນ.

ຫຼັງ​ຈາກ​ທ່ານ ​ໂຣດຣິ​ໂກ ດູ​ເຕີ​ເຕ ຂຶ້ນ​ດຳ​ລັງ​ຕຳ​ແໜ່​ງປະທານາທິບໍດີ​ຟິລິບ​ປິນ ​ແລະ​ປະກາດ​ຈະ​ກຳຈັດ​ຢາ​ເສບ​ຕິດ​ພາຍ​ໃນ​ປະ​ເທດ​ແບບ​ເຄັ່ງ​ຄັດ​ເຮັດ​ໃຫ້​ມີ​ການ​ຂ້າ​ກຸ່ມ​ຜູ້​ຄ້າ​ຢາ ​ແລະ ຜູ້​ທີ່​ກ່ຽວຂ້ອງ​ໄປ​ແລ້ວ 4 ພັນ​ຄົນ.

ຂ່າວຈາກ: ເສດຖະກິດ-ສັງຄົມ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...