Homeຂ່າວການພັດທະນາໂຍທາລະບຸ ຕັ້ງງົບຊົດເຊີຍເບື້ອງຕົ້ນ ໂຄງການທາງລົດໄຟ ລາວ-ຈີນ 500 ລ້ານຢວນ ແຕ່ອາດຍັງບໍ່ພຽງພໍ

ໂຍທາລະບຸ ຕັ້ງງົບຊົດເຊີຍເບື້ອງຕົ້ນ ໂຄງການທາງລົດໄຟ ລາວ-ຈີນ 500 ລ້ານຢວນ ແຕ່ອາດຍັງບໍ່ພຽງພໍ

Published on

​ໃນ​ວາລະ​ດຳ​ເນີນກອງ​ປະຊຸມ ສະ​ໄໝສາມັນ ​ເທື່ອ​ທີ 2 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII  ​ເມື່ອ​ທ້າຍ​ເດືອນຜ່ານ​ມາ ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໄດ້​ຕອບ​ຄຳ​ຊັກ​ຖາມຈາກ ສສຊ​ ກ່ຽວກັບ ແລວ​ທາງ​ເຂດ​ສະຫງວນ ໂຄງການກທາງລົດໄຟ ລາວ-ຈີນ ໂດຍໄດ້ລະບຸວ່າ ກະຊວງ​ໂຍທາ​ທິການ ​ແລະ ຂົນສົ່ງ ​ໄດ້​ມີ​ການ​ປຶກສາ​ຫາລື ກັບ​ບໍລິສັດ​ກໍ່ສ້າງ ​ເຊິ່ງ​ເປັນ​ໄປ​ໄດ້ ​​ໃນ​ການ​ຫລຸດ​ເຂດ​ສະຫງວນ​ແລວ​ທາງ​ລົງ ​ແຕ່​ຕ້ອງ​ໄດ້​ຮັກສາ​ຄວາມ​ປອດ​ໄພ ​ໂດ​ຍສະ​ເພາະເຂດ​ທົ່ງ​ນາ ທີ່​ຕ້ອງ​ຮັກສາ​ໄວ້ໃຫ້​ປະຊາຊົນ ​​ໃນ​ການທຳ​ມາ​ຫາ​ກິນຄື​ເກົ່າ ​ແລະ ຫາກ​ທາງ​ລົດ​ໄຟຕິດ​ກັບ​ທາງ​ຫລວງ ກໍ​ສາມາດ​ຫລຸດ​ເຂດ​ສະຫງວນ​ລົງ​ໄດ້ ​ເຊິ່ງຕ້ອງ​ໄດ້​ສຳ​ຫລວດ ​ແລະ ​ເບິ່ງ​ຕົວ​ຈິ​່ງ, ສຳລັບ​ຄ່າ​ຊົດ​ເຊີຍ​ຕໍ່​ປະຊາຊົນຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ ທາງ​ຄະນະ​ກຳມະການ ອົງການ​ປົກຄອງ​ທ້ອງ​ຖິ່ນ ​​​ໄດ້​ຄິດ​ໄລ່​ຄ່າ​ຊົດ​ເຊີຍ ​​ເງິນ​ຊົດ​ເຊີຍ​ເບື້ອ​ງຕົ້ນ ​ປະມານ 500 ລ້ານ​ຢວນ ແຕ່​ວ່າ​ອາດ​ຈະ​ບໍ່ພຽງພໍ ​ເຊິ່ງ​ໂດຍ​ປົກກະຕິ​​ແລ້ວ ຄ່າ​ຊົດ​ເຊີຍ​ທີ່​ດິນ ​ແລະ ສິ່ງ​ປຸກ​ສ້າງ​ຕ່າງໆ ​ແມ່ນ​ຄວາມຮັບ​ຜິດ​ຊອບ​ຂອງ ​ລັດຖະບານ ສປປ ລາວ, ​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ​ລັດຖະບານ​ລາວ ຍັງ​ໄດ້​ເຈລະຈາ​ ກັບ​ບໍລິສັດ​ຮ່ວມ​ທຶນ ​ລາວ-​ຈີນ ​ໃນ​ການ​ຊົດ​ເຊີຍ ​ແຕ່​ຕ້ອງ​ໄດ້​ຄິດ​ໄລ່ ​ຕາມ​ສະພາບ​ຄວາມ​ເປັນ​ຈິງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...