spot_img
Homeຂ່າວພາຍ​ໃນແຈ້ງການ: ປິດເສັ້ນທາງແຄມຂອງຊົ່ວຄາວ (ຂອບເຂດ​ສວນ​ເຈົ້າ​ອາ​ນຸ​ວົງ).

ແຈ້ງການ: ປິດເສັ້ນທາງແຄມຂອງຊົ່ວຄາວ (ຂອບເຂດ​ສວນ​ເຈົ້າ​ອາ​ນຸ​ວົງ).

Published on

ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ນວ ເລກ​ທີ 4004/​ຍທຂ.ນວ
ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ນວ ວັນ​ທີ 02 ພະຈິກ 2016
ເຖິງ: ບັນດາ​ສຳນັກງານ ອົງ​ການຈັດຕັ້ງ​ລັດ-ສາກົນ ພະນັກງານ ທະຫານ ຕຳຫຼວດ ນັບ​ທັງ​ພໍ່​ແມ່​ປະຊາຊົນ ນັກທຸລະກິດ ຊາວ​ຄ້າຂາຍ ແລະ ຜູ້​ໃຊ້​ລົດ​ໃຊ້​ຖະໜົນ​ທັງ​ໝົດ.
ເລື່ອງ: ການ​ປິດ​ການ​ສັນຈອນ​ຊົ່ວຄາວ​ຢູ່​ຖະໜົນ​ແຄມ​ຂອງ (ຂອບເຂດ​ສວນ​ເຈົ້າ​ອາ​ນຸ​ວົງ).
– ອີງ​ຕາມ​ໃບ​ສະເໜີ​ຂອງ​ຫ້ອງ​ວ່າການ​ປົກຄອງ-ເມືອງ​ຈັນທະ​ບູ​ລີ ສະບັບ​ເລກ​ທີ 1881/​ຫປມ.​ຈລ ຄັ້ງ​ວັນ​ທີ 27/10/2016.
– ອີງ​ຕາມ​ຄຳ​ເຫັນ​ຊີ້​ນຳ​ຂອງ​ຫົວໜ້າ​ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ນະຄອນຫຼວງ​ວຽງ​ຈັນ ຄັ້ງ​ວັນ​ທີ 27/10/2016.
– ອີງ​ຕາມ​ການ​ປຶກສາ​ຫາລື ຄົ້ນຄວ້າ ຮ່ວມ​ກັບ​ພະ​ແນກ​ຈະລາຈອນ ນະຄອນຫຼວງ​ວຽງ​ຈັນ ຄັ້ງ​ວັນ​ທີ 31/10/2016.
– ອີງ​ຕາມ​ການ​ລົງ​ກວດກາ​ຕົວ​ຈິງ​ຂອງ​ວິຊາ​ການ ຂະແໜງ​ຄຸ້ມຄອງ​ການ​ຂົນສົ່ງ ຄັ້ງ​ວັນ​ທີ 1/11/2016.
ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ນະຄອນຫຼວງ​ວຽງ​ຈັນ ຈຶ່ງໄດ້​ອອກ​ແຈ້ງ​ການ​ມາ​ຍັງສຳນັກງານ ອົງ​ການຈັດຕັ້ງ​ລັດ-ສາກົນ ພະນັກງານ ທະຫານ ຕຳຫຼວດ ນັບ​ທັງ​ພໍ່​ແມ່​ປະຊາຊົນ ນັກ​ທຸລະກິດ ຊາວ​ຄ້າຂາຍ ແລະ ຜູ້ນຳ​ໃຊ້ລົດ​ໃຊ້​ຖະໜົນ​ທັງ​ໝົດ ​ຈົ່ງ​ໄດ້​ຮັບ​ຮູ້ ແລະ ປະຕິບັດ​ດັ່ງນີ້:

1. ນັບ​ແຕ່​ວັນ​ທີ 9/11/2016 ຫາວັນ​ທີ 10/11/2016 ຈະ​ໄດ້​ປິດການ​ສັນຈອນ​ຊົ່ວຄາວ​ຢູ່​ຖະໜົນແຄມ​ຂອງ (ຂອບ​ເຂດ​ສວນ​ເຈົ້າອາ​ນຸ​ວົງ) ເນື່ອງ​ຈາ​ກວ່າ ຈະ​ມີການ​ຈັດ​ງານ​ສະເຫຼີມສະຫຼອງ ວັນ​ປະດິດສະຖານ ອາ​ນຸ​ສາ​ວະລີ ເຈົ້າ​ອາ​ນຸ​ວົງ ຄົບຮອບ 6 ປີ.
2. ມອບ​ໃຫ້​ພາກສ່ວນກອງຮ້ອຍ​ຈະລາຈອນ ເມືອງ​ຈັນທະ​ບູລີ ປະຈຳການ​ປະຕິບັດ​ໜ້າທີ່ຕາມ​ຈຸດ​ທີ່​ໄດ້​ກຳນົດ​ໄວ້.
3. ມອບ​ໃຫ້​ຂະແໜງ​ຄຸ້ມ​ຄອງການ​ຂົນສົ່ງ​ ສົມທົບ​ກັບ​ພະ​ແນກຈະລາຈອນ ນວ ກອງຮ້ອຍ​ຈະລາຈອນ ເມືອງ​ຈັນທະ​ບູ​ລີ ແລະ ຫ້ອງການ​ໂຍທາ​ທິ​ການ ແລະ ຂົນສົ່ງ ປະຈຳເມືອງ​ຈັນທະ​ບູ​ລີ ລົງ​ຕິດຕາມ​ການ​ກວດກາ ແລະ ຈັດ​ຕັ້ງ​ເຜີຍແຜ່​ແຈ້ງ​ການ ​ໃຫ້​ທຸກຄົນ​ທີ່​ນຳ​ໃຊ້​ລົດ​ໃຊ້​ຖະໜົນ​ຮັບ​ຮູ້ຢ່າງ​ທົ່ວ​ເຖິງ.
4. ແຈ້ງ​ການ​ສະບັບ​ນີ້​ມີ​ຜົນ​ສັກສິດ ນັບ​ແຕ່​ມື້​ລົງ​ລາຍ​ເຊັນ​ເປັນຕົ້ນ​ໄປ ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງຈົ່ງ​ຮັບ​ຮູ້ ແລະ ພ້ອມ​ກັນ​ຈັດ​ຕັ້ງປະຕິບັດ​ແຈ້ງ​ການ​ສະບັບ​ນີ້​ຢ່າງເຂັ້ມ​ງວດ.

 

ຂ່າວຈາກ: ສຳນັກຂ່າວເອບີຊີລາວ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕົກກາງທະເລ! ເຮລິຄອບເຕີແພດຍີ່ປຸ່ນຕົກທະເລ ຂະນະຂົນສົ່ງຜູ້ປ່ວຍໄປໂຮງໝໍ

ເຮລິຄອບເຕີແພດຂອງຍີ່ປຸ່ນເກີດເຫດຕົກກາງທະເລ ຂະນະກຳລັງຂົນສົ່ງຜູ້ປ່ວຍໄປໂຮງໝໍ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ ເຫດເຮລິຄອບເຕີແພດຍີ່ປຸ່ນລຳໜຶ່ງຕົກກາງທະເລ ຂະນະກຳລັງຮັບ-ສົ່ງຜູ້ປ່ວຍ 1 ຄົນໄປໂຮງໝໍ ໂດຍເດີນທາງຈາກສະໜາມບິນສຶຊິມະ ໃນຈັງຫວັດນາງາຊາກິ ໄປໂຮງໝໍໃນເມືອງຟຸຄຸໂອກະ ເມື່ອວັນທີ 6...

ປະຊາຊົນຊາວອາເມລິກາລວມຕົວກັນຕາມເມືອງໃຫຍ່ ກວ່າ 50 ລັດ ປະທ້ວງຕໍ່ຕ້ານ ໂດນັລ ທຣຳ ຜູ້ນຳສະຫະລັດ

ຊາວອາເມລິກາລວມຕົວກັນຕາມເມືອງໃຫຍ່ ແລະ ສະຖານທີ່ຕ່າງໆ ເພື່ອປະທ້ວງຕໍ່ຕ້ານ ປະທານາທິບໍດີ ໂດນັລ ທຣຳ ແລະ ອີລອນ ມັສ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 6 ເມສາ 2025 ຜ່ານມານີ້ວ່າ:...

ພູເຂົາໄຟໃນຟິລິບປິນ ປະທຸໜັກ ເຮັດໃຫ້ຂີ້ເທົາພຸ່ງຂຶ້ນທ້ອງຟ້າສູງກວ່າ 4,000 ແມັດ

ປະທຸໜັກ! ພູເຂົາໄຟໃນຟິລິບປິນ ເຮັດໃຫ້ຂີ້ເທົາພຸ່ງຂຶ້ນທ້ອງຟ້າສູງກວ່າ 4,000 ແມັດ ສຳນັກຂ່າວຕ່າງປະເທດລາຍງານ ພູເຂົາໄຟຄັນລະອອນ ໃນຟິລິບປິນ ເກີດປະທຸຂຶ້ນໃນຊ່ວງເຊົ້າຂອງວັນອັງຄານ 7 ເມສາ 2025 ຜ່ານມາ, ເຮັດໃຫ້ຂີ້ເທົາພຸ່ງຂຶ້ນທ້ອງຟ້າສູງເຖິງ 4,000...

ພະຍາກອນອາກາດ ປະຈໍາວັນທີ 08 ເມສາ 2025, ເວລາ 08 ໂມງ 00

ພາກໃຕ້ຮ້ອນສຸດໂດຍສະເພາະ ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື. ຄວາມກົດດັນສູງຂອງອາກາດເຢັນມີກໍາລັງອ່ອນ ຍັງປົກຄຸມຢູ່ເຂດພາກເຫນືອດ້ານຕາເວັນອອກ ລົງຫາ ພາກກາງຂອງປະເທດ ລາວ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພາກເຫນືອ ແລະ ກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງ ແລະ...