spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຂົວຫ້ວຍຈຳປີຫັກ ຍ້ອນລົດຂົນເຄື່ອງບັນທຸກເຄື່ອງນ້ຳໜັກເກີນ

ຂົວຫ້ວຍຈຳປີຫັກ ຍ້ອນລົດຂົນເຄື່ອງບັນທຸກເຄື່ອງນ້ຳໜັກເກີນ

Published on

ເມື່ອວັນທີ 6/11/2016 ທີ່ຜ່ານມາ ເກີດເຫດການ ຂົວຫ້ວຍຈໍາປີ ຫຼັກ 36 ປາກຊ່ອງ 8 ບ້ານເຂດເສດຖະກິດ, ເມືອງບາຈຽງ ແຂວງຈໍາປາສັກ ຂົວເຫຼັກເກົ່າຫັກ ໃນຂະນະທີ່ເກີດເຫດປະຊາຊົນໄດ້ບອກວ່າ ມີລົດບັນທຸກໃຫຍ່ຄັນໜຶ່ງບັນທຸກສິ່ງຂອງມາເຕັມລົດ ເມື່ອຂັບເຂົ້າຂົວໃກ້ຈະຫວິດຂົວແລ້ວ ຂົວກໍ່ຊຸດຕົວລົງ ແລະ ຫັກລົງຢ່າງທີ່ເຫັນໃນພາບ ຄາດວ່າລົດບັນທຸກຄັນດັ່ງກ່າວບັນທຸກສິ່ງຂອງໃນນ້ຳໜັກເກີນກຳນົດທີ່ຂົວຈະຮັບໄດ້.
ເຊິ່ງເຫດການຂົວຫັກໃນຄັ້ງນີ້ໄດ້ສ້າງຄວາມລຳບາກໃນການສັນຈອນໄປມາຂອງປະຊາຊົນໃນເຂດນັ້ນເປັນຢ່າງຍິ່ງ ໂດຍສະເພາະແມ່ນນ້ອງໆ ນັກຮຽນທີ່ຈະເດິນທາງໄປໂຮງຮຽນ. ສະນັ້ນ, ຂໍໃຫ້ທຸກຄົນ ໂດຍສະເພາະຄົນທີ່ເຮັດອາຊີບກ່ຽວກັບການຂົນສົ່ງ ຈົ່ງໃສ່ໃຈ ແລະ ມີຄວາມລະມັດລະວັງຕື່ມກວ່ານີ້ ພ້ອມຢ່າຜ່າຝືນຂົນສົ່ງເກີນນ້ຳໜັກທີ່ກຳນົດຢູ່ປ້າຍກ່ອນເຂົ້າຂົວ ເພາະນອກຈາກຈະເປັນອັນຕະລາຍໃນເວລາຂັບລົດແລ້ວ ຍັງສ້າງຄວາມເດືອດຮ້ອນໃຫ້ກຸ່ມຄົນວົງກ້ວາງ ດັ່ງໃນກໍລະນີນີ້.
14925470_881415715293238_2384672033350127935_n 14991848_881415728626570_5972937479100394154_n
ຂ່າວຈາກ: ນັກຂ່າວທ້ອງຖິ່ນ ແຂສງຈຳປາສັກ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)