spot_img
Homeວັນນະກຳປະກາດຜົນການຕັດສິນລາງວັນສິນໄຊ ລາງວັນວັນນະກໍາສ້າງສັນດີເດັ່ນ ປີ 2016

ປະກາດຜົນການຕັດສິນລາງວັນສິນໄຊ ລາງວັນວັນນະກໍາສ້າງສັນດີເດັ່ນ ປີ 2016

Published on

ພິທີປະກາດຜົນການຕັດສິນລາງວັນສິນໄຊ ລາງວັນວັນນະກໍາສ້າງສັນດີເດັ່ນ ປະຈໍາປີ 2016 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 04 ພະຈິກ 2016 ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ມີທ່ານ ຄໍາໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ບັນດາຄະນະບໍລິຫານງານສະມາຄົມນັກປະພັນລາວ ນັກປະພັນອາວຸໂສ ແລະ ສະມາຊິກນັກປະພັນລາວເຂົ້າຮ່ວມ.

ທ່ານ ໂອທອງ ຄໍາອິນຊູ ຫົວໜ້າອໍານວຍການວາສະສານວັນນະສິນ ຄະນະກໍາມະການຮັບຜິດຊອບການປະກວດລາງວັນສິນໄຊ ແລະ ລາງວັນວັນນະກໍາສ້າງສັນດີເດັ່ນ ປະຈໍາປີ 2016 ໄດ້ໃຫ້ຮູ້ວ່າ ເພື່ອແນ່ໃສ່ສົ່ງເສີມການປະດິດຄິດແຕ່ງຂອງນັກປະພັນ ນັກກະວີ ໃຫ້ນໍາໃຊ້ຄວາມສາມາດ ແລະ ພອນສະຫວັນຂອງຕົນເຂົ້າໃນການປະກອບສ່ວນສ້າງບົດປະພັນວັນນະຄະດີ ໃນວົງການວັນນະກໍາລາວນັບມື້ມີຄວາມອຸດົມສົມບູນ ເພື່ອເຮັດໜ້າທີ່ເປັນເວທີສົ່ງເສີມການປະພັນວັນນະຄະດີ ທັງເປັນການປຸກລະດົມການປະດິດຄິດແຕ່ງດ້ານວັນນະກໍາໃຫ້ເປັນຂະບວນຟົດຟື້ນ ແລະ ຂະ ຫຍາຍໂຕຢ່າງກວ້າງຂວາງ ຕໍ່ເນື່ອງ ແລະ ຮັບປະກັນທາງດ້ານຄຸນະພາບ ທັງປະລິມານນັບມື້ນັບຫຼາຍຂຶ້ນ ວາລະສານວັນນະສິນ ໂດຍສົມທົບກັບສະມາຄົມນັກປະພັນລາວ ຈິ່ງໄດ້ປະກາດຮັບບົດປະພັນເລື່ອງສັ້ນ-ຍາວ ກະວີ ກາບ ກອນ ແຕ່ວັນທີ 16 ມີນາ 2016 ແລະ ອັດຮັບຢ່າງເປັນທາງການໃນວັນທີ 30 ກັນຍາ 2016 ມີຜູ້ສົ່ງບົດເຂົ້າຮ່ວມແຂ່ງ ຂັນທັງໝົດ 205 ບົດ ໃນນັ້ນ ເລື່ອງສັ້ນ 84 ບົດ ບົດກະວີ 112 ບົດ ແລະ ບົດນະວະນິຍາຍ 9 ບົດ ຜ່ານການຕັດ ສິນຂອງຄະນະກໍາມະການ 5 ທ່ານ ເຊິ່ງໄດ້ອ່ານບົດ ແລະ ກະວີຕ່າງໆ ພ້ອມທັງໃຫ້ຄະແນນ ແລະ ຜ່ານການໂຮບໂຮມຄະແນນໂຕຈິງຂອງຄະນະກໍາມະການຄື ປະເພດເລື່ອງຍາວ (ນະວະນິຍາຍ) ທີ່ໄດ້ຮັບລາງວັນຊະນະເລີດ ແມ່ນເລື່ອງທີ່ມີຊື່ວ່າ ຮັກນີ້ ນິລັນດອນ ຈາກການປະພັນຂອງທ່ານ ທິບພະເກສອນ ດວງຈິດ ມີ 267 ຄະແນນ ໄດ້ຮັບເງິນສົດ 4 ລ້ານກີບ ພ້ອມໂລ້ລາງວັນ 1 ໜ່ວຍ ແລະ ໃບຢັ້ງຢືນ ປະເພດເລື່ອງສັ້ນຊະນະເລີດ ໄດ້ແກ່ເລື່ອງ ແພງຍ່າງ ຈາກບົດປະພັນຂອງທ່ານ ແສງຈັນ ສຸກຂະເສມ ມີ 263 ຄະແນນ ໄດ້ຮັບເງິນສົດ 4 ລ້ານກີບ ພ້ອມໂລ້ລາງວັນ 1 ໜ່ວຍ ແລະ ໃບຢັ້ງຢືນ ປະເພດບົດກະວີ ຊະນະເລີດໄດ້ແກ່ເລື່ອງ ຈໍາປາລາວປະດັບຊາດ ຈາກບົດປະພັນຂອງທ່ານ ຊາຍຄໍາ ຈໍາປາອຸທຸມ ມີ 264 ຄະແນນ ໄດ້ຮັບເງິນສົດ 4 ລ້ານກີບ ພ້ອມໂລ້ລາງວັນ 1 ໜ່ວຍ ແລະ ໃບຢັ້ງຢືນ ນອກນີ້ຍັງມີລາງວັນຊົມເຊີຍ 6 ລາງວັນ ໄດ້ຮັບເງິນສົດລາງວັນລະ 5 ແສນກີບ.

ຂ່າວ/ພາບ: ເທບພະວົງ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...