spot_img
Homeນານາສາລະຝັນ...ແມ່ນຫຍັງ? ເປັນຫຍັງຕ້ອງຝັນ?

ຝັນ…ແມ່ນຫຍັງ? ເປັນຫຍັງຕ້ອງຝັນ?

Published on

ແນ່ນອນພວກເຮົາທຸກຄົນຕ້ອງເຄີຍຝັນ ຝັນດີ, ຝັນຮ້າຍ, ຝັນກາງວັນ ບາງຄົນຈື່ສິ່ງທີ່ຝັນໄດ້ບາງຄົນຈື່ສິ່ງທີ່ຝັນບໍ່ໄດ້ ແຕ່ຈະມີໃຜແດ່ ທີ່ເຄີຍຕັ້ງຄໍາຖາມກັບຕົວເອງວ່າແທ້ໆແລ້ວຝັນແມ່ນຫຍັງ? ເກີດຂຶ້ນໄດ້ແນວໃດ? ເປັນຫຍັງຕ້ອງຝັນ? ຝັນແລ້ວໄດ້ຫຍັງ? ຄໍາຖາມເຕັມຕົວແແບບນີ້ ເກັບໄວ້ບໍ່ໄດ້ແລ້ວ ເຈັບຫົວແທ້ ຖ້າດັ່ງນັ້ນເຮົາມາຊອກຄຳຕອບກັນດີກວ່າ.

ຝັນ…ແມ່ນຫຍັງ? ຖ້າຍົກຄວາມໝາຍຈາກວັດຈະນານຸກົມສະບັບລາຊະບັນດິດສະຖານຂອງໄທ ເວົ້າວ່າ: ຝັນຄືການນຶກເຫັນເປັນເລື່ອງລາວເວລານອນຫລັບ ແມ່ນແລ້ວຝັນເປັນປະກົດການທີ່ເກີດຂຶ້ນນລະຫວ່າງການນອນຫລັບ ຫລັບຄືບໍ່ຫລັບ ທັ້ງທີ່ຫລັບແລ້ວ ຝັນເຮັດໃຫ້ຮູ້ສຶກວ່າມີຕົວເຮົາໄປໂລດແລ່ນຢູ່ອີກເທື່ອໜຶ່ງ ( ທັ້ງໆທີ່ຈິງແລ້ວນອນຫລັບຢູ່)

ແລ້ວຝັນ…ເກີດຂຶ້ນໄດ້ແນວໃດ? ໃນລະຫວ່າງທີ່ເຮົານອນເຫັນຝັນນັ້ນ ສະໝອງເຮົາບໍ່ໄດ້ພັກຜ່ອນເມື່ອຮ່າງກາຍຂອງເຮົານັ້ນແຕ່ກໍາລັງເຮັດວຽກໜັກ ປຽກເໝືອນໂຮງໜັງທີ່ກໍາລັງສາຍໜັງໃຫ້ຮົາເບິ່ງ ໂດຍມີສະໝອງສ່ວນໃນ ຊຶ່ງຮັກສາຂໍ້ມູນຄວາມຄວາມຈໍາເຮັດໜ້າທີ່ຄືເຄື່ອງສາຍພາບ ແລະສົ່ງພາບໃນສະໝອງໄປຍັງສະໝອງໃຫຍ່ ທີ່ຄືກັນກັບຈໍສາຍພາບ.

ເປັນຫຍັງ…ຄົນເຮົາຕ້ອງຝັນ ເຖິງຕອນນີ້ຄົນເຮົາຄົງສົງໄສແມ່ນບໍວ່າ ເປັນຫຍັງຄົນເຮົາຕ້ອງຝັນ? ຝັນແລ້ວໄດ້ປະໂຫຍດຫຍັງ? ທີ່ແທ້ແລ້ວຝັນເປັນປະກົດການທີ່ເກີດຂຶ້ນ ເພື່ອສະໝອງຈະໄດ້ທົບທວນຂໍ້ມູນຄວາມຈໍາທີ່ສໍາຄັນ ແລະຖື້ມຂໍ້ມູນຄວາມຈໍາທີ່ບໍ່ຈໍາເປັນປຽບເໝືອນການຈັດລະບຽບການຈໍາໃນສະໝອງເຮົານັ້ນເອົງ.

ຝັນດີ ຝັນຮ້າຍ…ຕ່າງກັນແນວໃດ? ຝັນດີຄືຝັນທີ່ເຮົາປາຖະໜາ ໄດ້ໄປໃນທີ່ໆເຮົາຢາກໄປ, ໄດ້ເຮັດໃນສິ່ງທີ່ເຮົາຢາກເຮັດ, ໄດ້ເຫັນໃນສິ່ງທີ່ເຮົາຢາກເຫັນ ແລະໄດ້ຍິນໃນສິ່ງທີ່ເຮົາຢາກໄດ້ຍິນ.

ສ່ວນຝັນຮ້າຍນັ້ນ ກົງກັນຂ້າມກັບຝັນດີ ຄືຝັນທີ່ເຮົາບໍ່ປາຖະໜາ, ຕ້ອງໄປໃນທີ່ໆບໍ່ຢາກໄປ, ຕ້ອງເຮັດໃນສິ່ງທີ່ບໍ່ຢາກເຮັດ, ຕ້ອງເຫັນໃນສິ່ງທີ່ບໍ່ຢາກເຫັນ ແລະຕ້ອງໄດ້ຍິນໃນສິ່ງທີ່ບໍ່ຢາກໄດ້ຍິນນັ້ນເອງ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...