Homeຂ່າວພາຍ​ໃນແຜນສົກໜ້າ GDP ລາວສະເລ່ຍໃຫ້ໄດ້ 1,900 ໂດລາຕໍ່ຫົວຄົນ

ແຜນສົກໜ້າ GDP ລາວສະເລ່ຍໃຫ້ໄດ້ 1,900 ໂດລາຕໍ່ຫົວຄົນ

Published on

laos_1
(ພາບປະກອບຂ່າວ)

 

ອີງ​ຕາມ​ຂໍ້​ມູນ​ຈາກ ​ກອງ​ປະ­ຊຸມ​ຄົບ​ຄະ­ນະບໍ­ລິ­ຫານ​ງານ​ສູນ​ກາງ​ພັກ ຄັ້ງ​ທີ 8 ສະໄໝ​ທີ 9 ກ່ຽວ​ກັບ​ການ

­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດຖະ​ກິດŒ-ສັງ­ຄົມ, ແຜນ​ງົບ­ປະ­ມານ ແລະ ເງິນ­ຕາ​ແຫ່ງ​ລັດ ປະ­ຈຳ​ສົກ

​ປີ 2013-Œ2014 ແລະ ທິດ​ທາງ​ແຜນ­ການສົກ​ປີ 2014Œ-2015 ຊຶ່ງ​ຕາມ​ແຜນ​ຈະເຮັດ​ໃຫ້​ເສດ­ຖະ­ກິດ​ຂອງ

ລາວ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ​ ລວມ​ຍອດ​ຜະ­ລິດ​ຕະ​ພັນພາຍ​ໃນ​ໃຫ້​ບັນ­ລຸ 103 ພັນ​ກວ່າ​ຕື້​ກີບ.

ຕະ­ຫຼອດ​ໄລ­ຍະ​ປີ­ຜ່ານ­ມາ​ນີ້​ ເຖິງ​ວ່າ​ສະ­ພາບ​ເສດ​ຖະກິດ​ມະ­ຫາ​ພາກ​ໂດຍ​ລວມຈະ​ມີ​ຄວາມ​ຫຍຸ້ງ­ຍາກ,ແຕ່​

ຂະບວນ​ການ​ການ​ສ້າງ­ສາ​ພັດ­ທະ­ນາໃນ​ທຸກໆ​ຂົງ­ເຂດ​ວຽກງານ​ ແມ່ນ​ສືບ­ຕໍ່​ດຳ­ເນີນ​ໄປ​ຢ່າງ​ເປັນ​ປົກ­ກະ­ຕິ,

ອັນ​ໄດ້​ເຮັດໃຫ້​ພື້ນ­ຖານ​ເສດ­ຖະ­ກິດ​ແຫ່ງ​ຊາດຍັງ​ສຶບ​ຕໍ່​ຂະ­ຫຍາຍ­ຕົວຢ່າງ​ຕໍ່​ເນື່ອງ, ຈັງ­ຫວະ​ການ​ເພີ່ມ​ຂຶ້ນ​

ຂອງ​ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ(GDP) ເຖິງ​ວ່າ​ບໍ່​ບັນ­ລຸ​ຕາມ​ຄາດໝາຍ​ແຕ່​ກໍ​ຍັງ​ເພີ່ມ​ຂຶ້ນ​ໃນ​ລະ­ດັບ

7,5Œ7,8% ແລະ ສ້າງມູນ​ຄ່າ​ເພີ່ມ​ໄດ້ 91.587 ຕື້​ກີບ, ສະ­ເລ່ຍ​ໃສ່​ຫົວ​ຄົນ​ບັນ­ລຸໄດ້ 13,5 ລ້ານ​ກີບ ຫຼື ເທົ່າ​ກັບ

1.690 ໂດ​ລາ, ຜະ­ລິດ ເຂົ້າ​ໄດ້ 3,85 ລ້ານ​ໂຕນ, ສ່ວນ​ອັດ­ຕາ​ເງິນ​ເຟີ້ ສະ­ເລ່ຍ​ປະ ມານ 6,27%, ຄັງ​ສຳ­ຮອງ

​ເງິນ­ຕາ​ຕ່າງ­ປະ­ເທດ​ສາ­ມາດກຸ້ມ​ການ​ນຳ​ເຂົ້າ 7 ເດືອນ, ສະ­ເລ່ຍ​ອັດ­ຕາຄວາມທຸກ​ຍາກຍັງ​ເຫຼືອ 20,5%

ຂອງ​ພົນ­ລະ­ເມືອງ​ທັງ​ໝົດ, ຈຳ­ນວນຄອບ­ຄົວ​ທຸກ​ຍາກ​ຍັງ​ເຫຼືອ 10,6%.

ນອກ­ຈາກ​ນັ້ນ​ການ​ປະ­ຕິ­ບັດ​ວຽກ​ງານ​ໃນ​ຂົງ­ເຂດ​ສັງຄົມŒວັດ­ທະ­ນະ­ທຳ, ກໍ​ໄດ້​ດຳ­ເນີນ​ໄປ​ດ້ວຍ​ຜົນ­ສຳ­ເລັດ

ແລະ ມີ​ບັນ­ຍາ­ກາດ​ດີ​ເປັນ­ຕົ້ນ​ແມ່ນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ ຄາດໝາຍ​ສະ­ຫັດ​ສະ​ຫວັດ​ດ້ານ​ການ​ພັດ­ທະ­ນາ

​ກໍ​ເຫັນ​ວ່າ​ຫຼາຍຄາດ­ໝາຍ​ມີ​ຄວາມ​ຄືບ​ໜ້າ​ດີ​ພໍ​ສົມ­ຄວນ ແລະ ມີ​ຫຼາຍ​ໜໍ່ແໜງ​ທີ່​ເປັນ​ປັດ​ໄຈ​ໃໝ່ ເຊຶ່ງ​ຢັ້ງ

­ຢືນເຖິງ​ຄວາມ​ຖືກ­ຕ້ອງຂອງ​ແນວ­ທາງ ກໍ​ຄື​ຄວາມ​ເປັນ​ເຈົ້າ​ການ​ບຸກ ບືນ​ສູ້​ຊົນ​ຂອງ​ຄະ­ນະ​ພັກ ແລະ ອຳ

­ນາດ​ການ​ປົກ­ຄອງ​ແຕ່​ລະ​ຂັ້ນ​ ໃນ​ການຈັດ​ຕັ້ງ​ຜັນ​ຂະ­ຫຍາຍ​ມະ­ຕິ​ຂອງ​ພັກ.

ເພື່ອ​ເຮັດ​ໃຫ້​ຄາດ­ໝາຍ​ສະ­ເພາະ​ໜ້າ​ໄດ້​ຮັບ​ການ​ແກ້ໄຂ​ໄປ​ໃນ​ທາງ​ທີ່​ດີ​ຂຶ້ນ​ ຕາມ​ຂໍ້​ມູນ​ໃຫ້​ຮູ້​ອີ​ກວ່າ: ສຳ­ລັບ​

ແຜນພັດ­ທະ­ນາ​ເສດ­ຖະ­ກິດŒສັງ­ຄົມສົກ​ປີ 2014Œ-2015 ໃນ​ຕໍ່ໜ້າ​ນີ້​ ແມ່ນ​ມີ​ລັກ­ສະ­ນະ​ບຸກ​ບືນ, ສູ້​ຊົນ​ສູງ​ສົມ

­ຄວນ ແລະ ເປັນ​ແຜນ​ສືບ­ຕໍ່​ບຸກ​ທະ­ລຸ ​ທີ່​ຮັບ­ປະ­ກັນ​ການ​ເຕີບ​ໂຕ​ຕາມທິດ​ຍືນ​ຍົງ ເປັນຕົ້ນ​ຈັງ­ຫວະ​ການ​ເຕີບ

​ໂຕ​ຂອງ​ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ ​ໃຫ້​ບັນ­ລຸ​ບໍ່​ຫຼຸດ 7,5Œ8%, ລວມ​ຍອດມູນ​ຄ່າ​ໃຫ້​ໄດ້ 103.300 ຕື້​ກີບ,

ລາຍ​ໄດ້​ສະ­ເລ່ຍ​ໃສ່​ຫົວຄົນ​ໃຫ້​ບັນ­ລຸ​ປະ­ມານ 15 ລ້ານ​ກີບ ຫຼື ປະ­ມານ 1.900 ໂດ​ລາ, ສຳ­ລັບ​ການ​ເກັບ​ລາຍ​

ຮັບ​ເຂົ້າ​ງົບ­ປະ­ມານ​ໃຫ້​ໄດ້ 25.815 ຕື້​ກີບ, ຄາດ​ຄະ­ເນ​ລາຍ​ຈ່າຍ​ບໍ່​ເກີນ 30.500 ຕື້​ກີບ, ສ່ວນ​ມູນ​ຄ່າ​ການ​ລົງ­

ທຶນ​ແມ່ນ​ໃຫ້​ໄດ້ 33 ພັນ​ຕື້​ກີບ ແລະ ອັດ­ຕາ​ຄວາມ­ທຸກ​ຍາກ​ຫຼຸດ​ລົງ​ໃຫ້​ເຫຼືອ 9,40%.

ແຫຼ່ງຂ່າວ: ໜັງສືພິມເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...