spot_img
Homeຂ່າວພາຍ​ໃນຫ້າມນຳໃຊ້ດິນນາ ໃກ້ຊົນລະປະທານໄປປູກພືດແນວພັນອື່ນ

ຫ້າມນຳໃຊ້ດິນນາ ໃກ້ຊົນລະປະທານໄປປູກພືດແນວພັນອື່ນ

Published on

5546
(ພາບປະກອບຂ່າວ)

 

ລັດໄດ້ອອກຄຳສັ່ງ ແລະ ຈຳກັດການຫັນເອົາທີ່ດິນກະສິກຳໄປສູ່ເປົ້າໝາຍອື່ນ ໂດຍສະເພາະດິນນາໃນເຂດ

ຊົນລະປະທານທີ່ແຂວງຮັບຜິດຊອບ ເພື່ອເຮັດໃຫ້ການນຳໃຊ້ດິນນາຖືກຕ້ອງຕາມເປົ້າໝາຍ ແລະ ປ້ອງ

ກັນການໝູນໃຊ້ທີ່ດິນນາໄປປູກພືດແນວພັນອື່ນຢ່າງເຂັ້ມງວດ.

 

ທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວຊີ້ແຈງຕໍ່ກອງປະຊຸມ

ສະພາບໍ່ດົນຜ່ານມານີ້ຮູ້ວ່າ: ຜ່ານມາໄດ້ສ້າງຕັ້ງກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຂຶ້ນໃນປີ

2012 ເພື່ອເປັນເສນາທິການໃຫ້ ກະຊວງກະສິກຳ – ປ່າໄມ້ ພ້ອມດຽວກັນ ນັ້ນກໍມີຕາໜ່າງທີ່ເປັນສາຍ

ຕັ້ງທາງວິຊາການພະແນກ – ຫ້ອງການກະສິກຳ – ປ່າໄມ້ແຂວງ ແລະ ເມືອງໃນທົ່ວປະເທດ ໂດຍມີພາລະ

ບົດບາດຄວາມຮັບຜິດຊອບຂອງແຕ່ລະຂັ້ນຢ່າງຈະແຈ້ງ, ເຮັດສຳເລັດການສຳຫຼວດ ພ້ອມໄດ້ວາງແຜນ

ນຳໃຊ້ທີ່ດິນກະສິກຳ ໃນຂອບເຂດທົ່ວປະເທດລະດັບແຂວງ ແລະ ເມືອງ.

 

ໂດຍປະຈຸບັນກຳລັງດຳເນີນການສຳຫຼວດວາງແຜນນຳໃຊ້ທີ່ດິນກະສິກຳ ຂັ້ນບ້ານໃນລະດັບມາດຕາສ່ວນ

1 ສ່ວນ  5.000 ສຳເລັດແລ້ວ ໃນຈຳນວນ 201 ບ້ານ ແລະ ຈະສືບຕໍ່ໃຫ້ສຳເລັດໃນຊຸມປີໜ້າ ເພື່ອເປັນບ່ອນ

ອີງຂອງການນຳໃຊ້ ທີ່ດິນກະສິກຳຢ່າງມີປະສິດທິພາບ ແລະ ປະສິດທິຜົນໄປພ້ອມໆກັບຈັດຕັ້ງດຳເນີນການ

ສຳຫຼວດ ເກັບກຳສະຖິຕິຕອນດິນກະສິກຳປະເພດຕ່າງໆລະດັບຄອບຄົວ ເພື່ອຂຶ້ນສຳມະໂນທີ່ດິນກະສິກຳ,

ທັງນີ້ ກໍເພື່ອໃຫ້ສາມາດຕິດຕາມການເຄື່ອນໄຫວການປ່ຽນແປງການນຳໃຊ້ທີ່ດິນ ກະສິກຳເປັນແຕ່ລະໄລຍະ

ໂດຍມອບໃຫ້ໜ່ວຍງານຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳຂັ້ນເມືອງສົມທົບກັບອຳນາດການປົກຄອງ

ບ້ານເປັນຜູ້ຈັດຕັ້ງປະຕິບັດ.

 

ພ້ອມກັນນັ້ນ ກໍໄດ້ມອບໝາຍໃຫ້ກົມວິຊາການ ເພື່ອກຳນົດພື້ນທີ່ຂອບເຂດ, ແຕ້ມແຜນວາດ, ປັກຫຼັກ

ໝາຍເຂດສະ ໜອງນ້ຳຊົນລະປະທານທີ່ມີແລ້ວ ແລະ ຮັບປະກັນທັງລະດູແລ້ງ-ຝົນໃຫ້ຊັດເຈນຄາດຄະເນ

ພື້ນທີ່ຈະຂະຫຍາຍໃນສະເພາະໜ້າ-ຍາວນານ ເພື່ອສະຫງວນ ແລະ ບໍ່ໃຫ້ມີການຫັນປ່ຽນໄປເປັນເປົ້າໝາຍ

ຢ່າງດັດຂາດ, ມີມາດຕະການເຂັ້ມງວດຕໍ່ຜູ້ລະເມີດ.

 

ສຳລັບພື້ນທີ່ດິນກະສິກຳທີ່ມີຈຸດພິເສດ ແລະ ເປັນເອກະລັກສະເພາະເປັນຕົ້ນແມ່ນການປູກກາເຟເຂດພູ

ພຽງບໍລະເວນ, ການປູກເຂົ້າໄກ່ນ້ອຍທີ່ແຂວງຫົວພັນ ແລະ ແຂວງຊຽງຂວາງ, ການລ້ຽງສັດໃຫຍ່ໃນເຂດພູ

ພຽງຊຽງຂວາງ ເປັນຕົ້ນແມ່ນຈະໄດ້ດຳເນີນການສຳຫຼວດຈັດສັນເປັນອັນລະອຽດກຳນົດຂອບເຂດ ສະຫງວນ

ພື້ນທີ່ດັ່ງກ່າວ ເພື່ອບໍ່ໃຫ້ມີການຫັນປ່ຽນໄປສູ່ເປົ້າໝາຍອື່ນຢ່າງເດັດຂາດ.

 

ທັງນີ້ ກໍຍັງຄົ້ນຄວ້ານຳສະເໜີ ແລະ ສ້າງນິຕິກຳຕ່າງໆເປັນຕົ້ນແມ່ນດຳລັດ, ຄຳສັ່ງຂອງນາຍົກລັດຖະມົນຕີ

ແລະ ຂໍ້ຕົກລົງ, ຄຳແນະນຳ ລະບຽບການຕ່າງໆຂັ້ນກະຊວງ; ພ້ອມດຽວກັນນັ້ນກໍເອົາໃຈໃສ່ຊຸກຍູ້ອົງການປົກ

ຄອງທ້ອງຖິ່ນເປັນເຈົ້າການ ແລະ ສ້າງນິຕິກຳອັນສະເພາະ ເພື່ອຄຸ້ມຄອງສະກັດກັ້ນບັນຫາທີ່ເກີດ ຂຶ້ນໃນທ້ອງ

ຖິ່ນຂອງຕົນ ໂດຍສະເພາະໃນໄລຍະຜ່ານມາໄດ້ສະເໜີໃຫ້ນາຍົກລັດຖະມົນຕີອອກຄຳສັ່ງ ສະບັບເລກ ທີ09/ນຍ

ລົງວັນທີ3 ມິຖຸນາ 2014 ວ່າ ດ້ວຍການຫ້າມຫັນປ່ຽນທີ່ດິນກະສິກຳ ເຂດຊົນລະປະທານປະຕູນ້ຳປ່ອງທີ 3 ຕາມ

ຄອງລະບາຍນ້ຳເຂື່ອນໄຟຟ້ານ້ຳ ຕົກນ້ຳເທີນ 2 ເມືອງຍົມມະລາດ ແຂວງ ຄຳມ່ວນ ຊຶ່ງໂຄງການນີ້ຈະກາຍເປັນ

ຕົວແບບໃຫ້ແກ່ໂຄງການຕ່າງໆທີ່ມີເງື່ອນໄຂ, ພ້ອມດຽວກັນລັດຖະບານ ກໍໄດ້ມີແຈ້ງການເລກທີ 830/ຫລບ.

ກສສ ລົງວັນທີ 24 ມິຖຸນາ 2014 ກ່ຽວ ກັບການເຊົ່າ ຫຼື ສຳປະທານດິນນາທີ່ມີລະບົບຊົນລະປະທານແລ້ວ ປະຊາ

ຊົນນຳໃຊ້ດິນສຳລັບການປູກກ້ວຍຂອງບໍລິສັດຈີນໃນເຂດພາກເໜືອ ເພື່ອແນະນຳໃຫ້ທ່ານເຈົ້າແຂວງອອກ

ຄຳສັ່ງບໍ່ອະນຸຍາດໃຫ້ນຳໃຊ້ດິນນາໃນເຂດຊົນລະປະທານໃຫ້ບໍລິສັດ – ບຸກຄົນເຊົ່າ ຫຼື ສຳປະທານປູກກ້ວຍຢ່າງ

ເດັດຂາດ.

 

ແນວໃດກໍດີ  ທ່ານ ວິໄລວັນ ພົມເຂ ກ່າວຕື່ມວ່າ: ການກຳນົດມາດຕະການ ທາງດ້ານນິຕິກຳຕ້ອງໄດ້ເອົາໃຈໃສ່

ຊຸກຍູ້ສົ່ງເສີມຊາວນາເຮັດການຜະລິດດ້ວຍ ການວາງນະໂຍບາຍທີ່ເໝາະສົມເພື່ອ ເປັນສິ່ງຈູງໃຈໃຫ້ຊາວນາເຮັດ

ການຜະລິດຕາມແຜນການນຳໃຊ້ທີ່ດິນທີ່ກຳນົດໃຫ້ ເພື່ອຫຼີກເວັ້ນແນວຄິດການຫັນດິນນາໄປສູ່ເປົ້າໝາຍອື່ນ,

ນອກນັ້ນ ຍັງໄດ້ປະສານງານກັບບັນດາຂະແໜງທີ່ກ່ຽວ ຂ້ອງເພື່ອພ້ອມກັນຄົ້ນຄວ້າ, ວາງແຜນ ຜັງ, ກຳນົດ

ເຂດທີ່ດິນປຸກສ້າງ ແລະ ທີ່ດິນກະສິກໍາຢ່າງຈະແຈ້ງ ໂດຍສະເພາະໃນເຂດຊານເມືອງ ແລະ ເທສະບານ ກໍຈະຕ້ອງ

ມີການປຶກສາຫາລືເປັນເອກະ ພາບໃນທາງປະຕິບັດຕາມພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ.

 

ແຫຼ່ງຂ່າວ: ໜັງສືພິມເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...