spot_img
Homeຂ່າວການສຶກສາກະຊວງສຶກສາຯ ຈະປັບປຸງຄຸນນະພາບ ແລະ ສະໜອງຄູເຂດຫ່າງໄກສອກຫລີກ ໃຫ້ໄດ້ຕາມຄວາມຕ້ອງການ

ກະຊວງສຶກສາຯ ຈະປັບປຸງຄຸນນະພາບ ແລະ ສະໜອງຄູເຂດຫ່າງໄກສອກຫລີກ ໃຫ້ໄດ້ຕາມຄວາມຕ້ອງການ

Published on

ທ່ານ ນາງແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການແລະ ກິລາຊີ້ແຈ້ງບັນຫາຕໍ່​ ກອງປະຊຸມສະພາໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VIII ​​ນີ້ວ່າ: ເພື່ອຮັບປະກັນການຕອບສະໜອງຄູ ໃຫ້ບັນລຸຕາມຄວາມຕ້ອງການ ໂດຍສະເພາະແມ່ນ ຄູທີ່ຢູ່ເຂດຫ່າງໄກສອກຫລີກໃຫ້ພຽງພໍແນໃສ່ຮັບປະກັນ​ ການສະໜອງຄຸນນະພາບການຮຽນຮູ້ ໃຫ້ແກ່ນັກຮຽນທຸກຄົນນັ້ນ ກະຊວງສຶກສາທິການແລະ ກິລາ ໄດ້ວາງມາດຕະການວິທີແກ້ໄຂ​​ ໂດຍການຄົ້ນຄ້ວາມາດຖານແລະ ວິທີການຊັບຊ້ອນ ບັນຈຸຄູ, ຈັດສັນຄູສອນຊັ້ນລ້ຽງເດັກ​-ອະນຸບານແລະ ຊັ້ນປະຖົມສຶກສາຄືນໃໝ່, ວາງແຜນ​ ​ແລະ ຄຸ້ມຄອງກ່ຽວກັບ ຄວາມຕ້ອງການຄູແລະ ການສະໜອງຄູ ໃຫ້ມີການປະສານງານເປັນຢ່າງດີ ໂດຍຈະກໍານົດຄວາມຕ້ອງການຄູ ເຊິ່ງເລີ່ມຈາກຂັ້ນໂຮງຮຽນ ຂຶ້ນມາຢ່າງໜ້ອຍໃນທຸກໆສອງປີ.

ທ່ານລັດຖະມົນຕີຍັງກ່າວຕື່ມວ່າ: ​ຈະຈັດຝຶກອົບຮົມໃຫ້ແກ່ຜູ້ບໍລິຫານການສຶກສາຂັ້ນແຂວງ, ຂັ້ນເມືອງ ແລະ ໂຮງຮຽນ ກ່ຽວກັບການເກັບກໍາຂໍ້ມູນການສຶກສາພາຍໃນບ້ານເພື່ອສະໜັບສະໜູນ ໃຫ້ແກ່ການກະກຽມວາງແຜນ ຄວາມຕ້ອງການຄູເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ບໍລິຫານໂຮງຮຽນ ໃນການບໍລິຫານຄຸ້ມຄອງໂຮງຮຽນໃຫ້ດີຂຶ້ນ, ສ້າງແລະ ປັບປຸງນິຕິກໍາຕ່າງໆ ທີ່ກ່ຽວຂ້ອງ ກັບການຄຸ້ມຄອງບໍລິຫານ ການສຶກສາຊັ້ນປະຖົມແລະ ມັດທະຍົມສຶກສາ, ປັບປຸງວຽກງານບໍລິຫານແລະ ຄຸ້ມຄອງໂຮງຮຽນ ໂດຍຖືເອົາການບໍລິຫານ​-ຄຸ້ມຄອງ​​ໂຮງຮຽນ ເປັນຫລັກ ເລີ່ມຕົ້ນຈາກການ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ອໍານວຍການໂຮງຮຽນ, ນໍາໃຊ້ລະບົບໄອຊີທີເພື່ອຍົກສູງປະສິດທິພາບໃນການ ບໍລິຫານຄຸ້ມຄອງໂຮງຮຽນ, ສ້າງເງື່ອນໄຂໃຫ້ຄູສຶກສານິເທດໄດ້ລົງຕິດຕາມແລະ ຊ່ວຍເຫລືອຄູພາຍໃນໂຮງຮຽນເພື່ໃຫ້ຜູ້ອໍານວຍການໂຮງຮຽນ ໄດ້ມີເວລາສຸມໃສ່ປັບປຸງການບໍລິຫານ ຄຸ້ມຄອງ​​ໂຮງຮຽນໃຫ້ຫລາຍຂຶ້ນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...