ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ສະເໜີສະພາຯເພີ່ມທະວີ ກວດກາບັນຫາໜີ້ສິນຄຸມເຄືອ

ພາບ: ຂປລ

​ຜູ້ຕາງໜ້າ​ອົງການ​ຈັດ​ຕັ້ງ​ມະຫາ​ຊົນຂັ້ນ​ສູນ​ກາງ ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ ​ເພີ່ມ​ທະວີ​ກວດກາບັນດາ​ໂຄງການ​ລົງທຶນ ​ຂອງ​ລັດຖະບານ, ຜ່ານ​ມາ​ແມ່ນ​ໄດ້​ຮັບຮອງ​ ຫລາຍ​ໂຄງການ​ ເຊິ່ງ​ເຮັດ​ໃຫ້​ງົບປະມານ​ຂອງ​ລັດ ​ບໍ່​ສາມາດ​ຊໍາລະ​ໄດ້​ ພາ​ໃຫ້​ເກີດ​ມີໜີ້​ສິນ​ຄຸມ​ເຄືອ ​ເຮັດ​ໃຫ້​ເສດຖະກິດ​ຂອງ​ຊາດ​ ຢູ່​ໃນ​ສະພາບ​ບອບ​ບາງ.

​ໃນ​ໂອກາດ, ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ຂອງ​ສະພາ​ແຫ່ງ​ຊາດຊຸດ​ທີ VIII ​ໃນ​ວັນ​ທີ 3 ພະ​ຈິກນີ້. ​ທ່ານນາງ​ ຄໍາ​ຈັນ ພົມ​ແສງ​ສະຫວັນ ຮອງ​ປະທານ ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ​ ໄດ້​ສະ​ເໜີປະ​ກອບຄໍາ​ເຫັນ ຕໍ່​ບົດ​​ລາຍ​ງານ​ ກ່ຽວ​ກັບ​ການ​ເຄື່ອນໄຫວວຽກງານຂອງ​ສະພາ​ແຫ່ງ​ຊາດ​ ປະ​ຈໍາ 6 ​ເດືອນ​ທ້າຍ​ປີ 2016 ຂອງສະພາ​ແຫ່ງ​ຊາດ​ ໃນ​ຫລາຍ​ບັນຫາ​ເປັນ​ຕົ້ນ ​ການ​ຮັບ​ເໝົາ​ກໍ່ສ້າງ​ໂຄງການ​ຕ່າງໆ​ ທີ່​ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ ​ເຫັນ​ວ່າມີ​ບາງ​ບໍລິສັດ ​ແລະ ຫລາຍ​​ໂຄງການ, ພາຍຫລັງ​ປະມູນ​ໄປແລ້ວ​ພັດ​ເຮັດ​ຊັກ​ຊ້າ ​ແກ່ຍາວ​ເວລາໄປ​ຫລາຍ​ປີ, ບໍ່​ປະຕິບັດ​ຕາມ​ສັນຍາ ​ແລະ ມີ​ບາງ​ໂຄງການ​ເຮັດ​ສໍາ​ເລັດ ​ແຕ່​ບໍ່​ມີ​ປະສິດທິພາບ.

ພ້ອມ​ດຽວ​ກັນນີ້, ​ທ່ານ​ຮອງປະທານ ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ໄດ້ສະ​ເໜີ​ ສະພາ​ປະຊາຊົນ​ນະຄອນຫລວງ​ວຽງ​ຈັນ ​ກໍ​ຄື ອົງການ​ປົກຄອງ ລົງ​ຕິດຕາມ​ກວດກາ​ແກ້​ໄຂ ​ຕໍ່​ກັບ​ບຸກຄົນທີ່​ມີ​ສິດ​ອໍານາດ​ ສວຍ​ໃຊ້​ໜ້າ​ທີ່​ບໍ່​ຖືກຕ້ອງ​ຄື ປ້ານ​ຄັນ​ຄູ​ຕ້ານ​ຮ່ອມ​ຫ້ວຍ ​ໃນ​ເຂດ​ບໍລິ​ເວນ ຫລື ​ແຄມ​ອ່າງ​ນໍ້າ​ຊວງ ​ເຊິ່ງ​ເປັນບ່ອນ​ທໍາ​ມາ​ຫາ​ກິນ ​ຂອງ​ປະຊາຊົນ​ຫລາຍ​ເຂດ, ຫລາຍເມືອງ ບໍ່ສາມາດ​ເຂົ້າ​ໄປ​ຫາ​ຢູ່​ຫາ​ກິນ​ບໍ່​ໄດ້​ ຍ້ອນ​ພວກ​ເພິ່ນ​ອ້າງ​ເຂດ​ດັ່ງກ່າວເປັນ​ກໍາມະສິດ ​ແລະ ບັນຫາ​ສິ່ງ​ແວດ​ລ້ອມ​ ຈາກ​ຟາ​ມລ້ຽງໝູ​ເອກະ​ຊົນ​ ທີ່​ສົ່ງ​ພົນ​ກະທົບກິ່ນ​ເໝັນ​ຕໍ່​ປະຊາຊົນ 9 ບ້ານ ​ຢູ່​ເມືອງ​ຫາດ​ຊາຍ​ຟອງ ບັນຫາ​ນີ້​ແກ່ຍາວ​ມາ​ຫລາຍ​ປີ​ແລ້ວ ​ແຕ່​ບໍ່​ທັນ​ສາມາດ​ແກ້​ໄຂ​ໄດ້.

ນອກ​ນັ້ນ, ທ່ານ ​ຍັງ​ໄດ້​ສະ​ເໜີກ່ຽວ​ກັບ​ການ​ຊົດ​ເຊີຍ ​ຄ່າ​ເສຍ​ຫາຍ​ຂອງ​ປະຊາຊົນ ​ແລະ ບັນຫາ​ສິ່ງ​ແວດ​ລ້ອມຕໍ່​ໂຄງການ ​ກໍ່ສ້າງ​ທາງ​ລົດ​ໄຟ ​ລາວ-ຈີນ ຢູ່​ບັນດາ​ແຂວງ​ທີ່​ຖືກ​ຜົນ​ກະທົບໃຫ້​ລະອຽດ​ ຈະ​ແກ້​ໄຂ​ແນວ​ໃດ​ ເພື່ອ​ຮັບປະກັນ​ໃຫ້​ໂຄງການ​ດັ່ງກ່າວ ​ສາມາດ​ດໍາ​ເນີນ​ໄປ​ໄດ້​ດີ, ພ້ອມ​ສະ​ເໜີ​ຕໍ່​ສະພາ​ປະຊາຊົນ​ແຂວງ​ເຊ​ກອງ ​ຕິດຕາມ​ກວດກາ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ ເປັນ​ຕົ້ນ​ແມ່ນ: ການ​ກໍ່ສ້າງ​ເສັ້ນທາງ​ເລກ 16B ຈາກ​ເຊ​ກອງ​ຜ່ານ​ມາ ​ເມືອງ​ດາກ​ຈຶງ​-ຊາຍ​ແດນ​ຫວຽດນາມ​ ປັດຈຸບັນ​ ໂຄງການ​ດັ່ງກ່າວ​ບໍ່​ໄປ​ບໍ່​ມາ ຂໍໃຫ້​ພາກສ່ວນ​ຮັບຜິດຊອບ ​ແກ້​ໄຂ​ໃຫ້​ສໍາ​ເລັດ; ການ​ກໍ່ສ້າງ​ເສັ້ນທາງ​ລະຫວ່າງ​ ເມືອງ​ຊໍາ​ໃຕ້​​-​ເມືອງ​ກ້ວນ ​ເຊິ່ງ​ໄດ້​ເລີ່​ມປະຕິບັດ​ມາ​ແຕ່​ປີ 2012 ​ເຖິງ​ປັດຈຸ​ບັນ​ ບໍ່​ມີ​ຄວາມ​ຄືບ​ໜ້າ, ​ເຮັດ​ໃຫ້ການ​ສັນຈອນ​ໄປມາ ​ພົບ​ຄວາມ​ຫຍຸ້ງຍາກ​ຫລາຍ, ຈຶ່ງສະ​ເໜີ​ສະມາຊິກ​ສະພາ​ປະຊາຊົນແຂວງ​ຫົວພັນ ​ສົມທົບ​ພາກສ່ວນ​ກ່ຽວຂ້ອງ ​ພິຈາລະນາ​ແກ້​ໄຂ ​ແລະ ຕໍ່ກັບສະພາ​ປະຊາຊົນ ​ແຂວງ​ຊຽງ​ຂວາງ​ ສະ​ເໜີເພີ່​ມທະວີ​ການ ​ຕິດຕາມ-ກວດກາ ​ແລະ ຊຸກ​ຍູ້​ພາກສ່ວນ​ກ່ຽວ​ຂ້ອງ ​ແກ້​ໄຂ​ພະນັກງານ​ລັດ​ຈໍານວນ​ໜຶ່ງ ​ສົມ​ຮູ້​ຮ່ວມ​ຄິດ​ກັນ ​ໃນ​ການ​ຈັບ​ຈອງ​ທີ່​ດິນ​ແບບ​ຊະຊາຍ ເຊິ່ງບັນຫາ​ນີ້​ ຈະ​ສ້າງ​ຄວາມ​ຫຍຸ້ງຍາກ​ຕໍ່​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ ໃນ​ອະນາ​ຄົດ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!