spot_img
Homeນານາສາລະໄຂ່ໄກ່ສາມາດຮັກສາໄວ້ດົນຮອດ 1 ປີ ໂດຍບໍຕ້ອງແຊ່ເຢັນດ້ວຍວິທີງ່າຍໆ

ໄຂ່ໄກ່ສາມາດຮັກສາໄວ້ດົນຮອດ 1 ປີ ໂດຍບໍຕ້ອງແຊ່ເຢັນດ້ວຍວິທີງ່າຍໆ

Published on

ໄຂ່ໄກ່ ນັບວ່າເປັນອາຫານຊະນິດໜຶ່ງ ທີ່ຄົນລາວເຮົາມັກກິນ ເພາະເປັນອາຫານທີ່ເຮັດໄດ້ງ່າຍ, ໄວ ແລະສະດວກ ສຳລັບຄົນທີ່ຟ້າວ, ສາມາດເອົາມາເຮັດເປັນອາຫານ ແລະເປັນເຄື່ອງປະສົມຂອງອາຫານຫຼາຍຢ່າງ, ນອກຈາກນີ້ ຍັງມີຄຸນຄ່າ ທາງໂຄສະນາການສູງ, ໄຂ່ນີ້ຖ້າຫາກເຮົາເກັບໄວ້ບໍ່ດີ ຮັບຮອງວ່າເນົ່າໄດ້ ເຊິ່ງຄົນສ່ວນຫຼາຍມັກໃສ່ຕູ້ເຢັນ ຫຼືອຸນຫະພູມເຢັນ

ມື້ນີ້ເຮົາຈະມາແນະນຳເຄັບລັບ ການເກັບໄຂ່ໄວ້ດົນເຖິງ 1 ປີ ໂດຍທີ່ເຮົາບໍ່ຕ້ອງໄດ້ໃສ່ຕູ້ເຢັນ, ເຊິ່ງອາດຈະເປັນເລື່ອງທີ່ບໍ່ໜ້າເຊື່ອ ແຕ່ມັນກໍແມ່ນແທ້ ດ້ວຍວິທີການເຮັດດັ່ງຕໍ່ໄປນີ້: ເຈົ້າສາມາດເຮັດໄດ້ດ້ວຍການເຄືອບນໍ້າມັນພືດບາງໆ ເພື່ອບໍ່ໃຫ້ອົກຊີຊຶມເຂົ້າໄປໃນໄຂ່

#   ວິທີການເຄືອບໄຂ່ໄກ່ດ້ວຍນໍ້າມັນພືດ

  • ໃສ່ຖົງມືພາສຕິກກ່ອນ
  • ຢອດນໍ້າມັນພືດລົງຖົງມືພາສຕິກທີ່ເຮົາໃສ່ນັ້ນ
  • ຖູມື ໃຫ້ມີນໍ້າມັນໝາດໆ ທົ່ວຖົງມື
  • ຈັບໄຂ່ຂຶ້ນມາ ແລ້ວຖູນໍ້າມັນຢູ່ມືເຮົານັ້ນໃຫ້ທົ່ວໄຂ່
  • ເກັບໄຂ່ໄວ້ແຕະຄືເກົ່າ

ພຽງແຕ່ເຮັດເທົ່ານີ້ກໍສາມາດເກັບໄຂ່ໄວ້ໄດ້ດົນຮອດ 1 ປີ ໂດຍທີ່ບໍ່ຕ້ອງຢ້ານວ່າໄຂ່ນັ້ນຈະເນົ່າໄວອີກຕໍ່ໄປ, ລອງເອົາໄປເຮັດເບິ່ງຮັບຮອງວ່າໄດ້ຜົນ ແຖມຍັງເປັນວິທີແບບທຳມະຊາດ ບໍ່ເປັນອັນຕະລາຍຕໍ່ສຸຂະພາບໃນເວລາກິນອີກດ້ວຍ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...