spot_img
Homeນານາສາລະ6 ວິທີປ້ອງກັນສິວປະຈໍາເດືອນ ບໍ່ໃຫ້ລຸກລາມຈົນອັກເສບ

6 ວິທີປ້ອງກັນສິວປະຈໍາເດືອນ ບໍ່ໃຫ້ລຸກລາມຈົນອັກເສບ

Published on

ແມ່ຍິງສ່ວນຫຼາຍ ເວລາໃກ້ຈະເປັນປະຈຳເດືອນ ຫຼືຊ່ວງເປັນປະຈຳເດືອນ ມັກຈະເກີດສິວຢູ່ເທິງໃບໜ້າຢູ່ສະເໝີ, ເຊິ່ງສາເຫດຂອງການເກີດສິວນີ້ ກໍມີຫຼາຍສາເຫດທີ່ແຕກຕ່າງກັນ, ມື້ນີ້ເຮົາຈະມາຮູ້ຈັກວິທີປ້ອງກັນການເກີດສິວ ໃນຊ່ວງເປັນປະຈຳເດືອນ ເພື່ອເຮັດໃຫ້ຜິວໜ້າກ້ຽງ ບໍ່ເປັນສິວອີກຕໍ່ໄປ

  1. ທາຄີມບຳລຸງຜິວຫຼຸດລົງ ກ່ອນປະຈຳເດືອນມາ: ຄວນເລືອກໃຊ້ຈັກຢ່າງສອງຢ່າງກໍພຽງພໍ, ຄວນລ້າງໜ້າໃຫ້ສະອາດ ປ້ອງກັນການອຸດຕັນຂອງຮູຂຸມຂົນ ແລະເຮັດໃຫ້ເກີດສິວໄດ້
  2. ເບິ່ງແຍງການກິນ: ອາຫານບາງຢ່າງກໍຈະໄປກະຕຸ້ນການເກີດສິວໄດ້, ບໍ່ກິນອາຫານເຄັມຫຼາຍ, ເຜັດຫຼາຍ ຫຼືຫວານຫຼາຍ ເພາະຈະເຮັດໃຫ້ເກີດສິວຂຶ້ນໄດ້ງ່າຍໃນເວລາເປັນປະຈຳເດືອນ ແລະມາກິນອາຫານເພື່ອສຸຂະພາບເຊັ່ນ: ຜັກ, ຖົ່ວ ແລະປາ ຈະດີທີ່ສຸດ
  3. ລ້າງໜ້າໃຫ້ສະອາດກ່ອນນອນ: ຜິວໜ້າຕ້ອງສະອາດ ບໍ່ມີເຄື່ອງສຳອາງຕົກຄ້າງ, ເພື່ອເຮັດໃຫ້ບໍ່ເກີດສິວເທິງໃບໜ້າໄດ້ງ່າຍ
  4. ເລືອກຄີມບຳລຸງຜິວກ່ອນນອນທີຊຶມຊັບດີທີ່ສຸດ: ເຮົາຄວນເລືອກເຄື່ອງສຳອາງທີ່ຊຶບຊັບຜິວ, ຊຶມເຂົ້າຜິວໄດ້ດີ, ເພາະຖ້າຫາກເຄື່ອງສຳອາງທີ່ບໍ່ຊຶມເຂົ້າຜິວໄວ ຈະເຮັດໃຫ້ເກີດສິວໄດ້ງ່າຍຊ່ວງເປັນປະຈຳເດືອນ
  5. ບ່ອນນອນຕ້ອງສະອາດ: ຖ້າຫາກບ່ອນນອນບໍ່ສະອາດຈະເຮັດໃຫ້ເກີດສິວໄດ້ງ່າຍ ດັ່ງນັ້ນເຮົາຄວນຊັກໃຫ້ສະອາດ ແລະຕາກໃຫ້ແຫ້ງຢູ່ສະເໝີ
  6. ສະຜົມໃຫ້ສະອາດຢູ່ສະເໝີ: ເພາະຖ້າຜົມບໍ່ສະອາດກໍເປັນສາເຫດໜຶ່ງຂອງການເກີດສິວ ເພາະຜົມທີ່ບໍ່ສະອາດນັ້ນມັກຖືກໜ້າຕະຫຼອດ ຈຶ່ງຄວນສະໃຫ້ສະອາດຢູ່ສະເໝີ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...