HomeBaby-ແມ່ແລະເດັກ6 ຄວາມລຳບາກ ແລະ ເຈັບປວດທີ່ຜູ້ເປັນແມ່ເຕັມໃຈເຮັດເພື່ອລູກ

6 ຄວາມລຳບາກ ແລະ ເຈັບປວດທີ່ຜູ້ເປັນແມ່ເຕັມໃຈເຮັດເພື່ອລູກ

Published on

ຕັ້ງແຕ່ວິນາທີທຳອິດທີ່ຮູ້ວ່າຕົນເອງເປັນແມ່ ນັ້ນຄືພາລະອັນຍິ່ງໃຫຍ່ຂອງການເຮັດໜ້າທີ່ແມ່ໄດ້ເລີ່ມຂຶ້ນແລ້ວ ແລະ ເປັນໜ້າທີ່ທີ່ແມ່ຕ້ອງເຮັດໄປຕະຫຼອດຊີວິດ ທ່ານອາດເຄີຍໄດ້ຍິນຄະຕິປະຈຳໃຈຂອງແມ່ທີ່ມັກເວົ້າສະເໝີວ່າ “ເປັນແມ່ຫ້າມປ່ວຍ ຫ້າມຕາຍ” ເມື່ອຟັງເບິ່ງແລ້ວກໍ່ຄິດວ່ານີ້ແມ່ນຄວນຈິງ ເພາະຖ້າເມື່ອໃດທີ່ທ່ານມີລູກ ທ່ານຈະຮູ້ສຶກຮັກຕົວເອງເປັນຮ້ອຍເທົ່າ ເພາະຢາກມີຊີວິດຢູ່ກັບລູກໄປດົນໆ ເຮົາມາເບິ່ງ 6 ຄວາມລຳບາກ ແລະ ຄວາມເຈັບທີ່ແມ່ເຕັມໃຈເຮັດເພື່ອລູກນັ້ນຈະມີຫຍັງແນ່?

  1. ລຳບາກໃນເວລາຖືພາຕັ້ງ 9 ເດືອນ
  2. ເຈັບປວດເວລາເກີດລູກນ້ອຍ
  3. ລຳບາກຫຼັງເກີດລູກ
  4. ເຈັບປວດໃນເວລາໃຫ້ລູກດື່ມນົມ
  5. ເຈັບປວດເມື່ອລູກນ້ອຍບໍ່ສະບາຍ
  6. ລຳບາກໃຈຮູ້ສຶກເປັນຫ່ວງເມື່ອເວລາລູກໄປໂຮງຮຽນມື້ທຳອິດ

ສິ່ງທີ່ກ່າວມາຂ້າງເທິງນີ້ເປັນພຽງບາງສ່ວນທີ່ມານຳສະເໜີໃຫ້ຮູ້ ຄວາມຈິງແລ້ວຜູ້ເປັນແມ່ຍອມເສຍສະຫຼະທຸກສິ່ງທຸກຢ່າງກໍ່ເພື່ອລູກ ແມ່ຈະມີຄວາມສຸກເມື່ອເຫັນລູກເປັນຄົນດີ ແລະ ມີຊີວິດທີ່ດີ ແມ່ຈະເປັນທຸກຮ້ອນຮົນຄືຢູ່ໃນກອງໄຟເມື່ອເຫັນລູກບໍ່ຟັງຄວາມ ເຮັດຕົວຊົ່ວ ແລະມີຊີວິດທີ່ຕົກຕ່ຳມົ່ນໝອງ ສະນັ້ນ ຫາກວ່າທ່ານຮັກແມ່ຂອງທ່ານ ທ່ານຈະຕອບແທນແມ່ຂອງທ່ານແນວໃດ ໃຫ້ທ່ານມີຄວາມສຸກ ຫຼື ຈະໃຫ້ເພິ່ນທຸກທໍລະມານ ກໍ່ຂຶ້ນຢູ່ກັບການປະພຶດຂອງຕົວທ່ານເອງ.

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...